tacdocenter

ຫຼັກສູດ: “ທັກສະໃນການ​ເປັນ​ໂຊ​ເຟີ​​ທີ​ດີ ແລະ ຂັບ​ຂີ່​ປອດ​ໄພ” Good and Safety driving, ວັນທີ: 20-21/1/2026

ທ່ານ​ເຄີຍ​ຄຳ​ນຶງ​ບໍ່​ວ່າ?: ໂຊ​ເຟີ​ຂັບ​ລົດ: ໃຊ້​ລົດ​ລາ​ຄາ​ແພງ!! ໂຊ​ເຟີ​ຂັບ​ລົດ ໃຊ້​ອຸ​ປະ​ກອນ​ເຮັດ​ວຽກ​ແພງ​ກ່​ວາ​ອຸ​ປະ​ກອນ​ເຮັດ​ວຽກ​ຂອງ​ທຸກ​ຄົນ​ໃນ​ອົງ​ກອນ!! ໂຊ​ເຟີ​ຄື​ບຸກ​ຄົນ​ທີ່​ໃກ້​ສິດ​ກັບ​ຜູ້​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອົງ​ກອນ (ຫົວ​ໜ້າ​ໃຫຍ່-ວິ​ຊາ​ການ). ໂຊ​ເຟີ​ຄື​ຄົນ​ສຳ​ຄັນ​ທີ່​ໄດ້​ຮູ້​, ໄດ້ຍິນ​ການ​ສື່​ສານ​ຂອງ​ຄົນ​ສຳ​ຄັນ…ແລະ ອີກຫຼາກຫຼາຍ​ເຫດ​ຜົນ… ທ່ານ​ພ້ອມ ຫຼືຍັງ​ທີ່​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ໂຊ​ເຟີ​ເພື່ອ​ຜົນ​ສຳ​ເລັດ​ຂອງ​ອົງ​ກອນຫຼາຍ​ຂື້ນ. ຈຸດປະສົງ​ຂອງ​ຫລັກສູດ ​​ໃຫ້​ຮູ້​ພາລະ​ບົດບາດ​ ແລະ​ ໜ້າ​ທີ່​ຂອງ​ຄຳ​ວ່າ “ພະນັກງານ​ຂັບ​ລົດ” ເພື່ອ​ປັບປຸງ​ບຸ​ກຄະ​ລິກຂອງ​ພະນັກງານ​ຂັບ​ລົດ​ເຊັ່ນ: ການ​ແຕ່ງ​ຕົວ, ຄວາມ​ສະອາດ, ມາລະຍາດ​ກັບ​ຜູ້​ໂດຍສານ(ຜູ້​ຮ່ວມ​ເດີນທາງ), ການ​ສື່ສານ, ​ແລະ​ອື່ນໆ ​ເພື່ອປັບປຸງການ​ຂັບລົດແລະການປະ​ພຶດ​ໃນ​ທ້ອງ​ຖະໜົນ​ໂດຍ​ສະ​ເພາະ​ແມ່ນ: ສາມັນ​ສຳນຶກໃນການໃຊ້ລົດແລະເສັ້ນທາງ, ກົດ​ຈໍລະ​ຈອນ ເພື່ອຄວາມປອດໄພ ​ເພື່ອ​​ເພີ້ມຄວາມ​ຮູ້​ດ້ານ​ເຕັກນິກ​ວິຊາ​ການ​ໃນ​ການເບິ່ງ​ແຍງ​ດູ​ແລ​ຮັກສາ​ລົດ​ເພື່ອ​ລຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ແລະ​ການ​ເສັຍ​ຫາ​ຂອງ​ອົງກອນ ເໝາະ​ສົມ​ກັບ: ພະ​ນັກ​ງານ​ຂັບ​ລົດ, ຫົວ​ໜ້າ​ກອງ​ລົດ, ຮອງ​ຜູ້​ຈັດ​ການ (ກ່ຽວ​ກັບ​ພາ​ຫະ​ນະ). ເນື້ອ​ໃນ​ຂອງ​ຫລັກສູດ ບົດບາດ ​ແລະ ​ໜ້າ​ທີ່​ຂອງ​ພະນັກງານ​ຂັບ​ລົດ, ຈັນ​ຍາ​ບັນ. ວິທີ​ການ​ສື່ສານ​ເອົາ​ໃຈ​​ໃສ່ກັບ​ຜູ້​ໂດຍສານ(ຜູ້​ຮ່ວມ​ໃຊ້​ລົດ) ການ​ເປັນ​​ພະນັກງານ​ຂັບ​ລົດ​(ມື​ອາ​ຊີບ)ມີ​ຫຍັງ​ແດ່?(ຄຸນສົມບັດ, ກິລິຍາ, ການ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມຮັບຜິດຊອບ ​ແລະ​ ອື່ນໆ) ການ​ເປັນ​ຄົນ ບໍລິການດ້ວຍ​ໃຈ(ໃຫ້​ບໍ​ລິ​ການຫົວໜ້າ, ພະນັກງານ…) ການ​ມີ​ສະຕິ​ລະວັງ​ຕົວ ການ​ກຽມ​ຕົວ​ກ່ອນ​ອອກ​ເດີນທາງ ສີ່​ງຂັດຂວາງ​ການ​ເບີ່​ງ​ເຫັນ​ໃນ​ຂະນະ​ກຳລັງ​ຂັບ​ລົດ ການ​ປະ​ເມີນ(​ເບີ່​ງ)ສະຖານະ​ການ ​ແລະ ​ສະພາບ​ແວດ​ລ້ອມ​ເວລາ​ຢຸດ​​ລົດ(ຫ້າມ​ລົດ) ການ​ບົວ​ລະ​ບັດ​ຮັກສາ​​ເຄື່ອງ​ຈັກ […]

