tacdocenter

ຫຼັ​ກ​ສູດ: “ການເປັນເລຂາ ແລະ ຜູ້ຊ່ວຍມືອາຊີບ” (Effective secretary and assistant), ວັນທີ: 25-27/02/2026 (3ມື້)

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ. ເນື້ອ​ໃນ​​ການ​ຝຶກ​ອົບຮົມ: ປະສານເອົາລາຍລະອຽດຫຼັກສູດ ແລະ ລົງທະບຽນກັບ​ທີ​ມງານແທັກ​ໂດ, 030 5516372 020 55767006 (ຄຳ​ສຸກ), 020 55824448 (ວິໄລລັກ www.tacdocenter.com,  tacdocenter@yahoo.com

ຫຼັ​ກ​ສູດ: “ການເປັນເລຂາ ແລະ ຜູ້ຊ່ວຍມືອາຊີບ” (Effective secretary and assistant), ວັນທີ: 25-27/02/2026 (3ມື້) Read More »

ຫລັກສູດ: “ການ​ເປັນ​ຜູ້​ນໍ​າ​ທີ່​ດີ ແລະ ຜູ້​ຈັດ​ການ​ທີ່​ເກັ່ງ” ວັນທີ: 16-20/02/2026 (5ມື້)

ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:     ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ. ຈຸດປະສົງຂອງຫຼັກສູດ     1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ     2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້     3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.     4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່     5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້… ຫຼັງຈາກຝຶກອົບຮົມຈະໄດ້ຮັບ:     1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ.     2. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ.     3. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ

ຫລັກສູດ: “ການ​ເປັນ​ຜູ້​ນໍ​າ​ທີ່​ດີ ແລະ ຜູ້​ຈັດ​ການ​ທີ່​ເກັ່ງ” ວັນທີ: 16-20/02/2026 (5ມື້) Read More »

ຫຼັກສູດ: “ທັກສະໃນການເປັນແມ່ບ້ານຫ້ອງການຍຸກໃໝ່ທີ່ມີປະສິດທິພາບ”, (Effective Housekeeper Skills), ວັນທີ: 06-07/02/2026

