“ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ ການ​ບໍລິຫານ​ຂໍ້​ຮຽກຮ້ອງ-ຕໍ່ວ່າຂອງ​ລູກ​ຄ້າ”ວັນ​ທີ: 10-11/05/2024, 2ມື້

ຄວາມສໍາຄັນຂອງຫຼັກສູດ:

ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ທຸລະກິດ​ຄື​ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ລູກ​ຄ້າ,​ ເພາະ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ ຖ້າ​ລູກ​ຄ້າ​ພຶງ​ພໍ​ໃຈ​ຕໍ່​ການ​ໃຫ້​ບໍລິການ​ ກໍ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ປະ​ທັບ​ໃຈ ແລະ ​ກັບ​ມາ​ໃຊ້​ບໍລິການ​ເພິ່ມເຕິມ​ຈາກ​ອົງກອນ​ໄດ້ ​ແຕ່​ໃນ​ປະຈຸບັນ​​ “ລູກ​ຄ້າ​” ມີ​ຄວາມ​ຮູ້​ເພີ້ມ​ຫຼາຍ​ຂຶ້ນ,​ ເຮັດໃຫ້​ມີ​ຄວາມ​ຄາດ​ຫວັງ​ໃນ​ການ​ຊື້​ສິນ​ຄ້າ​ຈາກ​ຜູ້​ຂາຍ​ເຊັ່ນ: ​ການ​ໃຫ້​ບໍລິການ​, ການ​ຕອບ​ຂໍ້​ສອບ​ຖາມ​ ແລະ​ ການ​ໃຫ້​ຄຳ​ແນະ​ນຳ​, ຄວາມ​ຄາດ​ຫວັງ​ນີ້​ອາດຈະ​ເກີດ​ຂຶ້ນ​ໂດຍ​ກົງ​ ແລະ​ ຄວາມ​ຄາດ​ຫວັງ​ໂດຍ​ອ້ອມ,​ ຄວາມ​ຄາດ​ຫວັງ​ເຫຼົ່າ​ນີ້​ອາດຈະ​ມີ​ການ​ສະແດງ​ອອກ​ມາ​ໃນ​ຫຼາຍ​ຮູບ​ແບບ​ ຕັ້ງ​ແຕ່​ການ​ຕໍ່ວ່າ​, ປະ​ຊົດ​ປະ​ຊັນ,​ ຈົນ​ເຖິງ​ການຮຽກຮ້ອງ-ຕໍ່ວ່າ​ໃນ​ຮູບ​ແບບ​ຕ່າງ​ໆ…ເຊິ່ງ​ລ້ວນ​ແລ້ວ​ແຕ່​ເປັນ​ການ​ສະແດງ​ຄວາມ​ບໍ່​ພຶງ​ພໍ​ໃຈ​ໃນ​ຜູ້​ຂາຍ​ທັງໝົດ, ທັກ​ສະ​ທີ່​ສຳຄັນ​ທີ່​ຜູ້​ໃຫ້​ບໍລິການ​ຈຳ​ເປັນ​ຕ້ອງ​ເລັ່ງ​ສ້າງ​ໃຫ້​ພະ​ນັກ​ງານ​ນັ້ນ​ມີ​ຄວາມ​ຮູ້​ຄື​ການ​ພັດທະນາ​ໃຫ້​ມີ​ທັກ​ສະ​ໃນ​ການ​ໃຫ້​ບໍລິການ,​ ການ​ແກ້​ບັນຫາ,​ ການ​ໃຫ້​ຄຳ​ແນະ​ນຳ​ ແລະ ​ການ​ຕອບສະໜອງ​ຕໍ່​ຂໍ້ຮຽກຮ້ອງ-ຕໍ່ວ່າ​ທີ່​ລູກ​ຄ້າ​ອາດຈະ​ມີ​ຂຶ້ນ​ ຈຶ່ງ​ເປັນ​ຄວາມ​ສຳຄັນ​ຍິ່ງສຳລັບ​ຜູ້​ທີ່​ຢູ່ໃນ​ທຸລະກິດ​ທຸກ​ຄົນ​ ຕ້ອງ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ການ​ບໍລິການ​ ໂດຍ​ສະເພາະ​ຜູ້​ທີ່​ຢູ່ໃນ​ຕຳແໜ່ງ​ທີ່​ຕ້ອງ​ຕິດ​ຕໍ່​ກັບ​ລູກ​ຄ້າ​ຢູ່​ເປັນ​ປະຈຳ​ ຈຶ່ງ​ຕ້ອງ​ມີ​ຄວາມ​ຮູ້​ ແລະ​ ມີ​ທັກ​ສະ​ທີ່​ສຳຄັນ​ໃນ​ການ​ບໍລິຫານ​ຈັດການ​ກັບ​ອາລົມ ​ແລະ ​ຄວາມ​ຮູ້ສຶກ​ຕ່າງ​ໆ​ ຈາກ​ລູກ​ຄ້າ​ ເພື່ອ​ການ​ຮັບ​ມື​ກັບ​ສະຖານະການ​ຕ່າງ​ໆ​ ແບບມື​ອາ​ຊີບ​ ຫຼັກ​ສູດ:​ “ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ​ ການ​ບໍລິຫານ​ຂໍ້ຮຽກຮ້ອງ-ຕໍ່ວ່າຂອງລູກ​ຄ້າ​” ເປັນ​ຫຼັກ​ສູດ​ທີ່​ລວບລວມ​ເຖິງ​ເຕັກ​ນິກ​ຕ່າງ​ໆ​ ທີ່​ຈະ​ສ້າງ​ຄວາມ​ພໍ​ໃຈ​ ແລະ​ ກຳຈັດ​ຄວາມ​ບໍ່​ພຶງ​ພໍ​ໃຈ​ ລວມ​ໄປ​ເຖິງ​ວິທີ​ການ​ຈັດການ​ກັບ​ອຸປະສັກ​ຕ່າງ​ໆ​ ເມື່ອ​ຕ້ອງ​ປະເຊີນ​ກັບ​ຄວາມ​ບໍ່​ພຶງ​ພໍ​ໃຈ​ຈາກ​ລູກ​ຄ້າ​ ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ການ​ຮຽນ​ຮູ້​ ແລະ ​ນຳ​ໄປ​ໃຊ້​ໃນ​ຊີວິດ​ການ​ເຮັດ​ວຽກ​ ເພື່ອ​ຄວາມ​ເປັນ​ເລີດ​ທາງ​ທຸລະກິດ​ຕໍ່ໄປ.

