ການນຳ ແລະ ການບໍລິຫານ
      ການເຝິກອົບຮົມອັນດັບແຖວໜ້າດ້ານການນຳແລະການບໍລິຫານຄຸ້ມຄອງໃນ ສ ປປ ລາວ ທ່ານກຳລັງຊອກຫາການເຝິກອົບດ້ານການບໍລິຫານຄຸ້ມຄອງຄົນບໍ່?
ຕະຫຼອດເວລາ ຜູ້ຄົນບອກພວກເຮົາວ່ານີ້ແມ່ນການເຝິກອົບຮົມແລະການພັດທະນາການບໍລິຫານຄຸ້ມຄອງທີ່ດີທີ່ສຸດທີ່ພວກເຂົາເຄີຍເຫັນມາ. ການເຝິກອົບຮົມທີ່ໄດ້ຮັບຄວາມນິຍົມລວມມີ:

  • ການເຝິກອົບຮົມດ້ານການນຳແລະການບໍລິຫານຄຸ້ມຄອງ
  • ການເຝິກອົບຮົມດ້ານຄວາມແຕກຕ່າງດ້ານວັດທະນະທຳແລະການພັດທະນາໜ່ວຍງານ
  • ການເຝິກອົບຮົມລະດັບສູງດ້ານການນຳແລະການບໍລິຫານຄຸ້ມຄອງ
  • ການເຝິກອົບຮົມດ້ານການພັດທະນາພະນັກງານ
  • ການເຝິກອົບຮົມດ້ານຄວາມສາມາດໃນການສື່ສານ
  • ການເຝິກອົບຮົມດ້ານການຮັບມືກັບຂໍ້ຂັດແຍ່ງ
  • ຄວາມສາມາດດ້ານການແກ້ບັນຫາ
  • ການເຝິກອົບຮົມດ້ານການບໍລິຫານຈັດການກັບຄວາມຕຶງຄຽດ
  • ການເຝິກອົບຮົມດ້ານການບໍລິຫານຄຸ້ມຄອງເວລາ
  • ການເຝິກອົບຮົມດ້ານການຕັ້ງເປົ້າໝາຍ
  • ການເຝິກອົບຮົມການຮຽນແບບເລັ່ງລັດ
  • ການປ່ອຍທ່າແຮງຂອງການຂາຍ
  • ຄວາມສາມາດໃນການກ້າສະແດງອອກ
  • ການບັນທຶກກອງປະຊຸມ
  • ການບໍລິການການປະຊຸມ
  • ການເປັນຜູ້ນຳແລະຜູ້ບໍລິຫານທີ່ດີ
  • ການເປັນຜູ້ຊ່ວຍແບບມືອາຊີບ
  • ການບໍລິຫານຫ້ອງການທີ່ທັນສະໃໝ
  • ການກໍ່ສ້າງໜ່ວຍງານ
  • ການໃຊ້ເວລາກັບພະນັກງານທັງໝົດນອກສະຖານທີ່

ພວກເຮົາໃຫ້ການເຝິກອົບຮົມດ້ວຍການສຸມໃສ່ 6 ຄວາມສາມາດໃນການນຳແລະການຄຸ້ມຄອງບໍລິຫານທີ່ສຳຄັນ:

  1. ຕັ້ງແລະບັນລຸເປົ້າໝາຍ
  2. ສື່ສານຢ່າງຖືກຕ້ອງທ່ຽງຕົງ, ຈະແຈ້ງ ແລະ ດ້ວຍຄວາມໝັ້ນໃຈ
  3. ບໍລິຫານເວລາ: ວາງແຜນລ່ວງໜ້າ, ຈັດບູລິມະສິດ ແລະ ການແຈກຢາຍວຽກງານ
  4. ຮັບມືກັບຂໍ້ຂັດແຍ່ງ: ການຮັບມືກັບຄົນທີ່ຫຍຸ້ງຍາກແລະປະສິດທິພາບໃນການເຮັດວຽກ
  5. ກະຕຸ້ນຕົນເອງ: ພັດທະນາທັດສະນະຄະຕິໃນທາງບວກ
  6. ການນຳ: ໃຫ້ແຮງບັນດານໃຈຄົນອື່ນແລະສ້າງບັນຍາກາດການເຮັດວຽກໃນທາງບວກ

ໝາຍເຫດ: ພວກເຮົາບໍ່ເຊື່ອວ່າໃນການ ວາງຄົນໃນສະຖານະການທີ່ໜ້າອັບອາຍດ້ວຍການຮຽກຮ້ອງໃຫ້ເຂົາເຈົ້າສະແດງຕໍ່ໜ້າໝົດທຸກຄົນ. ສະນັ້ນທ່ານສາມາດສະບາຍໃຈໄດ້: ທ່ານມາເຝິກອົບຮົມນຳພວກເຮົາຢ່າງສະບາຍໃຈ; ກຽມພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ!

