ຫຼັກສູດ: “ການເປັນເລຂາ ແລະ ຜູ້ຊ່ວຍມືອາຊີບ” (Effective secretary and assistant), ວັນທີ: 19-21/8/2025 (3ມື້)
ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ: ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ. ເນື້ອໃນການຝຶກອົບຮົມ: ປະສານເອົາລາຍລະອຽດຫຼັກສູດ ແລະ ລົງທະບຽນກັບທີມງານແທັກໂດ, 030 5516372 020 55767006 (ຄຳສຸກ), 020 55824448 (ວິໄລລັກ www.tacdocenter.com, tacdocenter@yahoo.com
ຫຼັກສູດ: “ການເປັນໂຊເຟີທີ່ດີ ແລະ ຂັບຂີ່ປອດໄພ”, ວັນທີ: 22-23/8/2025
22-23/8/2025 (2 ມື້) 22-23/8/2025 (2 ມື້) 22-23/8/2025 (2 ມື້) 22-23/8/2025 (2 ມື້)
ຫຼັກສູດ: “ການເປັນໂຊເຟີທີ່ດີ ແລະ ຂັບຂີ່ປອດໄພ”, ວັນທີ: 22-23/8/2025 Read More »
ຫລັກສູດ: “ການເປັນຜູ້ນໍາທີ່ດີ ແລະ ຜູ້ຈັດການທີ່ເກັ່ງ” ວັນທີ: 25-29/08/2025 (5ມື້)
ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ: ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ. ຈຸດປະສົງຂອງຫຼັກສູດ 1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ 2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້ 3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້. 4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່ 5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້… ຫຼັງຈາກຝຶກອົບຮົມຈະໄດ້ຮັບ: 1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ. 2. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ. 3. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ
ຫຼັກສູດ: “ທັກສະການສື່ສານທີ່ມີປະສິດທິພາບ” (Effective Communication Skills) ຈໍານວນ 3ເມືອງ ຂອງແຂວງບໍ່ແກ້ວ
ເມືອງ ຜາອຸດົມ, ວັນທີ: 4-5.3.2025 ເມືອງ ປາກທາ, ວັນທີ: 6-7.3.2025 ເມືອງ ເມິງ, ວັນທີ: 12-13.3.2025 ຄວາມສຳຄັນຂອງຫຼັກສູດ: ການສື່ສານເປັນສິ່ງຈຳເປັນສຳລັບອົງກອນ ໃນການທີ່ຈະເຮັດໃຫ້ແຕ່ລະພາກສ່ວນໃນອົງກອນເຮັດວຽກໄປໃນທິດທາງດຽວກັນພາຍໃຕ້ເປົ້າໝາຍ ແລະ ວິໄສທັດດຽວກັນ ບໍ່ວ່າຈະເປັນພະແນກການຕະຫຼາດ, ພະແນກເບິ່ງແຍງການຜະລິດ, ພະແນກການເງິນ ແລະ ບັນຊີ, ພະແນກບຸກຄົນ ຫຼືພະແນກຊ່ອມແປງບຳລຸງຮັກສາ ລ້ວນແລ້ວແຕ່ຈຳເປັນຕ້ອງມີການສື່ສານທີ່ມີປະສິດທິພາບລະຫວ່າງພະແນກເພື່ອເຊື່ອມຄວາມສຳພັນລະຫວ່າງພະແນກ ແລະ ສົ່ງເສີມຄວາມສຳເລັດໃນພາບລວມຂອງອົງກອນ ການສື່ສານນັ້ນມີສ່ວນສຳຄັນຫຼາຍໃນການເພີ່ມປະສິດທິພາບການເຮັດວຽກ, ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ພັດທະນາຄຸນນະພາບ ແລະສ້າງສັນຜະລິດຕະພັນໃໝ່ໆໃນອົງກອນ ເປັນຕົ້ນ. ການສື່ສານທີ່ມີປະສິດທິພາບນັ້ນສຳຄັນຕໍ່ຄວາມສຳເລັດຂອງອົງກອນບໍ່ສະເພາະກັບຫົວໜ້າ ແຕ່ລວມໄປເຖິງພະນັກງານທຸກຄົົນທີ່ຕ້ອງມີສ່ວນຮ່ວມເປັນຜູ້ສື່ສານທີ່ມີທັກສະ ເພາະການສື່ສານຄືການແບ່ງປັນ ແລະ ສົ່ງຕໍ່ຂໍ້ມູນລະຫວ່າງຄົນສອງຄົນ ຫຼືຫຼາຍກວ່ານັ້ນເພື່ອໃຫ້ເຂົ້າໃຈຕົງກັນ ຖ້າຫາກວ່າຂໍ້ມູນຖືກເຂົ້າໃຈໄດ້ພຽງບາງສ່ວນ ຫຼືເຂົ້າໃຈຜິດພ້ຽນໄປ ບັນຫາກໍ່ຈະເກີດຕາມມາຈົນອາດບານປາຍເປັນຄວາມສູນເສຍຂອງອົງກອນໄດ້. ທັກສະການສື່ສານຢ່າງມີປະສິດທິພາບສ້າງປັດໄຈທາງບວກໃນບ່ອນເຮັດວຽກ ດັ່ງຄຳກ່າວທີ່ວ່າ “ຍິ່ງເຮົາສື່ສານກັນຫຼາຍຂຶ້ນເທົ່າໃດ ເຮົາຍິ່ງເຂົ້າໃຈກັນຫຼາຍຂຶ້ນເທົ່ານັ້ນ” ຄວາມເຂົ້າໃຈກັນຫຼາຍຂຶ້ນນີ້ເອງຊ່ວຍຫຼຸດຄວາມຂັດແຍ້ງພາຍໃນອົງກອນ ລະຫວ່າງພະນັກງານກັບພະນັກງານ, ລະຫວ່າງຫົວໜ້າງານກັບລູກນ້ອງ ຫຼື ລະຫວ່າງພະແນກກັບພະແນກ ສະພາບບັນຢາກາດການເຮັດວຽກແບບນີ້ກໍ່ຈະເປັນປັດໄຈທາງບວກໃນການເຮັດວຽກທີ່ມີປະສິດທິພາບຫຼາຍຍິ່ງຂຶ້ນ.