ດັ່ງທີ່ຮູ້ນຳກັນວ່າຝ່າຍແມ່ບ້ານມີໜ້າທີ່ສຳຄັນບໍ່ຫຼຸດຝ່າຍອື່ນໆເລີຍ, ແມ່ບ້ານເປັນ ບຸກຄົນສຳຄັນຕໍ່ສຸຂະພາບສ່ວນລວມຂອງທີມງານໃນບໍລິສັດ, ເປັນຜູ້ທີ່ໃກ້ສິດກັບສະພາບແວດລ້ອມທາງດ້ານຈິດໃຈຂອງພະນັກງານ ແລະ ແຂກພາຍນອກ, ຖ້າມີບ້ານເປັນມືອາຊີບ ຈະຫຼຸດການຕໍ່ວ່າຂອງ ພະນັກງານ ແລະ ແຂກທີ່ມາພົວພັນ,ຫຼຸດຄ່າໃຊ້ຈ່າຍຟຸ້ມເຟືອຍຂອງການນຳໃຊ້ເຄືອງຂອງຕ່າງໆ… ຊ່ອຍຮັກສາໃບໜ້າຂອງຫ້ອງການ, ເຮືອນຊານ…ເພາະແມ່ບ້ານເປັນຜູ້ເບິ່ງແຍງຕັ້ງແຕ່ຄວາມສະອາດຮຽບຮ້ອຍ ຈົນເຖິງ ຄວາມສະອາດພາຍໃນຂອງສຸຂະພາບຂອງຄົນ, ບ່ອນເຮັດວຽກຂອງພະນັກງານ, ລວມທັງ ບ່ອນຮັບແຂກ, ແລະ ບ່ອນອື່ນໆບໍລິເວນພາຍໃນແລະນອກອາຄານເພື່ອໃຫ້ລູກຄ້າເກີດຄວາມເພິ່ງພໍໃຈ ແລະ ປະທັບໃຈໃນຄວາມສະອາດ ແລະ ເປັນລະບຽບຂອງບໍລິສັດເພື່ອເປັນສ່ວນໜື່ງທີ່ສາມາດດຶງດູດລູກຄ້າໃຫ້ເດີນທາງມາໃຊ້ບໍລິການອີກໃຫ້ໂອກາດຕໍ່ໄປ. ເນື້ອ​ໃນ​ຂອງ​ຫລັກສູດ1. ຄວາມຮູ້ກ່ຽວກັບເຄື່ອງ​ມື​ ແລະ ​ນ້ຳ​ຢາ​ເຄ​ມີ​ທີ່​ໃຊ້​ໃນ​ການເຮັດ​ຄວາມ​ສະ​ອາດ ວິທີ​ການ​ໃຊ້​ງານ​ແລະ​ການ​ດູແລຮັກສາ ວິທີ​ການ ຂັ້ນ​ຕອນ ແລະ ຫຼັກ​ການເຮັດ​ຄວາມ​ສະ​ອາດ ການປະຖົມພະຍາ​ບານ​ເບື້ອງ​ຕົ້ນ​ກັບວຽກ​ເຮັດ​ຄວາມ​ສະ​ອາດ ການ​ພັດທະນາ​ຄວາມ​ຄິດ​ບວກ​ /ຫົວ​ໃຈ​ການ ຝຶກ​ປະຕິບັດການ​ໃຊ້​ເຄື່ອງ​ມື​ເບື້ອງ​ຕົ້ນ(ເຊັ່ນ: ໄມ້ຟອຍກວດ, ໄມ້ຖູພື້ນ, ເຄື່ອງ​ດູດ​ຝຸ່ນ,ເຄື່ອງ​ຂັດ​ພື້ນແລະ​ອື່ນໆ) ຝຶກ​ປະຕິບັດການ​ຂັດ​ລ້າງ​ພື້ນ​ອາ​ຄານ ແລະ ​ຝຶກ​ປະຕິບັດການ​ເຮັດ​ຄວາມ​ສະ​ອາດ​ຫ້ອງ​ນ້ຳ ຕອບ​ຂໍ້​ຊັກ​ຖາມ/ທົບ​ທວນ​ຄວາມ​ຮູ້/ທົດສອບ​ຄວາມ​ຮູ້ ເທັກ​ນິກ​ການ​ພັບ​ຜ້າ ການ​ປູ​ຕຽງ ການ​ພັບ​ປະ​ດັບ​ຈັດ​ວາງ​ຜ້າ​ໃຊ້​ສອຍ​ໃຫ້​ສວຍ-ງາມ​ໃນ​ຫ້ອງ​ພັກ​ໂລງ​ແລມ ການ​ລີດ​ຜ້າ ຄວາມສຳຄັນຂອງການມີ ຈັນຍາບັນທີ່ດີຂອງແມ່ບ້ານ(ການສ້າງພາບພົດໃຫ້ສຳນັກງານ, ການເບີ່ງແຍງເຄືອງຮັບໃຊ້ຂອງຫົວໜ້າແລະພະນັກງານ ໃຫ້ມີຄວາມສະອາດທີ່ສຸດ)…  ວັນເວລາ ແລະ ສະຖານທີ່:

ຫຼັກສູດ: “ທັກສະໃນການເປັນແມ່ບ້ານຫ້ອງການຍຸກໃໝ່ທີ່ມີປະສິດທິພາບ”, (Effective Housekeeper Skills), ວັນທີ: 06-07/02/2026 Read More »

ຫຼັກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມີພະລັງ” “Professional Present and How to create presentation skills” ວັນ​ທີ: 29-30/01/2026

