ການພັດທະນາຊຸມຊົນ

ຈັດການເຝິກອົບຮົມ ແລະ ສຳມະນາດ້ານການພັດທະນາຊຸມຊົນຕາມຄວາມຕ້ອງການ
ສູນທີ່​ປຶກ​ສາ ແທັກໂດ ສາມາດຈັດລາຍການ ແລະ ຫຼັກສູດການຝຶກອົບຮົມທີ່ເໝາະສົມສຳລັບຜູ້ບໍລິຫານໂຄງການ, ພະນັກງານພາກສະໜາມ ຫຼື ຜູ້ນຳຊຸມຊົນຂອງທ່ານໃນຫຼາກຫຼາຍຫົວຂໍ້. ພວກເຮົາສາມາດສະໜອງການຝຶກ​ອົບ​ຮົມຢູ່​ສະ​ຖານ​ທີ່ຝຶກອົບຮົມຂອງພວກເຮົາຢຸ່ບ້ານດອນປ່າໃໝ່, ນະຄອນຫຼວງວຽງຈັນ ຫຼື ຢູ່ພາກສະໜາມໃດໜຶ່ງທົ່ວປະເທດ. ສູນຝຶກອົບຮົມ ແທັກໂດ ສາມາດ ສະໜອງການ​ຝຶກອົບຮົມສອງອາທິດ ຫຼືເປັນການຝຶກ​ອົບ​ຮົມເລັ່ງລັດເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງອົງການຫຼືໜ່ວຍງານຂອງທ່ານ.
ສຸນຝຶກ​ອົບ​ຮົມ ແທັກໂດ ເຄີຍໄດ້ພັດທະນາແລະສະໜອງການຝຶກອົບຮົມລົງເລິກພິເສດໃຫ້ແກ່ອົງການຕ່າງໆເຊັ່ນ:

  • ອົງການແຄ.
  • ແຄຣີທັສ໌.
  • ເອັສ໌ເອັນວີ.
  • ເອລອາຊີ.
  • ເອສ໌ອາຊີ.
  • ສະຖາບັນເບີເນັດ.
  • ຄອນເຊີນເວີຣວາຍ.
  • ທະນາຄານໂລກ.
  • ເອດີບີ.
  • ກະຊວງກະສິກຳແລະປ່າໄມ້.
  • ພະແນກຊຸມຊົນບໍລິສັດພູເບ້ຍມາຍນິ້ງ.

ຫົວຂໍ້ທີ່ພວກເຮົາລົງເລິກແມ່ນລວມມີ:
ຈັດການເຝິກອົບຮົມໃຫ້ແກ່ ວິສະວະກອນບໍ່ມີພົນແດນ ທັງການສຳມະນາອອນລາຍ ຫຼື ໂຕຕໍ່ໂຕ

1. ການປະຕິບັດການແບບມີສ່ວນຮ່ວມເພື່ອການພັດທະນາແບບຍືນຍົງ
2. ການພັດທະນາຮູບແບບຕາມເຫດຜົນແລະໂປຣແກຣມການປະເມີນຜົນ
3. ການສ້າງແຜນທີ່ຊຸມຊົນ, ຈີໄອເອັສ໌ ແລະ ຈີພີເອັສ໌
4. ການສຳຫຼວດເກັບຂໍ້ມູນແລະການປະເມີນຜົນ ( ແບບຄູນນະພາບແລະປະລິມານ)
5. ການເສີມສ້າງຄວາມສາມາດໃຫ້ແກ່ຊຸມຊົນແລະອົງການ
6. ການບໍລິຫານຄຸ້ມຄອງຊົນລະປະທານ
7. ການລະດົມຊຸມຊົນ
8. ການບໍລິຫານຄຸ້ມຄອງການພັດທະນາແບບຍືນຍົງ
9. ການຜະລິດວີດີໂອ ແບບມີສ່ວນຮ່ວມ
10. ການເຝິກອົບຮົມຂອງນັກເຝິກອົບຮົມ
11. ແລະອື່ນໆ

