“ເຕັກນິກການ​ຂາຍ ແລະ​ ການຕະຫຼາດ​ໃຫ້​ປະສົບ​ຜົນສຳ​ເລັດ”ວັນ​ທີ: 28-29/05/2024, 2ມື້

“ບໍ່​ມີ​ທຸລະກິດ​ໃດ​ຢູ່​ໄດ້​ ຫາກ​ປາສະຈາກ​ການ​ຂາຍ​”
“ໂລກ​ເປີດ​ໂອ​ກາດ​ແລ້ວ​ ຢາກ​ລວຍ​ຕ້ອງ​ຂາຍ​ເປັນ,​ ການ​ຂາຍ​ເຮັດໃຫ້​ມີ​ລາຍ​ໄດ້​ບໍ່​ມີ​ຂີດ​ຈຳ​ກັດ​
ເຮັດໃຫ້​ມີ​ໂອ​ກາດ​ພັດທະນາ​ຕົວ​ເອງ​ ມີ​ເສັ້ນ​ທາງ​ຂະຫຍາຍ​ທີ່​ສວຍ​ງາມ​ ບໍ່​ມີ​ທາງ​ຕົກ​ງານ​ຖ້າ​ຂາຍ​ໄດ້​”

ການ​ທີ່ເຮັດໃຫ້ລູກຄ້າເຊື່ອໝັ້ນເປັນ​ສິ່ງ​ສຳຄັນ​ ແລະ ຈໍາເປັນສໍາລັບທີມງານ​ການ​ຂາຍ, ທີມງານບໍລິການ,ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ເສດຖະກິດ​ປະຈຸບັນ, ແຕ່​ກ່ອນການ​ທີ່​ຈະ​ໄດ້​ລູກຄ້າມາ​ນັ້ນນັກ​ຂາຍ​ຕ້ອງ​ມີ​ສິ່ງ​ຈຳ​ເປັນ​ຢ່າງ​ຍິ່ງ​ນີ້​ກ່ອນ. ສິ່ງ​ນັ້ນ​ຄື: ກົນ​ຍຸດໃນ​ການ​ນຳ​ສະເໜີ​ ແລະ​ ເທັກ​ນິກ​ຕ່າງໆໃນ​ການ​ຂາຍ, ແນວ​ທາງ​ໃນ​ການ​ຄົ້ນ​ຫາ​ສ້າງ​ໂອ​ກາດ, ການຕະຫຼາດ…ພັດທະນາ​ທັກ​ສະ​ການ​ຂາຍ​ທີ່​ຈຳ​ເປັນ​ໃນ​ການ​ທີ່​ຈະ​ຕ້ອງ​ເພີ່ມ​ລູກ​ຄ້າ​ໃໝ່​ໆໃຫ້​ກັບອົງ​ກອນ, ພ້ອມ​ທັງ​ມີການ​ເຂົ້າໃຈ​ເຖິງ​ບັນຫາ​ຕ່າງໆຂອງການບໍລິການທີ່​ຈະ​ເກີດ​ໃນ​ຕໍ່ໜ້າເພື່ອຫາວິທີເອົາຊະນະໃຈລູກຄ້າໃຫ້ກັບມາໃຊ້ບໍລິການ.

ເນື້ອໃນຫຼັກສູດການຝຶກອົບຮົມ (Course Content):

1. ການສ້າງຄວາມປະທັບໃຈຕໍ່ຜູ້ໃຊ້ບໍລິການ
2. ເທັກນິກການຫາຊ່ອງທາງການຂາຍເພື່ອເພີ້ມລູກຄ້າໃໝ່
3. ການຄັດຈ້ອນວ່າໃຜຈະເປັນລູກຄ້າເຮົາ
4. ການກຽມຕົວກ່ອນ-ເຂົ້າ ພົບລູກຄ້າ ແລະ ຂະບວນການຂາຍ
5. ການຕິດຕາມຜົນ-ການຂາຍ
6. ແລະ​ຫົວ​ຂໍ້​ທີ່​ສຳ​ຄັນ​ອື່ນໆ​ອີກ…

ຫຼັກສູດນີ້ເໝາະສົມກັບ:  ຫົວໜ້າການຕະຫຼາດ, ຜູ້ບໍລິຫານ, ພະນັກງານການຕະຫຼາດ, ຝ່າຍຂາຍ…

ວັນ​ເວ​ລາ​ສະ​ຖານ​ທີ່​ຝຶກ:

  • ວັນທີ່ :             2829 /05/2024, (2ມື້)                        
  • ເວລາ:              8:30 – 16:30 ໂມງ
  • ສະຖານທີ່:        ຫ້ອງປະຊຸມ ນາ​ເດຍ2(ບ. ດອນປ່າໃໝ່, ມ. ສີ​ສັດ​ຕະ​ນາກ, ນະ​ຄອນຫຼວງວຽງ​ຈັນ)