ຫຼັກສູດ: “ທັກສະໃນການ​ເປັນ​ໂຊ​ເຟີ​​ທີ​ດີ ແລະ ຂັບ​ຂີ່​ປອດ​ໄພ” Good and Safety driving, ວັນທີ: 20-21/1/2026 Read More »

ການຝຶກອົບຮົມໃຫ້ແກ້ຄູຝຶກ (TOT), ວັນທີ: 20 ແລະ 27 ມິຖຸນາ 2025

ທີມງານຄູຝຶກ ສູນແທັກໂດ ຈໍານວນ 2ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມ TOT ແລະ ໄດ້ເຂົ້າຮ່ວມການຝຶກປະຕິບັດການເປັນຄູຝຶກຕົວຈິງ ໃນວັນທີ: 21 ແລະ 28 ມຸຖຸນາ 2025

ການຝຶກອົບຮົມໃຫ້ແກ້ຄູຝຶກ (TOT), ວັນທີ: 20 ແລະ 27 ມິຖຸນາ 2025 Read More »

ຫຼັກສູດ: “ທັກ​ສະ​ການ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ” (Effective Communication Skills) ຈໍານວນ 3ເມືອງ ຂອງແຂວງບໍ່ແກ້ວ

ເມືອງ ຜາອຸດົມ, ວັນທີ: 4-5.3.2025 ເມືອງ ປາກ​ທາ, ວັນທີ: 6-7.3.2025  ເມືອງ ເມິງ, ວັນທີ: 12-13.3.2025  ຄວາມ​ສຳ​ຄັນ​ຂອງຫຼັກ​ສູດ:​     ການ​ສື່​ສານ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ອົງ​ກອນ​ ໃນ​ການ​ທີ່​ຈະ​ເຮັດໃຫ້​ແຕ່​ລະ​ພາກ​ສ່ວນ​ໃນ​ອົງກອນ​ເຮັດວຽກ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ພາຍໃຕ້​ເປົ້າ​ໝາຍ ​ແລະ ​ວິ​ໄສທັດ​​ດຽວ​ກັນ​ ບໍ່​ວ່າ​ຈະ​ເປັນ​ພະ​ແນກ​ການ​ຕະຫຼາດ​, ພະ​ແນກ​ເບິ່ງ​ແຍງ​ການ​ຜະລິດ​, ​ພະ​ແນກ​ການ​ເງິນ ​ແລະ ​​ບັນ​ຊີ​, ​ພະ​ແນກ​ບຸກ​ຄົນ​ ຫຼື​​​ພະ​ແນກ​ຊ່ອມ​ແປງ​ບຳ​ລຸງ​ຮັກ​ສາ​ ລ້ວນ​ແລ້ວ​ແຕ່​ຈຳ​ເປັນ​ຕ້ອງ​ມີ​ການ​ສື່​ສານ​ທີ່​ມີ​ປະ​​ສິດ​ທິ​ພາ​ບ​​ລະຫວ່າງ​​ພະ​ແນກ​ເພື່ອ​ເຊື່ອມ​ຄວາມ​ສຳພັນ​ລະຫວ່າງ​​ພະ​ແນກ ​ແລະ​ ສົ່ງ​ເສີມ​ຄວາມ​ສຳ​ເລັດ​ໃນ​ພາບ​​ລວມ​ຂອງ​ອົງ​ກອນ ການ​ສື່​ສານ​ນັ້ນ​ມີ​ສ່ວນ​ສຳຄັນ​ຫຼາຍ​ໃນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ​, ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ລູກ​ຄ້າ​, ພັດທະນາ​ຄຸນນະພາບ​ ແລະ​ສ້າງສັນ​ຜະລິດຕະພັນ​ໃໝ່​ໆ​ໃນ​ອົງກອນ​ ເປັນ​ຕົ້ນ​.     ການ​ສື່​ສານ​ທີ່​ມີປະ​ສິດ​ທິ​ພາບ​ນັ້ນ​ສຳຄັນ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ອົງ​​ກອນ​ບໍ່​ສະເພາະ​ກັບ​​ຫົວ​ໜ້າ​​ ແຕ່ລວມ​ໄປ​ເຖິງ​ພ​ະນັກ​ງານ​ທຸກ​ຄົົນທີ່​ຕ້ອງ​ມີ​ສ່ວນ​ຮ່ວມ​ເປັນ​ຜູ້​ສື່​ສານ​ທີ່​ມີ​ທັກ​ສະ​ ເພາະ​ການ​ສື່​ສານ​ຄື​ການ​ແບ່ງ​ປັນ ​ແລະ ​ສົ່ງ​ຕໍ່​ຂໍ້​ມູນ​ລະຫວ່າງ​ຄົນ​ສອງ​ຄົນ​ ຫຼື​ຫຼາຍກວ່າ​ນັ້ນ​ເພື່ອ​ໃຫ້​ເຂົ້າໃຈ​​ຕົງ​ກັນ​ ​ຖ້າຫາກ​ວ່າ​ຂໍ້​ມູນ​ຖືກ​ເຂົ້າໃຈ​ໄດ້​ພຽງ​ບາງ​ສ່ວນ​ ຫຼື​ເຂົ້າໃຈ​ຜິດ​ພ້ຽນ​ໄປ​ ບັນຫາ​​ກໍ່ຈະ​ເກີດ​ຕາມ​​ມາຈົນ​ອາດ​ບານ​ປາຍ​ເປັນ​ຄວາມ​​ສູນ​ເສຍ​ຂອງ​ອົງ​ກອນ​ໄດ້​.     ທັກ​ສະ​ການ​ສື່​ສານ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສ້າງ​ປັດ​​ໄຈ​ທາງ​ບວກ​ໃນ​​ບ່ອນ​ເຮັດວຽກ​ ດັ່ງ​ຄຳ​​ກ່າວ​ທີ່​ວ່າ​ “​ຍິ່ງ​ເຮົາ​ສື່​ສານ​ກັນ​ຫຼາຍ​ຂຶ້ນ​ເທົ່າ​​ໃດ​ ເຮົາ​​ຍິ່ງ​ເຂົ້າໃຈ​ກັນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ​” ຄ​ວາມ​ເຂົ້າໃຈ​ກັນ​ຫຼາຍ​ຂຶ້ນ​ນີ້​ເອງ​ຊ່ວຍ​ຫຼຸດ​ຄວາມ​ຂັດ​​ແຍ້ງ​ພາຍ​ໃນ​ອົງ​ກອນ​ ລະຫວ່າງ​​ພະ​ນັກ​ງານ​ກັບ​​ພະນັກ​ງານ​, ລະຫວ່າງ​ຫົວ​ໜ້າ​ງານ​ກັບ​ລູກ​ນ້ອງ​ ຫຼື​ ​ລະຫວ່າງ​​ພະ​ແນກກັບ​ພະ​ແນກ​ ສະພາບ​ບັນ​ຢາ​ກາດ​ການ​ເຮັດ​ວຽກ​ແບບ​ນີ້ກໍ່​ຈະ​​ເປັນ​ປັດ​ໄຈ​ທາງ​ບວກ​ໃນ​ການ​ເຮັດ​ວຽກ​ທີ່​ມີປະ​ສິດ​ທິ​ພາບ​ຫຼາຍ​ຍິ່ງ​ຂຶ້ນ​.