        ການສຳມະນາແບບເລັ່ງລັດຂອງການລະດົມຊຸມຊົນຂອງພວກເຮົາ, ຫຼັກສູດ 5 ມື້ ໄດ້ຮັບການອອກແບບ ເພື່ອສະ ໜອງໄດ້ຄວາມຕ້ອງການຂອງມືອາຊີບທີ່ບໍ່ຄ່ອຍມີເວລາ, ໂດຍເລັ່ງໃສ່ບົດບາດຂອງການລະດົມຊຸມຊົນໃນຂອບເຂດການພັດທະນາທີ່ກວ້າງຂື້ນ, ເຊິ່ງສະໜອງທັງທິດສະດີແລະເຄື່ອງມືທີ່ຈຳເປັນເພື່ອພັດທະນາຍຸດທະສາດເພື່ອຈະເຂົ້າໃຈພະລັງການປ່ຽນແປງໃນການພັດທະນາຊຸມຊົນ, ເພີ່ມທະວີຄວາມເຊື່ອຖື ແລະ ການສື່ສານ, ແລະ ເພີ່ມການມີສ່ວນຮ່ວມໃນບາດກ້າວເລີ່ມຕົ້ນຂອງການລິເລີ່ມການພັດທະນາ.

      ຫຼັກສູດການປະຕິບັດການແບບມີສ່ວນຮ່ວມເພື່ອການພັດທະນາແບບຍືນຍົງຖືເປັນຫຼັກສູດທຳອິດທີ່ໄດ້ຮັບການພັດທະນາແລະສອນໂດຍສູນເຝິກອົບຮົມ ແທັກໂດ.ຫຼັກສູດດັ່ງກ່າວກວມເອົາທັງທິດສະດີແລະ ການປະຕິບັດຂອງການພັດທະນາໂດຍອີງໃສ່ຊຸມຊົນ,ສຸມໃສ່ເຄື່ອງມືໃນພາກປະຕິບັດແລະຄວາມສາມາດເພື່ອກໍ່ສ້າງການນຳອັດສະລິຍະ, ລະດົມຊຸມຊົນເພື່ອດຳເນີນການຮ່ວມກັນ,ເຂົ້າເຖິງແຫຼ່ງສັບພະຍາກອນ ແລະ ພັດທະນາສະຖາບັນຊຸມຊົນໃຫ້ຍັ້ງຍີນນານ.

      ດ້ວຍວິທີການສົນທະນາ, ເຮັດກິດຈະກຳ, ກໍລະນີສຶກສາ ແລະ ແບບເຝີກຫັດອື່ນໆ,ຜູ້ເຂົ້າຮ່ວມຈະຮຽນຮູ້ວິທີການເຮັດວຽກຮ່ວມກັບສະມາຊິກໃນຊຸມຊົນເພື່ອກຳນົດວິໄສທັດ ແລະສ້າງສາຍສຳພັນ,ສະຖາບັນ ແລະ ເຕັກໂນໂລຈີທີ່ ເໝາະສົມ ເພື່ອຈະກ້າວໄປຫາສິງເລົ່ານີ້ໃນອານາຄົດ. ເຕັກນິກຕ່າງໆທີ່ຖືກສອນໃນຫຼັກສູດນີ້ແມ່ນອີງໃສ່ພາກປະຕິບັດທີ່ດີທີ່ສຸດໃນການມີສ່ວນຮ່ວມ, ວິທີການຈາກລຸ່ມຂຶ້ນເທິງເພື່ອພັດທະນາປະສິດທິພາບທີ່ໄດ້ພິສູດແລ້ວຈາກທົ່ວໂລກໂດຍ ສູນເຝິກອົບຮົມແທັກໂດ ແລະ ອົງການທີ່ເປັນຮຸ້ນສ່ວນຂອງພວກເຮົາ.