ການເງິນຈຸລະພາກ ແລະ ການທະນາຄານ

ເຄີຍມີປະສົບການດ້ານການເງິນຈຸລະພາກ
      ທ່ານ ຄຳພັດ ບູລົມ, ຜູ້ກໍ່ຕັ້ງ ສູນທີ່​ປຶກ​ສາ ແທັກໂດ ໄດ້ເຄີຍຮ່ວມວຽກກັບ ເອດີບີ, ທະນາຄານແຫ່ງຊາດລາວ, ບີຊີອີແອລ, ທະນາຄານສົ່ງເສີມກະສິກຳ (ເອພີບີ), ທະນາຄານພັດທະນາລາວ, ແພລນແນັດຟາຍນານສ໌, ດີຈີອາວີ, ກະຊວງກະສິກຳແລະປ່າໄມ້ ແລະ ການເງິນຈຸລະພາກອື່ນໆອີກ ໃນ 10 ກວ່າປີທີ່ຜ່ານມາ ເຊິ່ງລວມມີໃນຂອບເຂດດັ່ງນີ້:​

ຫຼັກສູດແລະການເຝິກອົບຮົມທີ່ໄດ້ຈັດຜ່ານມາ:
ທ່ານ ຄຳພັດ ບູລົມ ແລະ ໜ່ວຍງານສູນທີ່​ຝຶກ​ສາ ແທັກໂດ ໄດ້ຈັດ ແລະ ດຳເນີນການເຝິກອົບຮົມ 25 ຄັ້ງໃນ 17 ຫົວຂໍ້ດັ່ງລຸ່ມນີ້:

1. ເຕັກນິກການປ່ອຍສິນເຊື່ອ
2. ບົດບາດຍິງຊາຍແລະການເງິນຈຸລະພາກ
3. ແນວຄິດພື້ນຖານຂອງການເງິນຈຸລະພາກ
4. ການກໍ່ຕັ້ງແລະການຄຸ້ມຄອງບໍລິຫານໂຄງການກອງທຶນບ້ານ
5. ການບັນຊີໂຄງການ
6. ການຄຸ້ມຄອງແລະກວດກາບັນຊີພາຍໃນ
7. ການຄຸ້ມຄອງການແຈກຢາຍລາຍໄດ້ສຳລັບພະນັກງານຂອງການເງິນຈຸລະພາກ
8. ການເຄື່ອນເໜັງຂອງສັງຄົມແລະການເງິນຈຸລະພາກ
9. ການບໍລິການລູກຄ້າທີ່ມີການແຂ່ງຂັນ
10. ການບໍລິຫານສັບພະຍາກອນມະນຸດ
11. ແຜນທຸລະກິດຂອງການເງິນຈຸລະພາກ
12. ສະພາບໍລິຫານ
13. ການນຳແລະການບໍລິຫານຄຸ້ມຄອງ
14. ໂຄງການລົງຢ້ຽມຢາມແລະການແລກປ່ຽນການເງິນຈຸລະພາກ
15. ການຄຸ້ມຄອງການຮ່ວມມືທີ່ມີປະສິດທິຜົນ
16. ຍຸດທະສາດການໂຄສະນາແລະການອອກແບບ
17. ການບໍລິຫານຫ້ອງການ
18. ການກໍ່ຕັ້ງແລະການຄຸ້ມຄອງບໍລິຫານໂຮງຈຳນຳ

ລູກຄ້າການເງິນຈຸລະພາກແລະການທະນາຄານຂອງພວກເຮົາ 
      ທ່ານ ຄຳພັດ ບູລົມ ຜູ້ກໍ່ຕັ້ງ ສູນເຝິກອົບຮົມ ແທັກໂດ ໄດ້ເຄີຍຮ່ວມວຽກກັບໂຄງການຈັດປະເພດການເງິນຈຸລະພາກເພື່ອຄົນທຸກຍາກ ຫຼື ຊີເອັມພີ (ລະຫວ່າງທະນາຄານແຫ່ງປະເທດລາວແລະ ເອດີບີ) ເປັນເວລາ 3 ປີ ແລະ ກໍ່ຍັງໄດ້ຮ່ວມວຽກກັບ ເອດີບີ ໃນລະຫວ່າງປີ 2003 – 2004. ໃນໄລຍະດັ່ງກ່າວ ທ່ານ ຄຳພັດ ໄດ້ຮ່ວມງານຢ່າງໄກ້ຊິດກັບໂຄງການການເງິນຈຸລະພາກເກືອບທັງໝົດພາຍໃນ ສ ປປ ລາວ.

