ຫຼັກສູດ: “ການເປັນຜູ້ນຳດີ ແລະ ຜູ້ຈັດການທີ່ເກັ່ງ” How to be a good leader and Manager, ວັນທີ: 24-28/08/2026 (5ມື້)
ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ: ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ ຈຸດປະສົງຂອງຫຼັກສູດ1. ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ2. ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້3. ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.4. ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້… ຫຼັງຈາກຝຶກອົບຮົມຈະໄດ້ຮັບ: ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ ແລະ ລະບົບການຈັດການທີ່ດີຂອງຜູ້ນຳຈະມີຜົນດີຕໍ່ອົງກອນໄລຍະຍາວ. ຜ້ເຂົ້້າຮ່ວມຈະສາມາດສັງລວມປະສົບການໂຕຈິງ […]