ເປັນຫຍັງທ່ານຈຶ່ງຈອງການເຝິກອົບຮົມດຽວນີ້?
      “ພວກເຮົາຕ້ອງການຈອງການເຝິກອົບຮົມດຽວນີ້ຍ້ອນວ່າການນຳແລະຜູ້ບໍລິຫານຂອງພວກເຮົາສ່ວນໃຫຍ່ແລ້ວແມ່ນໄດ້ຮັບການເຝິກອົບຮົມແບບຊ່ຽວຊານສະເພາະດ້ານ: ພວກເຂົາສ່ວນຫຼາຍເຂົ້າມາພ້ອມກັບຄວາມສາມາດແລະປະຫວັດດ້ານເຕັກນິກ. ໃນດ້ານເຕັກນິກ ຜູ້ນຳແລະຜູ້ບໍລິຫານຂອງພວກເຮົາເຮັດໄດ້ດີທີ່ສຸດ. ແຕ່ວ່າ ໃນດ້ານບົດບາດ, ເຊິ່ງເປັນຜູ້ນຳແລະຜູ້ບໍລິຫານທີ່ສາມາດໃຫ້ແຮງບັນດານໃຈ, ແມ່ນຍັງມີຊ່ອງຫວ່າງຢູ່.

     ພວກເຮົາຕ້ອງການໃຫ້ເຂົາເຈົ້າຄິດວ່າເຮັດແນວໃດເຂົາເຈົ້າຈະສາມາດພັດທະນາຄວາມສາມາດດ້ານການນຳແລະການບໍຫານ. ພວກເຂົາຖືກຄາດຫວັງໃຫ້ມີຄວາມຮອບຮູ້ພຽບພ້ອມໃນການນຳພາໜ່ວຍງານແລະໃນການບໍລິຫານຄຸ້ມຄອງໂຄງການ.

     ຜົນຂອງການປ່ຽນແປງອັນສຳຄັນພາຍໃນອົງການໃນສອງສາມປີທີ່ຜ່ານມາ, ປະຈຸບັນນີ້ໄດ້ມີຄວາມຕ້ອງການອັນຮີບດ່ວນເພື່ອສະໜອງການເຝິກອົບຮົມດ້ານການນຳແລະການຄຸ້ມຄອງບໍລິຫານພາຍໃນອົງການເພື່ອວ່າພວກເຮົາຈະສາມາດກຽວພ້ອມໃຫ້ດີກວ່າເກົ່າ, ໃນຖານະອົງການໜຶ່ງ, ເພື່ອທີ່ຈະບັນລຸເປົ້າໝາຍຂອງພວກເຮົາທີ່ໄດ້ກ່າວມານັ້ນ ສຳລັບປີ 2012 ແລະ ປີຕໍ່ໆໄປ.”

ໃຜຄວນເຂົ້າຮັບການເຝິກອົບຮົມດ້ານການພັດທະນາການນຳແລະການຄຸ້ມຄອງບໍລິຫານ?

     ລາຍການການເຝິກອົບຮົມດ້ານການພັດທະນາພະນັກງານນີ້ແມ່ນສຳລັບທຸກຄົນທີ່ສົນໃຈທີ່ຈະໄດ້ສີ່ງທີ່ດີທີ່ສຸດຈາກຕົວເຂົາເອງແລະຄົນອື່ນ.ການເຝິກອົບຮົມນີ້ມີຜົນດີຕໍ່:

  • ຜູ້ທີ່ບໍ່ແມ່ນຜູ້ບໍລິຫານ
  • ຜູ້ທີ່ມີຕຳແໜ່ງບໍລິຫານເປັນເທື່ອທຳອິດ
  • ຫົວໜ້າໜ່ວຍງານ
  • ຜູ້ບັງຄັບບັນຊາ
  • ຫົວໜ້າສາຍງານແຖວໜ້າ