ການເງິນຈຸລະພາກ (ພາກເໝືອຂອງລາວ)
     1. ການເງິນຈຸລະພາກແຂວງຜົ້ງສາລີ
     2. ການເງິນຈຸລະພາກແຂວງອຸດົມໄຊ
     3. ສະມາຄົມກອງທຶນການພັດທະນາບ້ານແຂວງບໍ່ແກ້ວ
     4. ສະມາຄົມກອງທຶນການພັດທະນາບ້ານ ເມືອງຫົງສາ
     5. ສະມາຄົມກອງທຶນການພັດທະນາບ້ານ (ແຂວງໄຊຍະບູລີ)
     6. ການເງິນຈຸລະພາກ ຈຳປາລາວ (ແຂວງຫຼວງພະບາງ)
     7. ເອັສ໌ຊີຢູ ແຂວງຫຼວງພະບາງ
     8. ການເງິນຈຸລະພາກ ແຂວງຫົວພັນ (ເອັສ໌ຊີຢູ ແຂວງຫົວພັນ

ພາກກາງຂອງລາວ:
     1. ເອັສ໌ຊີຢູ ມິດຕະພາບ
     2. ນາຊາຍທອງໂຄໂອເພເຣທີບ
     3. ການເງິນຈຸລະພາກນິວຕັນ
     4. ການເງິນຈຸລະພາກມະນີ
     5. ການເງິນຈຸລະພາກບ້ານຫ້ອມ (ແຂວງວຽງຈັນ)
     6. ເອັສ໌ຊີຢູ ວຽງຈັນ (ແຂວງວຽງຈັນ)
     7. ເອັສ໌ຊີຢູ ທຸລະຄົມ (ແຂວງວຽງຈັນ)

ພາກໄຕ້ຂອງລາວ:
     1. ການເງິນຈຸລະພາກມິດໄມຕຼີ (ແຂວງຄຳມ່ວນ)
     2. ເອັສ໌ຊີຢູ ເຊໂນ (ແຂວງສະຫວັນນະເຂດ)
     3. ການເງິນຈຸລະພາກ ສາຍໃຍສຳພັນ (ແຂວງສະຫວັນນະເຂດ)
     4. ເອັສ໌ຊີຢູ ຮ່ວມໃຈພັດທະນາ
     5. ເອັສ໌ຊີຢູ ສອງຄອນ
     6. ເອັສ໌ຊີຢູ ຫົວແຊະຈະເລີນ (ແຂວງຈຳປາສັກ)
     7. ເອັສ໌ຊີຢູ ວັນໃໝ່ (ເອັສ໌ຊີຢູ ແຂວງສາລະວັນ)

ນອກຈາກນັ້ນ, ສຸນເຝິກອົບຮົມແທັກໂດ ຍັງໄດ້ຮ່ວມວຽກກັບທະນາຄານຫຼັກແລະຜູ້ບໍລິຈາກລາວເຊັ່ນ:
     1. ບີຊິອີເອລ
     2. ເອພີບີ
     3. ເອລດີບີ
     4. ບີໂອເອລ
     5. ເອດີບີ
     6. ແພລນແນັດຟາຍນານສ໌
     7. ທະນາຄານເພື່ອການສະໜັບສະໜຸນໂຄງການພັດທະນາລຸກຊຳບວກ
     8. ທະນາຄານໂລກ
     9. ໂຄງການພັດທະນາຟິນແລນ

ເປັນຫຍັງຈຶ່ງຮ່ວມງານກັບ ແທັກໂດ?
     1. ມີຄວາມເຂົ້າໃຈທີ່ເລິກເຊິ່ງກວ່າດ້ານການເງິນຈຸລະພາກໃນສະພາບຂອງລາວ
     2. ມີຄຸນນະພາບໃນການເຮັດວຽກທີ່ດີ
     3. ບໍ່ຕາຍຕົວແລະມຸ່ງໃສການບັນລຸເປົ້າໝາຍ
     4. ມີເຄືອຄ່າຍທີ່ກວ້າງຂວາງໃນລາວແລະພາກພື້ນ