ປື້ມອ່ານທີ່ວາງຈຳໜາຍໃນທ້ອງຕະຫຼາດ

ປຶ້ມ​ອື່ນໆ...

​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ

ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ      ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ,...

ອ່ານ​ຕໍ່

ປຶ້ມ​ສູດ​ລັບ​ຮຽນ​ເກັ່ງ

ຄຳເຫັນຂອງຜູ້ຂຽນປື້ມ “ສຸດຍອດສູດລັບຮຽນເກັ່ງ”      ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ...

ອ່ານ​ຕໍ່

“ເຕັກ​ນິກ​ການ​ເປັນເລ​ຂາ ແລະ ​ຜູ້​ຊ່ວຍ​ມື​ອາ​ຊີບ” (Technique to be a Professional secretary/assistant)ວັນ​ທີ: 27-29/05/2024, 3ມື້

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ...

​ອ່ານ​ຕໍ່

“ເຕັກນິກການ​ຂາຍ ແລະ​ ການຕະຫຼາດ​ໃຫ້​ປະສົບ​ຜົນສຳ​ເລັດ”ວັນ​ທີ: 28-29/05/2024, 2ມື້

“ບໍ່​ມີ​ທຸລະກິດ​ໃດ​ຢູ່​ໄດ້​ ຫາກ​ປາສະຈາກ​ການ​ຂາຍ​”“ໂລກ​ເປີດ​ໂອ​ກາດ​ແລ້ວ​ ຢາກ​ລວຍ​ຕ້ອງ​ຂາຍ​ເປັນ,​ ການ​ຂາຍ​ເຮັດໃຫ້​ມີ​ລາຍ​ໄດ້​ບໍ່​ມີ​ຂີດ​ຈຳ​ກັດ​ເຮັດໃຫ້​ມີ​ໂອ​ກາດ​ພັດທະນາ​ຕົວ​ເອງ​ ມີ​ເສັ້ນ​ທາງ​ຂະຫຍາຍ​ທີ່​ສວຍ​ງາມ​ ບໍ່​ມີ​ທາງ​ຕົກ​ງານ​ຖ້າ​ຂາຍ​ໄດ້​” ການ​ທີ່ເຮັດໃຫ້ລູກຄ້າເຊື່ອໝັ້ນເປັນ​ສິ່ງ​ສຳຄັນ​ ແລະ ຈໍາເປັນສໍາລັບທີມງານ​ການ​ຂາຍ, ທີມງານບໍລິການ,ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ເສດຖະກິດ​ປະຈຸບັນ,...

​ອ່ານ​ຕໍ່

ປະຫວັດຫຍໍ້

     ທ່ານ ອາຈານ ຄຳພັດ ບູລົມ ຜູ້ອຳນວຍການສູນຝຶກອົບຮົມແທັກໂດ ພ້ອມທັງ ເປັນຜູ້ຂຽນປື້ມເຫຼັ້ມນີ້.
ດ້ານການສຶກສາ:      ຮຽນຈົບປະລິນຍາຕີສາຍຄູພາສາອັງກິດຈາກມະຫາວິທະຍາໄລແຫ່ງຊາດ(ດົງໂດກ),ໄດ້ໃບປະກາດບໍລິຫານທຸ ລະ ກິດຈາກວິທະຍາໄລແຄມໂບທາວ ປະເທດອັອສເຕຣເລຍ, ອະນຸປະລິນຍາໂທການເງິນການທະນາຄານມະ ຫາວິ ທະຍາໄລຊິດນີ ປະເທດ ອັອສເຕຣເລຍ,ປະລິນຍາໂທດ້ານບໍລິ ຫານພາກລັດຈາກສາຖາບັນພັດທະນາບໍລິຫານ ສາດຈາກປະເທດໄທພ້ອມທັງໄດ້ຮັບໃບປະກາດກວດສອບບັນຊີຈາກກະຊວງການເງິນປະເທດລາວ.
    ດ້ານປະສົບການ: ມີປະສົບການໃນານບໍລິຫານວຽກງານຂອງບໍລິສັດທັງພັກລັດ ແລະ ເອກະຊົນພາຍໃນ
ແລະຕ່າງປະເທດມາເຖິງ 16ປີ.ນອກນັ້ນຍັງຮ່ວມງານກັບອົງການຂອງສາກົນເຊັ່ນ: UN, UNICEF, ທະນາ ຄານ ADB ແລະ ທະນາຄານໂລກ.ຂະນະດຽວກັນ,ກໍໄດ້ເປັນທີ່ປຶກສາໃຫ້ຫຼາຍບໍລິສັດພາຍໃນ ແລະ ຕ່າງປະ ເທດເຊັ່ນ: ປະກັນໄພ CMG, ອິສະລາແອວເທເລຄອມ,ຮັນເຊັນເທຣດດິ້ງ ແລະ ອື່ນໆອີກ.ນອກນັ້ນຍັງໄດ້ເປັນ ຄູຝຶກບໍລິຫານ ປະຈຳອົງການ MPDF ຂອງທະນາຄານໂລກ,ເປັນຄູຝຶກປະຈຳສູນແທັກໂດນັບແຕ່ປີ 2002 ເປັນຕົ້ນມາພ້ອມທັງ ເຮັດທຸລະກິດສ່ວນຕົວຈົນຮອດປະຈຸບັນ.

