ປຶ້ມ​ສູດ​ລັບ​ຮຽນ​ເກັ່ງ

ຄຳເຫັນຂອງຜູ້ຂຽນປື້ມ “ສຸດຍອດສູດລັບຮຽນເກັ່ງ”

     ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ.

     ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີຮຽນເກັ່ງໄດ້.

     ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວ
ລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້.

     ດັ່ງນັ້ນ, ຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ, ທ່ານ ທອງຄຳ ໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດ ແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ ແມ່ນຂໍຂອບໃຈເປັນຢ່າງສູງມາຍັງທ່ານ ກະວິນ ກຽງຄຳສົນນີ ຮອງ ຫົວໜ້າກົມພີມຈຳໜ່າຍ,ກະຊວງທະແຫຼງຂ່າວ-ວັດທະນະທຳທີ່ໃຫ້ຄຳຮ່ວມ ແລະ ອະນຸມັດໃຫ້ຈັດພີມປື້ມຫົວນີ້ຂື້ນ.
     ທ້າຍນີ້ຂ້າພະເຈົ້າໃນນາມຜູ້ຂຽນຫວັງຢ່າງຍິ່ງວ່າປື້ມຫົວນີ້ຈະຊ່ວຍນຳພານັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມຕັ້ງໃຈໃນການຮຽນເພຶ່ອໃຫ້ກາຍເປັນທີ່ມີຄວາມຮູ້ ແລະຮຽນເກັ່ງຫຼືຜູ້ໃດຮຽນເກັ່ງຢູ່ແລ້ວກໍຍິ່ງເກັ່ງຂຶ້ນກ່ວາເກົ່າອີກ

ຂໍຈອບໃຈ