“ທັກສະການຕິດຕາມ ແລະ ເກັບໜີ້ໃຫ້ປະສົບຜົນສຳເລັດ” ວັນທີ: 23-24/01/2025
“ທັກສະການຕິດຕາມ ແລະ ເກັບໜີ້ໃຫ້ປະສົບຜົນສຳເລັດ” ວັນທີ: 23-24/01/2025 Read More »
ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ: ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ.
ຫຼັກສູດ: “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ”ວັນທີ່: 15-19/01/2025 Read More »
ຈຸດປະສົງ: ເພື່ອເສີມສ້າງ, ພັດທະນາຄວາມຮູ້, ຄວາມເຂົ້າໃຈໃນບົດບາດຂອງຫົວໜ້າໜ່ວຍງານ, ພັດທະນາທັດສະນະຂະຕິເຊີງບວກແລະເສີມສ້າງພາວະຜູ້ນໍາໃຫ້ກັບຫົວໜ້າ, ພັດທະນາເທັກນິກໃນການບໍລິຫານງານຢ່າງເປັນລະບົບ, ເທັກນິກການເຮັດວຽກເຊີງລຸກ ແລະເສີມທັກສະການບໍລິຫານແລະພັດທະນາພະນັກງານຢ່າງມີປະສິດທິພາບ. ກຸ່ມເປົ້າໝາຍ: ພະນັກງານເປົ້າໝາຍ/ຫົວໜ້າໜ່ວຍງານ, ຫົວໜ້າພະແນກ ຫົວຂໍ້ການຝຶກອົບຮົມ (ຫລັກສູດ1ມື້)ພາກທີ່ 1ຫົວໜ້າກັບການເສີມສ້າງພັດທະນາຕົນເອງ 1. ຄຸນລັກສະນະ ແລະພຶດຕິກຳຂອງຫົວຫນ້າທີ່ປະສົບຄວາມສາເລັດ 2. ການພັດທະນາທັດສະນະຂະຕິເຊີງບວກເພື່ອຄວາມສາເລັດໃນການເຮັດວຽກ. 3. ຄວາມສາມາດທີ່ຈໍາເປັນໃນການບໍລິຫານງານຂອງຫົວໜ້າງານ. 4. ບົດບາດ ແລະ ຫນ້າທີ່ຄວາມຮັບຜິດຊອບຂອງຫົວໜ້າງານມືອາຊີບ 5. ພາວະຜູ້ນາຂອງຫົວໜ້າງານ ພາກທີ່ 2 ຫົວໜ້າກັບຄວາມສາມາດໃນການພັດທະນາຄົນແລະຜົນງານ 1. ການເຮັດວຽກໃນເຊີງລຸກ (Proactive Working) 2. ເທັກນິກໃນການຕັ້ງເປົ້າໝາຍ (Setting SMART Objective) 3. ເທັກນິກການວາງແຜນວຽກ (Write Action Plan) 4. ເທັກນິກການສອນວຽກ (Coaching for Success) 5. ເທັກນິກການຕັດສິນໃຈ ແລະ ແກ້ໄຂບັນຫາ (Problem Solving
ຫຼັກສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນທີ: 16-17 /06/2025(2ມື້) Read More »
ຄວາມສຳຄັນຂອງຫຼັກສູດ: ໃນຍຸກປະຈຸບັນ, ດ້ວຍການສື່ສານ ແລະ ການນໍາສະເໜີມີຄວາມສໍາຄັນຫຼາຍໃນການເພີ່ມມູນຄ່າໃຫ້ກັບວຽກງານຕ່າງໆ, ບໍ່ວ່າຈະເປັນການປະຊຸມ, ການລາຍງານທີ່ກອງປະຊຸມ, ການລາຍງານການເຄື່ອນໄຫວວຽກງານ, ການນໍາສະເໜີໂຄງການ, ການນຳສະເໜີການຂາຍ, ການບໍລິການ, ແລະອື່ນໆ, ເພາະວ່າການສື່ສານທີ່ມີພຽງແຕ່ເນື້ອໃນທີ່ດີອາດຈະບໍ່ໄດ້ສື່ຄວາມຫມາຍກັບຜູ້ຮັບເທົ່າທີ່ຄວນ. ດ້ວຍເຫດນີ້, ຜູ້ນຳສະເໜີຈຶ່ງຕ້ອງອອກແບບ ແລະ ຕົບແຕ່ງສື່ທີ່ໃຊ້ໃນການນຳສະເໜີໃຫ້ມີຄຸນນະພາບ, ມີຄວາມສວຍງາມເປັນໜ້າຕິດຕາມ, ເໝາະສົມ, ມີຄຸນຄ່າ ແລະ ເໝາະສົມກັບບຸກຄະລິກ ແລະ ແບບແຜນວຽກຂອງວຽກງານນັ້ນໆ. ຫຼັກສູດ: “ທັກສະການສ້າງ ແລະ ການນຳສະເໜີມືອາຊີບ” ຖືກອອກແບບມາເພື່ອໃຫ້ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ເພີ້ມເຕີມກ່ຽວກັບການສ້າງບົດນຳສະເໜີຂອງຕົນເອງໃຫ້ມີຄວາມໜ້າສົນໃຈ, ສັ້ນ ແລະ ມີເນື້ອໃນຄົບ, ເຮັດໃຫ້ມີຄວາມໜ້າຕິດຕາມ ແລະ ປະສົບຜົນສໍາເລັດໃນການນໍາສະເໜີຄັ້ງນັ້ນທີ່ຈະນໍາໄປສູ່ເຕັກນິກທີ່ມີຄວາມດຶງດູດ ແລະ ຫນ້າສົນໃຈຫຼາຍ. ທັກສະການນໍາສະເໜີທີ່ເປັນມືອາຊີບແມ່ນຈໍາເປັນຕໍ່ຄວາມສໍາເລັດຂອງທ່ານ ກໍ່ຄືອົງກອນ,ເຊັ່ນການນຳສະເໜີການບໍລິຫານ,ລາຍງານຄວາມຄືບໜ້າໂຄງການ, ໃນການສໍາວຽກ, ການນໍາສະເຫນີຢ່າງມີປະສິດທິຜົນຈະເພີ່ມໂອກາດຂອງທ່ານໃນການໄດ້ຮັບພິຈາລະນາວຽກ ຫຼື ໂຄງການອື່ນໆ… ຫຼືແມ່ນແຕ່ຢູ່ບ່ອນເຮັດວຽກທີ່ເຮົາຕ້ອງສະເໜີຄວາມຄິດເຫັນ, ຫຼື ນຳສະເໜີຜົນງານໂຄງການຕ່າງໆກໍ່ດີ ຫຼື ເຮັດວຽກໃຫ້ກັບທີມ ຫຼື ຜູ້ບໍລິຫານຂອງທ່ານເອງ. ຈຸດປະສົງຂອງຫຼັກສູດ: 1. ເພື່ອຊ່ວຍເສີມສ້າງຄວາມຄິດໃນການທີ່ຈະນໍາເອົາຂໍ້ມູນທີ່ໝ້າສົນໃຈ ແລະ
ຄວາມເປັນມາຂອງການຂຽນປື້ມ ຂ້າພະເຈົ້າມີໂອກາດໄດ້ ພົບເຫັນຫລາຍຄົນທີ່ມີເພື່ອນທີ່ດີ, ທີ່ດີປານກາງ,ເພື່ອນບາງຄົນກໍ່ດີໜ້ອຍ.ແຕ່ມີບາງທ່ານໃຫ້ນິຍາມວ່າ: ຄຳວ່າເພື່ອນ ແມ່ນມີຄວາມໝາຍຍາວຍາວເກີນບັນຍາຍ. ເພື່ອນທີ່ດີຄືຄົນທີ່ຫວ່ງໄຍເຮົາ, ຈິງໃຈ, ຫັວງ ດີຕໍ່ ເຮົາສະເໝີ, ແລະບໍ່ເຄີຍຖີ້ມປະ ກັນເຖິງແມ່ນວ່າເພື່ອນ ອີກ ຄົນຈະຕົກຢູ່ໃນສະພາບມີບັນຫາຫລາຍກໍ່ຕາມ, ຄວາມຈິງແລ້ວເພື່ອນມີຢູ່ທຸກແຫ່ງຫົນ ແລະ ຄຳວ່າ ເພື່ອນ ແມ່ນມີທຸກແຫ່ງຫົນ ໂດຍບໍ່ຈຳແນກ: ອາຍຸ, ເພດ, ຖານະເງິນຄຳ, ຖານະ ທາງ ອຳນາດ, ໜ້າຕາ, ຄວາມສົມບູນ ຂອງຮ່າງກາຍ, ຫລືສາດສະໜາ.ເພື່ອນນີ້ມີຂື້ນຢູ່ ທຸກບ່ອນເຊັ່ນ: ໃນຄອບຄົວ: ພໍ່, ແມ່ ຫລື ຜູ້ປົກຄອງ ກໍ່ເປັນ ໝູ່ເພື່ອນກັບ ລູກໆ, ຫລານໆໄດ້, ເພື່ອສ້າງຄວາມສຸກ ແລະຄວາມອົບ ອຸ່ນພາຍໃນຄອບຄົວ ແລະ ລຸດບັນຫາຂອງເດັກໃນສັງຄົມ ເຊັ່ນ: ບັນຫາຢາ ເສດຕິດ. ທ່ານທຸກຄົນທີ່ມີເພື່ອນດີແລ້ວ
ປຶ້ມນີ້ລະຄືເພື່ອນຮັກຂອງຂ້ອຍ Read More »
ຄຳເຫັນຂອງຜູ້ຂຽນປື້ມ “ສຸດຍອດສູດລັບຮຽນເກັ່ງ” ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ. ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີຮຽນເກັ່ງໄດ້. ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້. ດັ່ງນັ້ນ, ຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ, ທ່ານ ທອງຄຳ ໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດ ແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ
ປຶ້ມສູດລັບຮຽນເກັ່ງ Read More »