ດັ່ງທີ່ຮູ້ນຳກັນວ່າຝ່າຍແມ່ບ້ານມີໜ້າທີ່ສຳຄັນບໍ່ຫຼຸດຝ່າຍອື່ນໆເລີຍ, ແມ່ບ້ານເປັນ ບຸກຄົນສຳຄັນຕໍ່ສຸຂະພາບສ່ວນລວມຂອງທີມງານໃນບໍລິສັດ, ເປັນຜູ້ທີ່ໃກ້ສິດກັບສະພາບແວດລ້ອມທາງດ້ານຈິດໃຈຂອງພະນັກງານ ແລະ ແຂກພາຍນອກ, ຖ້າມີບ້ານເປັນມືອາຊີບ ຈະຫຼຸດການຕໍ່ວ່າຂອງ ພະນັກງານ ແລະ ແຂກທີ່ມາພົວພັນ,ຫຼຸດຄ່າໃຊ້ຈ່າຍຟຸ້ມເຟືອຍຂອງການນຳໃຊ້ເຄືອງຂອງຕ່າງໆ… ຊ່ອຍຮັກສາໃບໜ້າຂອງຫ້ອງການ, ເຮືອນຊານ…ເພາະແມ່ບ້ານເປັນຜູ້ເບິ່ງແຍງຕັ້ງແຕ່ຄວາມສະອາດຮຽບຮ້ອຍ ຈົນເຖິງ ຄວາມສະອາດພາຍໃນຂອງສຸຂະພາບຂອງຄົນ, ບ່ອນເຮັດວຽກຂອງພະນັກງານ, ລວມທັງ ບ່ອນຮັບແຂກ, ແລະ ບ່ອນອື່ນໆບໍລິເວນພາຍໃນແລະນອກອາຄານເພື່ອໃຫ້ລູກຄ້າເກີດຄວາມເພິ່ງພໍໃຈ ແລະ ປະທັບໃຈໃນຄວາມສະອາດ ແລະ ເປັນລະບຽບຂອງບໍລິສັດເພື່ອເປັນສ່ວນໜື່ງທີ່ສາມາດດຶງດູດລູກຄ້າໃຫ້ເດີນທາງມາໃຊ້ບໍລິການອີກໃຫ້ໂອກາດຕໍ່ໄປ.
ເນື້ອໃນຂອງຫລັກສູດ
1. ຄວາມຮູ້ກ່ຽວກັບເຄື່ອງມື ແລະ ນ້ຳຢາເຄມີທີ່ໃຊ້ໃນການເຮັດຄວາມສະອາດ
- ວິທີການໃຊ້ງານແລະການດູແລຮັກສາ
- ວິທີການ ຂັ້ນຕອນ ແລະ ຫຼັກການເຮັດຄວາມສະອາດ
- ການປະຖົມພະຍາບານເບື້ອງຕົ້ນກັບວຽກເຮັດຄວາມສະອາດ
- ການພັດທະນາຄວາມຄິດບວກ /ຫົວໃຈການ
- ຝຶກປະຕິບັດການໃຊ້ເຄື່ອງມືເບື້ອງຕົ້ນ(ເຊັ່ນ: ໄມ້ຟອຍກວດ, ໄມ້ຖູພື້ນ, ເຄື່ອງດູດຝຸ່ນ,ເຄື່ອງຂັດພື້ນແລະອື່ນໆ)
- ຝຶກປະຕິບັດການຂັດລ້າງພື້ນອາຄານ ແລະ ຝຶກປະຕິບັດການເຮັດຄວາມສະອາດຫ້ອງນ້ຳ
- ຕອບຂໍ້ຊັກຖາມ/ທົບທວນຄວາມຮູ້/ທົດສອບຄວາມຮູ້
- ເທັກນິກການພັບຜ້າ ການປູຕຽງ ການພັບປະດັບຈັດວາງຜ້າໃຊ້ສອຍໃຫ້ສວຍ-ງາມໃນຫ້ອງພັກໂລງແລມ ການລີດຜ້າ
- ຄວາມສຳຄັນຂອງການມີ ຈັນຍາບັນທີ່ດີຂອງແມ່ບ້ານ(ການສ້າງພາບພົດໃຫ້ສຳນັກງານ, ການເບີ່ງແຍງເຄືອງຮັບໃຊ້ຂອງຫົວໜ້າແລະພະນັກງານ ໃຫ້ມີຄວາມສະອາດທີ່ສຸດ)…
ວັນເວລາ ແລະ ສະຖານທີ່:
ໄລຍະການຝຶກອົບຮົມ: 2ມື້, ທີ່ຫ້ອງປະຊຸມ: ແທັກໂດ, ບ້ານ ດອນປ່າໃໝ່, ນະຄອນຫຼວງວຽງຈັນ
