​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ

ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ

     ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ, ຫັວງ ດີ​ຕໍ່​ ເຮົາ​ສະ​ເໝີ, ​ແລະ​ບໍ່​ເຄີຍ​ຖີ້ມປະ ກັນ​ເຖິງ​ແມ່ນ​ວ່າເພື່ອນ​ ອີກ ຄົນຈະ​ຕົກຢູ່​ໃນ​ສະພາບ​ມີ​ບັນຫາ​ຫລາຍ​ກໍ່ຕາມ, ຄວາ​ມຈິງ​ແລ້ວ​ເພື່ອນ​ມີ​ຢູ່​ທຸກ​ແຫ່ງ​ຫົນ ແລະ ຄຳ​ວ່າ​ ເພື່ອນ ແມ່ນມີ​ທຸກ​ແຫ່​ງຫົນ ໂດຍ​ບໍ່​ຈຳ​ແນ​ກ: ອາຍຸ, ​ເພດ​, ຖານະ​ເງິນຄຳ, ຖານະ ​ທາງ​ ອຳນາດ, ໜ້າ​ຕາ, ຄວາມສົມບູນ ຂອງ​ຮ່າງກາຍ, ຫລືສາດສະໜາ.ເພື່ອນ​ນີ້​ມີ​ຂື້ນຢູ່​ ທຸກ​ບ່​ອນ​ເຊັ່ນ: ​ໃນ​ຄອບຄົວ: ​​​ພໍ່​, ແມ່ ຫລື ​ຜູ້​ປົກຄອງ ກໍ່ເປັນ ໝູ່​ເພື່ອນ​ກັບ​ ລູກໆ, ຫລານໆ​ໄດ້, ​ເພື່ອ​ສ້າງ​ຄວາມສຸກ ​ແລະ​ຄວາມ​ອົບ ​ອຸ່ນ​ພາຍ​ໃນ​ຄອບຄົວ ​ ​ແລະ ລຸດ​ບັນຫາ​ຂອງ​ເດັກ​ໃນ​ສັງຄົມ ​ເຊັ່ນ: ບັນຫາ​ຢາ ​ເສດ​ຕິດ.

     ທ່ານທຸກ​ຄົນທີ່​ມີ​ເພື່ອນ​ດີ​ແລ້ວ ຈົ່ງ​ຮັກສາ​ໄວ້​ດັ່ງ ຄຳ​ສຸພາສິດ​ໃນ​ປື້ມຫົວນີ້​ໄດ້ ເວົ້າວ່າ: ​ເພື່ອນແຫ່ງ​​ເກົ່າ​ ແຫ່ງ​ດີ, ນອກ​ນັ້ນ, ​ ເຮົາ​ກໍ່ຕ້ອງ​ຂະຫຍາຍ​​ໃຫ້​ ໄດ້ເພື່ອນ​ດີ​ເພີ້ມ ໄປ​​ເລື້ອຍໆ. ເພາະ​ຊີວິດ​ນີ້, ຈະ​ມີ​ຄວາມສຸກ​ ຂື້ນຖ້າ​ທີ່​ເປັນ​ເພື່ອນ​ດີ​ໃຫ້​ກັບ​ເພື່ອນ ກ່ອນ, ​ແລ້ວ​ເພື່ອນ​ເຮົາ​ກໍ່​ຈະ​ດີ​ກັບ​ຄືນມາ.
     ມີ​ຫລາຍຄົນ​ໃນ​ປະຈຸ​ບັນ​ມີ​ຄວາມຮັ່ງມີ​ຂື້ນ, ມີ​ຕ່ຳ​ແໜ່​ງ​ໃນ​ໜ້າ​ທີ່​ສູງ​ຂື້ນ, ຫລື​ມີ​ຖານະສູງ​ຂື້ນ ພັດ​ມັກລືມ ຄົນເບື້ອງ​ຫຼັງ​​ແລະ​ ຄົນທີ່​​ເຄີຍ​ເປັນ ເພື່ອນຮັກ ຂອງ​ຕົນ. ບາງ​ເຫດການເຊັ່ນ: ລູກ​ລືມພໍ່​ແມ່, ຜົວລືມ​ເມຍ, ​ອ້າຍ​ລືມ​ນ້ອງ, ນ້ອງ​ລືມ​ເອື້ອຍ, ເພື່ອນລືມ​ໝູ່, ລູກ​ນ້ອງ​ລືມ​ຫົວໜ້າ, ຫົວໜ້າ​ລືມ​ລູກ​ນ້ອງ, ສິດ​ລືມ​ອາຈານ, ສ່ຽວ​ກໍ່​ລືມ​ສ່ຽວ..ແລະ…​ອື່ນໆ ….ກໍ່​ເກີດ​ຂື້ນ ຫລາຍ​ແລະ​ຫລາຍ​ໃນ​ສັງຄົມ.

