“ເຕັກ​ນິກ​ການ​ເປັນເລ​ຂາ ແລະ ​ຜູ້​ຊ່ວຍ​ມື​ອາ​ຊີບ” (Technique to be a Professional secretary/assistant)ວັນ​ທີ: 27-29/05/2024, 3ມື້

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:

        ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ.

ເນື້ອ​ໃນ​​ການ​ຝຶກ​ອົບຮົມ:

  1. ຄວາມໝາຍຄວາມສຳຄັນແລະໜ້າທີ່ຂອງເລຂາ, ຜູ້ຊ່ວຍ.
  2. ຄວາມຄາດຫວັງຂອງຫົວໜ້າຕໍ່ເລຂາ, ຜູ້ຊ່ວຍ ມີຫຍັງແດ່?
  3. ຈັນຍາບັນການສ້າງພາບພົດໃຫ້ອົງກອນຕົວເອງຂອງເລຂາ, ຜູ້ຊ່ວຍ.   
  4. ການຂຽນລາຍງານສຳລັບເລຂາ   
  5. ການຈັດເກັບແລະການບໍລິຫານເອກະສານ(ການຕິດຕາມເອກະສານ)
  6. ແລະ​ຫົວ​ຂໍ້​ອື່ນໆ ທີ່​ສຳ​ຄັນ​ອີກ…

ວັນເວລາແລະສະຖານທີ່ : ຫ້ອງປະຊຸມຝຶກອົບຮົມ ແທັກໂດ, ນະຄອນຫຼວງວຽງຈັນ.

· ນັບແຕ່ວັນທີ່ : 27-29/05/2024, 3ມື້ , · ເລີມ:  8:30-16:30 h