“ການ​ບໍລິຫານບຸກຄະລາ​ກອນຍຸກໃໝ່ໃຫ້ປະສົບຜົນສຳເລັດ” (Modern Successful HRM)ວັນ​ທີ: 21-23/05/2024, 3ມື້

ພາກສະເໜີ:

ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ ສາມາດເວົ້າ​ໄດ້​ວ່າ​ເປັນ​ກະແຈ​ແຈ​ລູກສຳຄັນ​ຢ່າງ​ຍິ່ງ​ໃນ​ການ​ພັດທະນາ​ອົງກອນ​ໃຫ້​ຈະເລີນ​ກ້າວ​ໜ້າ,  ຫລັກ​ສູດ​ນີ້​ຈັດ​ເຮັດ​ຂຶ້ນ​ເພື່ອ​ໃຫ້​ຜູ້​ບໍລິຫານ​ໃນ​ທຸກ​ລະ​ດັບ​ໄດ້​ມີ​ຄວາມ​ເຂົ້າໃຈ​ໃນ​ການ​ໃຊ້​ເຄື່ອງ​ມື​ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ​ທີ່​ສຳຄັນ​ຕ່າງໆ,  ຫລັກ​ການ​ບໍລິຫານ​ຊັບ​ຢາ​ກອນ​ມະນຸດ​ທີ່​ຜູ້​ຈັດການ​ທຸກ​ຝ່າຍ​ຄວນ​ຮູ້ ເນື່ອງ​ຈາກ​ບົດ​ບາດ​ໃນ​ການ​ບໍລິຫານ​ຊັບ​ຢາ​ກອນ​ມະນຸດ​ບໍ່ແມ່ນ​ຫນ້າທີ່​ຂອງ​ຝ່າຍ HR ພຽງ​ຢ່າງ​ດຽວ ຫາກ​ແຕ່​ໃນ​ການ​ບໍລິຫານ​ຍຸກ​ໃໝ່​ນັ້ນ​ຜູ້​ບໍລິຫານ​ໃນ​ທຸກໆ​ຝ່າຍ​ຄວນ​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ຈິງຈັງໃນ​ການ​ບໍລິຫານ​ຄົນ ແລະ ​ມີ​ຄວາມ​​ເຂົ້າໃຈ​ໃນ​ຫລັກ​ການ​ຂອງ HR ເພື່ອ​ເຮັດວຽກ​ຮ່ວມ​ກັບ​ຝ່າຍ HR ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ​ ລົມ​ເຂົ້າໃຈ​ໃນ​ພາສາ​ດຽວ​ກັນ.ຍ້ອນວ່າໃນ​ວຽກ HR ເອງ​ນັ້ນ​ກໍ​ມີ​ການ​ພັດທະນາ, ປ່ຽນ​ແປງ ວິທີ​ການ​ຕ່າງໆ​ຢູ່​ຕະຫລອດ​ເວລາ.

ຈຸດ​ປະ​ສົງ:

  1. ເພື່ອໃຫ້ຜູ້ເຂົ້້າຮ່ວມຮັບຮູ້ເຖິງທັກສະໂຕຈິງໃນວຽກບໍລິຫານບຸກຄະລາກອນໂດຍລວມ
  2. ເພື່ອໃຫ້ຜູ້ເຂົ້້າຮ່ວມເຂົ້າໃຈເຖິງຂໍ້ຈຳເປັນບາງຢ່າງຕໍ່ພະນັກງານເພື່ອຫຼຸດຜ່ອນຄ່າເສຍຫາຍໜັກ
  3. ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະໃນການສ້າງສະພາບແວດລ້ອມ ແລະ ຈູງໃຈບຸກຄະລາກອນໃຫ້ມີຄວາມສຸກໃນການເຮັດວຽກ.

ເນື້ອໃນຂອງຫຼັກສູດ:

  1. ຄວາມສຳຄັນຂອງການບໍລິຫານຊັບພະຍາກອນມະນຸດທີ່ຜູ້ຈັດການທຸກຝ່າຍຕ້ອງຮູ້
  2. ຫຼັກການວິເຄາະໜ້າວຽກ
  3. ຂະບວນການຮັບສະໝັກ ແລະ ສຳພາດທີ່ມີປະສິດຕິພາບ.
  4. ຄວາມຈຳເປັນໃນການພັດທະນາບຸກຄະລາກອນ
  5. ເຕັກນິກໃນການ ບໍລິຫານຊັບພະຍາກອນມະນຸດ.
  6. ການເບີ່ງແຍງສຸຂະພາບ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກຂອງພະນັກງານ
  7. ເຕັກນິກໃນການສ້າງຄວາມສຸກໃນບ່ອນເຮັດວຽກ ແລະ ການເປັນທີ່ປຶກສາໃຫ້ກັບພະນັກງານ.

ວັນເວລາແລະສະຖານທີ່:

ນັບແຕ່ວັນທີ່ : 21 – 23 / 05 / 2024 (3ມື້),

​ທີ່: ຫ້ອງປະຊຸມຂອງ ນາ​ເດຍ2 (ຫ້ອງດອກ​ຈຳ​ປາ), ບ້ານດອນປ່າໃໝ່, ຫຼັກ 4(ຫຼັງສະຖານທູດລັດເຊຍ), ນະຄອນຫຼວງວຽງຈັນ.

ຄ່າທຳນຽມ /ຜູ້ເຂົ້າຮ່ວມ 1 ທ່ານ = $ 155

ໃນນີ້ລວມທັງ:   ຄ່າຝຶກອົບຮົມ,ອຸປະກອນການຝຶກອົບຮົມ,ໃບປະກາດ, ອາຫານ​ຫວ່າງ (ເຊົ້າ ແລະ ແລງ), ອາຫານທ່ຽງ(ເຂົ້າ​ກ່ອງ) ໃນການຝຶກອົບຮົມ ທ່ານຈະໄດ້ແລກປ່ຽນປະສົບການ ແລະ ຮັບຄວາມຮູ້ໃໝ່ ຈາກທີມງານ ຄູຝຶກຂອງສູນ ແທັກ​ໂດ…