     ມີຫຼາຍ​ຄົນ​ເຄີຍ​ເລົ່າ​ໃຫ້​ຟັງ​ວ່າ: ບາດ​ຕອນແຕ່​ກ່ອນ, ຕອນ​ຍັງບໍ່​ມີຖານະດີ, ຕອນ​ເປັນ​ຄົນທຸກ​ຄົນ​ຍາ​ກ ພັດ​ມີ​ ຄວາມ​ ຮັກ​ແພງ​ກັນ​ດີ, ​ເຂົ້າອົກ​ເຂົ້າ​ໃຈ​ກັນ, ​ແຕ່​ແຕ່​ພໍ​ມີຖານະ​ ຍົດ​ສາ​ບັນດາ​ສັກ, ຫລື ຮັ່ງມີ​ຂື້ນມາ ພັດຕ່າງ ​ຝ່າຍ​ຕ່າງ​ບໍ່​ງໍ້​ ກັນ, ​​ຕ່າງ​ຝ່າຍ​ກໍ່ມີ​ຄວາມ​ທະ​ນົງ​ຕົວ​ໃນ​ຕົວ​ເອງຫລາຍຈົນ​ເກີນ​ເຫດ, ບາງ​ ເທື່ອຖ້າ ຜູ້ນື່ງ ມີ​ຖາ ນະ​ດີພັດ​ດູ​ຖູ​ກ ອີກ​ ຝ່າຍ​ທີ່​ຍັງ​ດ້ອຍ​ກວ່າ. ຫລື​ບາງ​ຄັ້ງຜູ້​ມີ​ຖານະ​ດີ ອາດ​ຍັງ​ຮັກ​ແພງ​​ເພື່ອນ​ທີ່​ຍັງ​ດ້ອຍ​ກວ່າ, ​ແຕ່​ເພື່ອນ​ທີ່​ດ້ວຍ​ ກວ່າ ພັດອິດສາ​ແລະ​ມີ​ແນວ​ຄິດ​ອັກ​ຄະຕິ​ກັບ​​ເພື່ອນ​ທີ່​ມີຖານະກວ່າ….ອັນ​ນີ້ກໍ່​ເກີດ​ຂື້ນປະຈຳ.

