ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:
ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ
ຈຸດປະສົງຂອງຫຼັກສູດ
1. ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ
2. ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້
3. ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.
4. ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່
5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້…
ຫຼັງຈາກຝຶກອົບຮົມຈະໄດ້ຮັບ:
- ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ.
- ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ.
- ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ ແລະ ລະບົບການຈັດການທີ່ດີຂອງຜູ້ນຳຈະມີຜົນດີຕໍ່ອົງກອນໄລຍະຍາວ.
- ຜ້ເຂົ້້າຮ່ວມຈະສາມາດສັງລວມປະສົບການໂຕຈິງ ປັບໃສ່ທິດສະດີ ແລະ ປະສົບການທີ່ໄດ້ຈາກການຝຶກ ເພື່ອສ້າງ ແລະ ພັດທະນາໃນການບໍລິຫານໃນຍຸກທີ່ແຂ່ງຂັນສູງນີ້ໃຫ້ມີປະສິດຕິພາບສູງໄດ້.ຜູ້ເຂົ້າຮ່ວມໄດ້ທັກສະໃໝ່ຈາກການແລກປ່ຽນແນວຄວາມຄິດ ແລະ ບົດຮຽນຈາກປະສົບການ ການບໍລິຫານໂຕຈິງຈາກຜູ້ເຂົ້າຮ່ວມທ່ານອື່ນ ແລະ ທິມງານຊ່ຽນຊານຄູຝຶກ ເພື່ອໄປປັບໃຊ້.
ເນື້ອໃນການຝຶກອົບຮົມ:
- ຫຼັກການເປັນຫົວໜ້າທີ່ດີ
- ການສື່ສານຢູ່ບ່ອນເຮັດວຽກຢ່າງມີປະສິດທິພາບ
- ການບໍລິຫານທີມ
- ການບໍລິຫານເວລາ
- ການວາງແຜນທີ່ມີປະສິດທິພາບ
- ການວິເຄາະ ແລະ ແກ້ໄຂບັນຫາຢ່າງມີຫຼັກການ
- ການປະເມີນຜົນການເຮັດວຽກຂອງພະນັກງານ
- ການມອບໝາຍໜ້າທີ່ຢ່າງມີປະສິດຕິຜົນ
- ມະນຸດສຳພັນທີ່ດີ
- ສ້າງ ແລະ ຮັກສາຄວາມໄວ້ວາງໃຈ
- ວິທີການຄວບຄຸມ ແລະ ການດຳເນີນການປະຊຸມໃຫ້ມີປະສິດທິພາບ