ຄວາມ​ສຳ​ຄັນ​ຂອງຫຼັກ​ສູດ: ໃນຍຸກປະຈຸບັນ, ດ້ວຍການສື່ສານ ແລະ ການນໍາສະ​ເໜີມີຄວາມສໍາຄັນຫຼາຍໃນການເພີ່ມມູນຄ່າໃຫ້ກັບວຽກງານຕ່າງໆ, ບໍ່ວ່າຈະເປັນການປະຊຸມ, ການລາຍງານທີ່ກອງປະຊຸມ, ການລາຍງານການເຄື່ອນໄຫວວຽກງານ, ການນໍາສະເໜີໂຄງການ, ການນຳສະເໜີການຂາຍ, ການບໍລິການ, ແລະອື່ນໆ, ເພາະວ່າການສື່ສານທີ່ມີພຽງແຕ່ເນື້ອໃນທີ່ດີອາດຈະບໍ່ໄດ້ສື່ຄວາມຫມາຍກັບຜູ້ຮັບເທົ່າທີ່ຄວນ. ດ້ວຍເຫດນີ້, ຜູ້ນຳສະເໜີຈຶ່ງຕ້ອງອອກແບບ ແລະ ຕົບແຕ່ງສື່ທີ່ໃຊ້ໃນການນຳສະເໜີໃຫ້ມີຄຸນນະພາບ, ມີຄວາມສວຍງາມເປັນໜ້າຕິດຕາມ, ເໝາະສົມ, ມີຄຸນຄ່າ ແລະ ເໝາະສົມກັບບຸກຄະລິກ ແລະ ແບບແຜນວຽກຂອງວຽກງານນັ້ນໆ. ຫຼັກສູດ: “ທັກ​ສະ​ການສ້າງ​ ​ແລະ ​ການ​ນຳ​ສະເໜີ​ມື​ອາ​ຊີບ” ຖືກອອກແບບມາເພື່ອໃຫ້ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ເພີ້ມເຕີມກ່ຽວກັບການສ້າງບົດນຳສະເໜີຂອງຕົນເອງໃຫ້ມີຄວາມໜ້າສົນໃຈ, ສັ້ນ ແລະ ມີເນື້ອໃນຄົບ, ເຮັດໃຫ້ມີຄວາມໜ້າຕິດຕາມ ແລະ ປະສົບຜົນສໍາເລັດໃນການນໍາສະເໜີຄັ້ງນັ້ນທີ່ຈະນໍາໄປສູ່ເຕັກນິກທີ່ມີຄວາມດຶງດູດ ແລະ ຫນ້າສົນໃຈຫຼາຍ. ທັກສະການນໍາສະ​ເໜີ​ທີ່ເປັນມືອາຊີບແມ່ນຈໍາເປັນຕໍ່ຄວາມສໍາເລັດຂອງທ່ານ ກໍ່ຄືອົງກອນ,ເຊັ່ນການນຳສະເໜີການບໍລິຫານ,ລາຍງານຄວາມຄືບໜ້າໂຄງການ, ໃນການສໍາວຽກ, ການນໍາສະເຫນີຢ່າງມີປະສິດທິຜົນຈະເພີ່ມໂອກາດຂອງທ່ານໃນການໄດ້ຮັບພິຈາລະນາວຽກ ຫຼື ໂຄງການອື່ນໆ… ຫຼືແມ່ນແຕ່ຢູ່ບ່ອນເຮັດວຽກທີ່ເຮົາຕ້ອງສະເໜີຄວາມຄິດເຫັນ, ຫຼື ນຳສະເໜີຜົນງານໂຄງການຕ່າງໆກໍ່ດີ ຫຼື ເຮັດວຽກໃຫ້ກັບທີມ ຫຼື ຜູ້ບໍລິຫານຂອງທ່ານເອງ. ຈຸດປະສົງ​ຂອງ​ຫຼັກ​ສູດ​: ເພື່ອ​ຊ່ວຍເສີມສ້າງຄວາມຄິດໃນການທີ່ຈະນໍາເອົາຂໍ້ມູນທີ່​ໝ້າສົ​ນ​ໃຈ ​ແລະ ​ມີປະ​ສິດ​ທິ​ພາບມານໍ້າສະເໜີ.​ ເພື່ອ​ຊ່ວຍໃຫ້​ຜູ້​ເຂົ້າ​ຝຶກ​ອົບຮົມ​ເຂົ້າໃຈ​ຫຼັກ​ການ​ອອກ​ແບບບົດທີ່ຈະນໍາສະເໜີ

ຫຼັກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມີພະລັງ” “Professional Present and How to create presentation skills” ວັນ​ທີ: 29-30/01/2026 Read More »

ຫຼັກສູດ: “ທັກສະໃນການ​ເປັນ​ໂຊ​ເຟີ​​ທີ​ດີ ແລະ ຂັບ​ຂີ່​ປອດ​ໄພ” Good and Safety driving, ວັນທີ: 20-21/1/2026

