ຄວາມສໍາຄັນ:
ປະຈຸບັນສະພາບບັນຫາຈະລາຈອນນັບມື້ທີ່ຈະເພີ່ມຫຼາຍຂື້ນທີ່ສໍາຄັນຈາກສະຖິຕິການເກີດອຸບັດຕິເຫດທາງຈະລາຈອນທີ່ຜ່ານມາ ມີອຸບັດຕິເຫດເກີດຂື້ນຫຼາຍ ເຊິ່ງສ່ວນໃຫຍ່ເກີດຈາກຄວາມປະມາດ, ຂາດລະບຽບວິໄນຂອງຜູ້ຂັບຂີ່ຍາຫານະ ຜູ້ຂັບຂີ່ບໍ່ປະຕິບັດຕາມກົດຈະລາຈອນ, ຂາດຄວາມຮັບຜິດຊອບຕໍ່ສັງຄົມ, ດັ່ງນັ້ນ ຜູ້ຂັບຂີ່ໂດຍສະເພາະຜູ້ທີ່ມີໜ້າທີ່ ຫຼືອາຊີບທີ່ກ່ຽວຂ້ອງກັບການຂັບຂີ່ຕາມທ້ອງຖະໜົນ ຈຶ່ງມີຄວາມຈໍາເປັນທີ່ຕ້ອງໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຖືກຕ້ອງໃນການຂັບຂີ່ ແລະ ໄປເຖິງການສ້າງພຶດຕິກໍາຄວາມປອດໄພ, ປະຕິບັດຕາມກົດຈະລາຈອນ ແລະ ລະບຽບທີ່ກ່ຽວຂ້ອງເພື່ອຊ່ວຍຫຼຸດບັນຫາໄດ້ໃນລະດັບໜຶ່ງ ແລະ ເປັນການສ້າງພາບລັກໃຫ້ອົງກອນໄດ້ເປັນຢ່າງດີ.
ຈຸດປະສົງຂອງຫລັກສູດ:
1. ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມ ມີຄວາມຮູ້ ແລະ ທັກສະຂອງການຂັບລົດຢ່າງປອດໄພຕາມກົດກົດໝາຍ ແລະ ລະບຽບຈະລາຈອນທາງບົກ
2. ໃຫ້ຮູ້ພາລະບົດບາດ ແລະ ໜ້າທີ່ຂອງ “ນັກຂັບຂີ່”
3. ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມສາມາດເບິ່ງແຍງຮັກສາລົດ ແລະ ສາມາດກວດເຊັກລົດເບື້ອງຕົ້ນ ເພື່ອຄວາມປອດໄພໃນການປະຕິບັດໜ້າທີ່
4. ເພື່ອປັບປຸງການຂັບລົດແລະການປະພຶດໃນທ້ອງຖະໜົນໂດຍສະເພາະແມ່ນ: ສາມັນສຳນຶກໃນການໃຊ້ລົດແລະເສັ້ນທາງ, ກົດຈໍລະຈອນ ເພື່ອຄວາມປອດໄພ
5. ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມຫຼຸດຄວາມສຽງຂອງການເກີດອຸບັດຕິເຫດຈາກການໃຊ້ລົດໃນຂະນະປະຕິບັດໜ້າທີ່.
ເໝາະສົມກັບ: ພະນັກງານຂັບລົດ, ຫົວໜ້າກອງລົດ ແລະ ບຸກຄົນທົ່ວໄປທີ່ສົນໃຈ.
ເນື້ອໃນຂອງຫລັກສູດ:
1. ບົດບາດ ແລະ ໜ້າທີ່ຂອງຜູ້ຂັບຂີ່ ແລະ ຈັນຍາບັນ.
2. ວິທີການສື່ສານເອົາໃຈໃສ່ກັບຜູ້ໂດຍສານ(ຜູ້ຮ່ວມໃຊ້ລົດ)
3. ການເປັນພະນັກງານຂັບລົດ(ມືອາຊີບ)ມີຫຍັງແດ່? (ຄຸນສົມບັດ, ກິລິຍາ, ການໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບ ແລະ ອື່ນໆ)
4. ການເປັນຄົນ ມີຫົວໃຈບໍລິການ
- ການມີສະຕິລະວັງຕົວ
- ການກຽມຕົວກ່ອນອອກເດີນທາງ
- ສີ່ງຂັດຂວາງການເບີ່ງເຫັນໃນຂະນະກຳລັງຂັບລົດ
- ການປະເມີນ(ເບີ່ງ)ສະຖານະການ ແລະ ສະພາບແວດລ້ອມເວລາຢຸດລົດ(ຫ້າມລົດ)
- ການກວດເຊັກສະພາບລົດກ່ອນໃຊ້ງານ
- ການບົວລະບັດຮັກສາເຄື່ອງຈັກ
- ການກວດເຊັກລະບົບຄາດ, ເບຼກ(ຫ້າມ)
- ລະບົບໄຟລົດ, ນໍ້າມັນ, ນໍ້າໝໍນໍ້າ, ລົມຕີນ ແລະ ອື່ນໆ.
- ເຕັກນິກການໃຊ້ລົດໃນເຂດທີ່ກັນດານ
- ກົດລະບຽບ ແລະ ປ້າຍຈະລາຈອນຕາມທ້ອງຖະໜົນ
ໄລຍະການຝຶກອົບຮົມ: 2ມື້, ທີ່ຫ້ອງປະຊຸມ: ສູນທີ່ປຶກສາ ແທັກໂດ, ບ້ານ ດອນປ່າໃໝ່, ນະຄອນຫຼວງວຽງ.
ຄ່າທຳນຽມການຝຶກອົບຮົມ: 1,990,000 ກີບ / ທ່ານ, ປະກອບມີ: (ເອກະສານແຈກຍາຍ, ໃບປະກາດ, ເຂົ້າທ່ຽງ ແລະ ອາຫານຫວ່າງ)