ຫຼັກສູດ: “ທັກ​ສະ​ການ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ” (Effective Communication Skills) ຈໍານວນ 3ເມືອງ ຂອງແຂວງບໍ່ແກ້ວ Read More »

ຫຼັກສູດ: “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ”ວັນທີ່: 15-19/01/2025

ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:     ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ.

ຫຼັກສູດ: “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ”ວັນທີ່: 15-19/01/2025 Read More »

​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ

ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ      ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ, ຫັວງ ດີ​ຕໍ່​ ເຮົາ​ສະ​ເໝີ, ​ແລະ​ບໍ່​ເຄີຍ​ຖີ້ມປະ ກັນ​ເຖິງ​ແມ່ນ​ວ່າເພື່ອນ​ ອີກ ຄົນຈະ​ຕົກຢູ່​ໃນ​ສະພາບ​ມີ​ບັນຫາ​ຫລາຍ​ກໍ່ຕາມ, ຄວາ​ມຈິງ​ແລ້ວ​ເພື່ອນ​ມີ​ຢູ່​ທຸກ​ແຫ່ງ​ຫົນ ແລະ ຄຳ​ວ່າ​ ເພື່ອນ ແມ່ນມີ​ທຸກ​ແຫ່​ງຫົນ ໂດຍ​ບໍ່​ຈຳ​ແນ​ກ: ອາຍຸ, ​ເພດ​, ຖານະ​ເງິນຄຳ, ຖານະ ​ທາງ​ ອຳນາດ, ໜ້າ​ຕາ, ຄວາມສົມບູນ ຂອງ​ຮ່າງກາຍ, ຫລືສາດສະໜາ.ເພື່ອນ​ນີ້​ມີ​ຂື້ນຢູ່​ ທຸກ​ບ່​ອນ​ເຊັ່ນ: ​ໃນ​ຄອບຄົວ: ​​​ພໍ່​, ແມ່ ຫລື ​ຜູ້​ປົກຄອງ ກໍ່ເປັນ ໝູ່​ເພື່ອນ​ກັບ​ ລູກໆ, ຫລານໆ​ໄດ້, ​ເພື່ອ​ສ້າງ​ຄວາມສຸກ ​ແລະ​ຄວາມ​ອົບ ​ອຸ່ນ​ພາຍ​ໃນ​ຄອບຄົວ ​ ​ແລະ ລຸດ​ບັນຫາ​ຂອງ​ເດັກ​ໃນ​ສັງຄົມ ​ເຊັ່ນ: ບັນຫາ​ຢາ ​ເສດ​ຕິດ.      ທ່ານທຸກ​ຄົນທີ່​ມີ​ເພື່ອນ​ດີ​ແລ້ວ

​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ Read More »