ທ່ານ​ເຄີຍ​ຄຳ​ນຶງ​ບໍ່​ວ່າ?: ໂຊ​ເຟີ​ຂັບ​ລົດ: ໃຊ້​ລົດ​ລາ​ຄາ​ແພງ!! ໂຊ​ເຟີ​ຂັບ​ລົດ ໃຊ້​ອຸ​ປະ​ກອນ​ເຮັດ​ວຽກ​ແພງ​ກ່​ວາ​ອຸ​ປະ​ກອນ​ເຮັດ​ວຽກ​ຂອງ​ທຸກ​ຄົນ​ໃນ​ອົງ​ກອນ!! ໂຊ​ເຟີ​ຄື​ບຸກ​ຄົນ​ທີ່​ໃກ້​ສິດ​ກັບ​ຜູ້​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອົງ​ກອນ (ຫົວ​ໜ້າ​ໃຫຍ່-ວິ​ຊາ​ການ). ໂຊ​ເຟີ​ຄື​ຄົນ​ສຳ​ຄັນ​ທີ່​ໄດ້​ຮູ້​, ໄດ້ຍິນ​ການ​ສື່​ສານ​ຂອງ​ຄົນ​ສຳ​ຄັນ…ແລະ ອີກຫຼາກຫຼາຍ​ເຫດ​ຜົນ… ທ່ານ​ພ້ອມ ຫຼືຍັງ​ທີ່​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ໂຊ​ເຟີ​ເພື່ອ​ຜົນ​ສຳ​ເລັດ​ຂອງ​ອົງ​ກອນຫຼາຍ​ຂື້ນ. ຈຸດປະສົງ​ຂອງ​ຫລັກສູດ ​​ໃຫ້​ຮູ້​ພາລະ​ບົດບາດ​ ແລະ​ ໜ້າ​ທີ່​ຂອງ​ຄຳ​ວ່າ “ພະນັກງານ​ຂັບ​ລົດ” ເພື່ອ​ປັບປຸງ​ບຸ​ກຄະ​ລິກຂອງ​ພະນັກງານ​ຂັບ​ລົດ​ເຊັ່ນ: ການ​ແຕ່ງ​ຕົວ, ຄວາມ​ສະອາດ, ມາລະຍາດ​ກັບ​ຜູ້​ໂດຍສານ(ຜູ້​ຮ່ວມ​ເດີນທາງ), ການ​ສື່ສານ, ​ແລະ​ອື່ນໆ ​ເພື່ອປັບປຸງການ​ຂັບລົດແລະການປະ​ພຶດ​ໃນ​ທ້ອງ​ຖະໜົນ​ໂດຍ​ສະ​ເພາະ​ແມ່ນ: ສາມັນ​ສຳນຶກໃນການໃຊ້ລົດແລະເສັ້ນທາງ, ກົດ​ຈໍລະ​ຈອນ ເພື່ອຄວາມປອດໄພ ​ເພື່ອ​​ເພີ້ມຄວາມ​ຮູ້​ດ້ານ​ເຕັກນິກ​ວິຊາ​ການ​ໃນ​ການເບິ່ງ​ແຍງ​ດູ​ແລ​ຮັກສາ​ລົດ​ເພື່ອ​ລຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ແລະ​ການ​ເສັຍ​ຫາ​ຂອງ​ອົງກອນ ເໝາະ​ສົມ​ກັບ: ພະ​ນັກ​ງານ​ຂັບ​ລົດ, ຫົວ​ໜ້າ​ກອງ​ລົດ, ຮອງ​ຜູ້​ຈັດ​ການ (ກ່ຽວ​ກັບ​ພາ​ຫະ​ນະ). ເນື້ອ​ໃນ​ຂອງ​ຫລັກສູດ ບົດບາດ ​ແລະ ​ໜ້າ​ທີ່​ຂອງ​ພະນັກງານ​ຂັບ​ລົດ, ຈັນ​ຍາ​ບັນ. ວິທີ​ການ​ສື່ສານ​ເອົາ​ໃຈ​​ໃສ່ກັບ​ຜູ້​ໂດຍສານ(ຜູ້​ຮ່ວມ​ໃຊ້​ລົດ) ການ​ເປັນ​​ພະນັກງານ​ຂັບ​ລົດ​(ມື​ອາ​ຊີບ)ມີ​ຫຍັງ​ແດ່?(ຄຸນສົມບັດ, ກິລິຍາ, ການ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມຮັບຜິດຊອບ ​ແລະ​ ອື່ນໆ) ການ​ເປັນ​ຄົນ ບໍລິການດ້ວຍ​ໃຈ(ໃຫ້​ບໍ​ລິ​ການຫົວໜ້າ, ພະນັກງານ…) ການ​ມີ​ສະຕິ​ລະວັງ​ຕົວ ການ​ກຽມ​ຕົວ​ກ່ອນ​ອອກ​ເດີນທາງ ສີ່​ງຂັດຂວາງ​ການ​ເບີ່​ງ​ເຫັນ​ໃນ​ຂະນະ​ກຳລັງ​ຂັບ​ລົດ ການ​ປະ​ເມີນ(​ເບີ່​ງ)ສະຖານະ​ການ ​ແລະ ​ສະພາບ​ແວດ​ລ້ອມ​ເວລາ​ຢຸດ​​ລົດ(ຫ້າມ​ລົດ) ການ​ບົວ​ລະ​ບັດ​ຮັກສາ​​ເຄື່ອງ​ຈັກ