     ການຮຽນໜັງສືນັ້ນ ນັບວ່າມີຄວາມສຳຄັນກັບຊີວິດຫຼາຍ ບໍ່ແມ່ນວ່າຮຍນຈົບ ການສຶກສາຊັ້ນມໍປາຍ ເທົ່ານັ້ນ, ແຕ່ ໝາຍເຖິງການຮຽນຮູ້ຕະຫຼອດຊີວິດ. ແຕ່ການຮຽນຮູ້ສຳລັບ ຫຼາຍຄົນນັ້ນເປັນເລຶ່ອງທີ່ຍຸ້ງຍາກ ແລະ ທໍລະ ມານຫຼາຍ ຈົນເຮັດໃຫ້ຕົວເອງບໍ່ສາມາດຮຽນຈົບໄດ້, ບາງຄົນຮຽນຈົບ ແຕ່ບໍ່ສາມາດເສັງເພື່ອ ເຂົ້າຮຽນຕໍ່ໄດ້.

      ເຄີຍສັງເກດຫຼືບໍ່ວ່າ ບາງຄອບຄົວຮຽນເກັ່ງໝົດເຮືອນ, ສ່ວນບາງຄອບຄົວກໍ່ຮຽນບໍ່ຄອຍເກັ່ງໝົດ ເຮືອນ, ຫຼາຍ ທ່ານອາດຄິດວ່າເປັນຍ້ອນກຳມະພັນ(ຊາດກຳເນີດ), ກໍ່ອາດຈະມີສ່ວນຖຶກຢູ່ ແຕ່ເປັນເຫດຜົນ ສ່ວນໜ້ອຍເທົ່ານັ້ນ ແຕ່ສາຍເຫດຫຼັກທີ່ເຮັດໃຫ້ຄົນເຮົາມີຄວາມສາມາດໃນການຮຽນໜັງສືໄດ້ແຕກຕ່າງກັນກໍ່ຄື:“ສູດລັບໃນການຮຽນເກັ່ງ“.

      ຫຼາຍຄົນອາດຄິດວ່າມີຢູ່ບໍສູດລັບໃນການຮຽນເກັ່ງ? ເຮົາກໍ່ຢືນຢັນວ່າມີແນ່ນຶນປື້ມຫົວນີ້ ຈະເປີດເຜີຍສູດໃນການ ຮຽນເກັ່ງ, ຄືການເປີດເຜີຍສູດລັບໃນການຫຼີ້ນ, ກິນ ແລະ ຮຽນ.

      ຂໍໃຫ້ທ່ານໜັງສືຫົວນີ້ຢ່າງເຕັມໃຈ ຫາກເປັນໄປໄດ້, ຢາກໃຫ້ອ່ານຫຼາຍໆຮອບເພາະວ່າ ທ່ານໄດ້ຕັ້ງໃຈອ່ານ ໜັງສືຫົວນີ້ເຊິ່ງເປັນກະແຈດອກສຳຄັນທີ່ຈະເຮັດໃຫ້ທ່ານ ຮຽນເກັ່ງ, ຖ້າເກັ່ງແລ້ວ ກໍ່ຈະເໝຶອນທ່ານໄດ້ກະແຈທີ່ຈະເປີດປະຕູໂລກຂອງຄົນ ຮຽນເກັ່ງໄດ້.
       ປື້ມຫົວນີ້ເປັນປື້ມສຳລັບອ່ານເສີມ ແລະ ເໝາະສົມສຳລັບນັກຮຽນ, ນັກສຶກສາ, ເພື່ອສະຫງວນໄວ້ເປັນແມ່ແບບໃນການຮຽນໃຫ້ເກັ່ງສະເພາະຕົວ.