ຫຼັກສູດນີ້ເໝາະສົມກັບ:
ທີມງານໃນຝ່າຍຂາຍ, ທີມງານ Call Center, ນັກການຕະຫຼາດ, ພະນັກງານ, ຜູ້ບໍລິຫານ, ຜູ້ທີ່ຕ້ອງຕິດຕໍ່ກັບລູກຄ້າທັງທາງກົງ ແລະ ທາງອ້ອມ

ຈຸດປະສົງ:

  1. ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມໄດ້ຮູ້ຫຼັກການໃຫ້ບໍລິການໃນຮູບແບບຕ່າງໆ ແລະ ການບໍລິຫານຄວາມບໍ່ພໍໃຈຈາກລູກຄ້າໃນຮູບແບບຕ່າງໆ.
  2. ເພື່ອເຂົ້າໃຈຄວາມຄາດຫວັງທີ່ແທ້ຈິງທີ່ລູກຄ້າຕ້ອງການ ແລະ ການຕອບສະໜອງແບບໃດໃຫ້ໂດນໃຈ.
  3. ການແກ້ໄຂບັນຫາ ແລະ ການປ້ອງກັນບັນຫາທີ່ຈະເກີດຂຶ້ນ.

ເນື້ອໃນການຝຶກອົບຮົມ:

  1. ກະແຈຄວາມສຳເລັດໃນການເຮັດທຸລະກິດທີ່ບໍລິສັດຊັ້ນນຳຕ່າງໆນຳມາໃຊ້.
  2. ວິເຄາະລູກຄ້າ ແລະ ຄວາມຄາດຫວັງຂອງລູກຄ້າໃນແຕ່ລະປະເພດ.
  3. ຫຼັກການສ້າງຄວາມພຶງພໍໃຈແບບ 3Ps’.
  4. ເຂົ້າໃຈສາເຫດຄວາມບໍ່ພຶງພໍໃຈ ແລະ ຂັ້ນຕອນຂອງຄວາມບໍ່ພໍໃຈ.
  5. ຄວາມສຳຄັນຂອງການບໍລິຫານຄວາມພຶງພໍໃຈລູກຄ້າ.
  6. ເຈາະເລິກຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າຕໍ່ການຮຽກຮ້ອງ-ຕໍ່ວ່າ.
  7. ແລະ​ຫົວ​ຂໍ​້​ສຳ​ຄັນ​ອີກຫຼາຍ​ຫົວ​ຂໍ້…

ວັນເວລາ ແລະ ສະຖານທີ:
ວັນທີ: 10-11 /05/2024 (2 ມື້) ຫ້ອງປະຊຸມ ນາເດຍ2, ບ້ານ. ດອນປ່າໃໝ່, ເມືອງ. ສີສັດຕະນາກ, ນະຄອນຫຼວງວຽງຈັນ.