ຫຼັກສູດ: “ທັກສະໃນການ​ເປັນ​ໂຊ​ເຟີ​​ທີ​ດີ ແລະ ຂັບ​ຂີ່​ປອດ​ໄພ” Good and Safety driving, ວັນທີ: 20-21/1/2026 Read More »

ການຝຶກອົບຮົມໃຫ້ແກ້ຄູຝຶກ (TOT), ວັນທີ: 20 ແລະ 27 ມິຖຸນາ 2025

ທີມງານຄູຝຶກ ສູນແທັກໂດ ຈໍານວນ 2ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມ TOT ແລະ ໄດ້ເຂົ້າຮ່ວມການຝຶກປະຕິບັດການເປັນຄູຝຶກຕົວຈິງ ໃນວັນທີ: 21 ແລະ 28 ມຸຖຸນາ 2025

ການຝຶກອົບຮົມໃຫ້ແກ້ຄູຝຶກ (TOT), ວັນທີ: 20 ແລະ 27 ມິຖຸນາ 2025 Read More »

ຫຼັກສູດ: “ທັກ​ສະ​ການ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ” (Effective Communication Skills) ຈໍານວນ 3ເມືອງ ຂອງແຂວງບໍ່ແກ້ວ

ເມືອງ ຜາອຸດົມ, ວັນທີ: 4-5.3.2025 ເມືອງ ປາກ​ທາ, ວັນທີ: 6-7.3.2025  ເມືອງ ເມິງ, ວັນທີ: 12-13.3.2025  ຄວາມ​ສຳ​ຄັນ​ຂອງຫຼັກ​ສູດ:​     ການ​ສື່​ສານ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ອົງ​ກອນ​ ໃນ​ການ​ທີ່​ຈະ​ເຮັດໃຫ້​ແຕ່​ລະ​ພາກ​ສ່ວນ​ໃນ​ອົງກອນ​ເຮັດວຽກ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ພາຍໃຕ້​ເປົ້າ​ໝາຍ ​ແລະ ​ວິ​ໄສທັດ​​ດຽວ​ກັນ​ ບໍ່​ວ່າ​ຈະ​ເປັນ​ພະ​ແນກ​ການ​ຕະຫຼາດ​, ພະ​ແນກ​ເບິ່ງ​ແຍງ​ການ​ຜະລິດ​, ​ພະ​ແນກ​ການ​ເງິນ ​ແລະ ​​ບັນ​ຊີ​, ​ພະ​ແນກ​ບຸກ​ຄົນ​ ຫຼື​​​ພະ​ແນກ​ຊ່ອມ​ແປງ​ບຳ​ລຸງ​ຮັກ​ສາ​ ລ້ວນ​ແລ້ວ​ແຕ່​ຈຳ​ເປັນ​ຕ້ອງ​ມີ​ການ​ສື່​ສານ​ທີ່​ມີ​ປະ​​ສິດ​ທິ​ພາ​ບ​​ລະຫວ່າງ​​ພະ​ແນກ​ເພື່ອ​ເຊື່ອມ​ຄວາມ​ສຳພັນ​ລະຫວ່າງ​​ພະ​ແນກ ​ແລະ​ ສົ່ງ​ເສີມ​ຄວາມ​ສຳ​ເລັດ​ໃນ​ພາບ​​ລວມ​ຂອງ​ອົງ​ກອນ ການ​ສື່​ສານ​ນັ້ນ​ມີ​ສ່ວນ​ສຳຄັນ​ຫຼາຍ​ໃນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ​, ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ລູກ​ຄ້າ​, ພັດທະນາ​ຄຸນນະພາບ​ ແລະ​ສ້າງສັນ​ຜະລິດຕະພັນ​ໃໝ່​ໆ​ໃນ​ອົງກອນ​ ເປັນ​ຕົ້ນ​.     