     ຍິ່ງ​ສັງຄົມ​ພັດທະນາ​ໄປ, ມີ​ວັດຖຸ​ແລະ​ສິ່ງ​ອຳນວຍ​ຄວາມ​ສະດວກ​ມີຫລາຍຂື້ນ ​ມັນພັດເຮັດ​ໃຫ້​ຄວາມ​​ເປັນ​ ເພື່ອນ​ ແລະ​ຄວາມ​ຮັກຂອງ​ມະນຸດ ​ເຮົາລຸດ​ ໜ້ອຍ​ລົງ​ເລື້ອຍໆ…,  ​ແລະ ທ້າຍ​ສຸດ​ແລ້ວມີ​ຄວາມກຽດ​ຊັງ, ຄວາມ​ອິດສາ, ແລະ ​ຄວາມເປັນ​ສັດຕູ ເຂົ້າມາ​ແທນ​ຄຳ​ວ່າ ​ເພື່ອນ​ແລະ​ຄວາມ​ຮັກ.   ຂ່າວ​ດີ….ທຸກ​ຄົນ ​ຍັງ​ມີ​ເວລາຢູ່ ​ເພື່ອ​ເຮັດ ຄວາມ​ດີ​ກັບ​ເພື່ອນ​ແລະ​ຄົນຮັກ​ທີ່​ດີ​ໆຂອງ​ທ່ານ​. ເພາະ​ຊີວິດ​ເຮົາມັນ​ ​ແສນ​ສັ້ນເຫລືອ ​ເກີນ, ມີຫລາຍ​ຄົນ ມີ​ອາຍຸ​ ບໍ່​ຮອດ​ຮ້ອຍ​ປີ. ດັ່ງນັ້ນ  ຢຸດ​ທຳຮ້າຍຈິດ​ໃຈ​ຂອງ​ເພື່ອນ, ​ແລະ​ຄົນທີ່​​ຮັກທ່ານ​ຕັ້ງ​ ແຕ່​ມື້ນີ້ເປັນ​ຕົ້ນ​ໄປ… ແລະ​ທ່ານ​ ຕ້ອງປັບ​ຕົວ​ທ່ານ ດ້ວຍ​ການ​ໃຫ້​ ເວລາ​​ແກ​່​ເພືອນຂອງ​ທ່ານ, ​ໃຫ້​ຮອຍ​ຍີ້ມ, ​ໃຫ້​ຄວາມ​ອົບ​ອຸ່ນ, ​​ໃຫ້​ຄວາມ​ຮັກ​, ໃຫ້​ຄວາມ​ຈິງ​​ໃຈ​ ແລະ ​ຄວາມ​ເອົາ​ໃຈ​ໃສ່ເຂົາ​ຫລາຍ​ເທົ່າ​ທີ່​ ຈະ​ເປັນ​ໄປ ​ໄດ້… ແລ້ວ​ທັງ​ທ່ານ​ແລະ​ເຂົາ​ກໍ່​ຈະ​ມີ ຄວາມສຸກ​ຫລາຍ​ທີ່​ສຸດ ຈົນ​ຄົນ​ອື່ນ​ອິດສາ ຂໍ​ໃຫ້​ທ່ານ​ຜູ້​ອ່ານຈົງ​ມີ​ຄວາມ​ ຮັກ​, ຄວາມສຸກ ແລະ​ ຄວາມ​ຈະ​ເລີ​ນ​ໄປພ້ອມໆ​ກັບ​ເພື່ອນ​ແລະ​ຄົນທີ່​ເຮົາ​ຮັກ​ດ້ວຍ​​ເຖີດ….

     ຂ້າພະ​ເຈົ້າຂໍ​ອຸທິດ​ປື້ມຫົວນີ້​ໃຫ້​ແກ່: ​ແມ່ຕູ້​ຍ່າ ​ແສນ​ພັກ​ດີ ບູລົມ, ຜູ້​ໄດ້​ລ້ຽງ​ດູ​ແລະ​​ແນະນຳ ຄຳ​ສຸພາ ​ສິດ​ຫລາຍໆ​ ຄຳ​ຕັ້ງ​ແຕ່​ຂ້າພະ​ເຈົ້າຢູ່​ໂຮງຮຽນ​ປະ​ຖົມ​ເປັນຕົ້ນມາ. ນອກ​ນັ້ນ ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ກັບ​ບັນດາທ່ານ ນັກ​ປັດ​ສະຍາ​ແລະ​ຜູ້​ຮູ້​ແຈ້ງ ​ຈາກ​ທຸກ​ມຸມ​ໂລກ​ທີ່​ໄດ້ ຊອກຫາ​ບັນດາ​ຄຳ​ສັ່ງສອນ​ຕ່າງໆໃຫ້​ແກ່​ສັງຄົມ​ມາ​ ຫລາຍໆ ຮ້ອຍ​ ຫລາຍ ພັນ ປີ​ທີ່​ຜ່ານ​ມາ. ເຊິ່ງຜົນງານ​ຂອງ​ພວກທ່ານ​ໄດ້​ຖືກ​ນຳ​ມາ​ລົງ​ໃນ​ປື້ມຫານີ້ດ້ວຍ.

     ໃນ​ນາມ​ຜູ້​ຂຽນ​ແລະ​ຮີບ​ໂຮມ ຂ້າພະ​ເຈົ້າຍິນ​ດີ ຕ້ອນຮັບ​ເອົາ​ຄຳ​ຕຳ​ໜິຕິ​ຊົມ​ທຸກ​ຢ່າງ​ຈາກ​ບັນດາ​ທ່ານ ຜູ້​ອ່ານ.
ທັງ​ນີ້ກໍ່​ຈະ​ໄດ້​ເອົາ​ໄປ​ປັບປຸງ​ໃນ​ ໂອກາດ ​ຕໍ່ໆ​ໄປ.