ການ​ສື່​ສານ​ທີ່​ມີປະ​ສິດ​ທິ​ພາບ​ນັ້ນ​ສຳຄັນ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ອົງ​​ກອນ​ບໍ່​ສະເພາະ​ກັບ​​ຫົວ​ໜ້າ​​ ແຕ່ລວມ​ໄປ​ເຖິງ​ພ​ະນັກ​ງານ​ທຸກ​ຄົົນທີ່​ຕ້ອງ​ມີ​ສ່ວນ​ຮ່ວມ​ເປັນ​ຜູ້​ສື່​ສານ​ທີ່​ມີ​ທັກ​ສະ​ ເພາະ​ການ​ສື່​ສານ​ຄື​ການ​ແບ່ງ​ປັນ ​ແລະ ​ສົ່ງ​ຕໍ່​ຂໍ້​ມູນ​ລະຫວ່າງ​ຄົນ​ສອງ​ຄົນ​ ຫຼື​ຫຼາຍກວ່າ​ນັ້ນ​ເພື່ອ​ໃຫ້​ເຂົ້າໃຈ​​ຕົງ​ກັນ​ ​ຖ້າຫາກ​ວ່າ​ຂໍ້​ມູນ​ຖືກ​ເຂົ້າໃຈ​ໄດ້​ພຽງ​ບາງ​ສ່ວນ​ ຫຼື​ເຂົ້າໃຈ​ຜິດ​ພ້ຽນ​ໄປ​ ບັນຫາ​​ກໍ່ຈະ​ເກີດ​ຕາມ​​ມາຈົນ​ອາດ​ບານ​ປາຍ​ເປັນ​ຄວາມ​​ສູນ​ເສຍ​ຂອງ​ອົງ​ກອນ​ໄດ້​.     ທັກ​ສະ​ການ​ສື່​ສານ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສ້າງ​ປັດ​​ໄຈ​ທາງ​ບວກ​ໃນ​​ບ່ອນ​ເຮັດວຽກ​ ດັ່ງ​ຄຳ​​ກ່າວ​ທີ່​ວ່າ​ “​ຍິ່ງ​ເຮົາ​ສື່​ສານ​ກັນ​ຫຼາຍ​ຂຶ້ນ​ເທົ່າ​​ໃດ​ ເຮົາ​​ຍິ່ງ​ເຂົ້າໃຈ​ກັນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ​” ຄ​ວາມ​ເຂົ້າໃຈ​ກັນ​ຫຼາຍ​ຂຶ້ນ​ນີ້​ເອງ​ຊ່ວຍ​ຫຼຸດ​ຄວາມ​ຂັດ​​ແຍ້ງ​ພາຍ​ໃນ​ອົງ​ກອນ​ ລະຫວ່າງ​​ພະ​ນັກ​ງານ​ກັບ​​ພະນັກ​ງານ​, ລະຫວ່າງ​ຫົວ​ໜ້າ​ງານ​ກັບ​ລູກ​ນ້ອງ​ ຫຼື​ ​ລະຫວ່າງ​​ພະ​ແນກກັບ​ພະ​ແນກ​ ສະພາບ​ບັນ​ຢາ​ກາດ​ການ​ເຮັດ​ວຽກ​ແບບ​ນີ້ກໍ່​ຈະ​​ເປັນ​ປັດ​ໄຈ​ທາງ​ບວກ​ໃນ​ການ​ເຮັດ​ວຽກ​ທີ່​ມີປະ​ສິດ​ທິ​ພາບ​ຫຼາຍ​ຍິ່ງ​ຂຶ້ນ​.

ຫຼັກສູດ: “ທັກ​ສະ​ການ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ” (Effective Communication Skills) ຈໍານວນ 3ເມືອງ ຂອງແຂວງບໍ່ແກ້ວ Read More »