ແຜນ​ຝຶກ​ອົບ​ຮົມ​ປະ​ຈຳ​ເດືອນ

ຫລັກສູດ: “ການ​ເປັນ​ຜູ້​ນໍ​າ​ທີ່​ດີ ແລະ ຜູ້​ຈັດ​ການ​ທີ່​ເກັ່ງ” ວັນທີ: 09-13/06/2025 (5ມື້)

ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:     ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ. ຈຸດປະສົງຂອງຫຼັກສູດ     1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ     2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້     3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.     4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່     5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້… ຫຼັງຈາກຝຶກອົບຮົມຈະໄດ້ຮັບ:     1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ.     2. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ.     3. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ […]

ຫລັກສູດ: “ການ​ເປັນ​ຜູ້​ນໍ​າ​ທີ່​ດີ ແລະ ຜູ້​ຈັດ​ການ​ທີ່​ເກັ່ງ” ວັນທີ: 09-13/06/2025 (5ມື້) Read More »

ຫຼັກ​ສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນ​ທີ: 16-17 /06/2025(2ມື້)

ຈຸດປະສົງ:         ເພື່ອ​ເສີມ​ສ້າງ, ພັດທະນາ​ຄວາມຮູ້, ຄວາມ​ເຂົ້າໃຈ​ໃນ​ບົດ​ບາດ​ຂອງ​ຫົວ​ໜ້າ​ໜ່ວຍງານ, ພັດທະນາ​ທັດສະນະຂະຕິ​ເຊີງ​ບວກ​ແລະ​ເສີມ​ສ້າງ​ພາ​ວະ​ຜູ້​ນໍາ​ໃຫ້​ກັບ​ຫົວ​ໜ້າ​, ພັດທະນາ​ເທັກ​ນິກ​ໃນ​ການ​ບໍລິຫານ​ງານ​ຢ່າງ​ເປັນ​ລະ​ບົບ, ເທັກ​ນິກ​ການ​ເຮັດວຽກ​ເຊີງ​ລຸກ ແລະ​ເສີມ​ທັກ​ສະ​ການ​ບໍລິຫານ​ແລະ​ພັດທະນາ​ພະນັກງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ກຸ່ມເປົ້າໝາຍ: ພະນັກງານເປົ້າໝາຍ/ຫົວໜ້າໜ່ວຍງານ, ຫົວໜ້າພະແນກ ຫົວຂໍ້​ການ​ຝຶກອົບຮົມ​ (ຫລັກ​ສູດ1ມື້)ພາກທີ່ 1ຫົວ​ໜ້າ​ກັບ​ການ​ເສີມ​ສ້າງ​ພັດທະນາ​ຕົນເອງ     1. ຄຸນ​ລັກສະນະ ແລະ​ພຶດຕິກຳ​ຂອງ​ຫົວ​ຫນ້າທີ່​ປະ​ສົບ​ຄວາມ​ສາ​ເລັດ     2. ການ​ພັດທະນາ​ທັດ​ສະນະຂະ​ຕິ​ເຊີງ​ບວກ​ເພື່ອ​ຄວາມ​ສາ​ເລັດ​ໃນ​ການ​ເຮັດວຽກ.     3. ຄວາມ​ສາມາດ​ທີ່​ຈໍາ​ເປັນ​ໃນ​ການ​ບໍລິຫານ​ງານ​ຂອງ​ຫົວ​ໜ້າ​ງານ.     4. ບົດ​ບາດ​ ແລະ ​ຫນ້າທີ່​ຄວາມ​ຮັບ​ຜິດຊອບ​ຂອງ​ຫົວ​ໜ້າ​ງານ​ມື​ອາ​ຊີບ     5. ພາ​ວະ​ຜູ້​ນາ​ຂອງ​ຫົວ​ໜ້າ​ງານ ພາກທີ່ 2 ຫົວ​ໜ້າ​ກັບ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຄົນ​ແລະ​ຜົນ​ງານ     1. ການ​ເຮັດວຽກ​ໃນ​ເຊີງ​ລຸກ (Proactive Working)     2. ເທັກ​ນິກ​ໃນ​ການຕັ້ງ​ເປົ້າ​ໝາຍ (Setting SMART Objective)     3. ເທັກ​ນິກ​ການ​ວາງ​ແຜນ​ວຽກ (Write Action Plan)     4. ເທັກ​ນິກ​ການ​ສອນ​ວຽກ (Coaching for Success)     5. ເທັກ​ນິກ​ການ​ຕັດ​ສິນ​ໃຈ ແລະ ແກ້​ໄຂ​ບັນຫາ (Problem Solving

ຫຼັກ​ສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນ​ທີ: 16-17 /06/2025(2ມື້) Read More »

ຫຼັ​ກ​ສູດ: “ການເປັນເລຂາ ແລະ ຜູ້ຊ່ວຍມືອາຊີບ” (Effective secretary and assistant), ວັນທີ: 18-20/6/2025 (3ມື້)

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ. ເນື້ອ​ໃນ​​ການ​ຝຶກ​ອົບຮົມ: ປະສານເອົາລາຍລະອຽດຫຼັກສູດ ແລະ ລົງທະບຽນກັບ​ທີ​ມງານແທັກ​ໂດ, 030 5516372 020 55767006 (ຄຳ​ສຸກ), 020 55824448 (ວິໄລລັກ www.tacdocenter.com,  tacdocenter@yahoo.com

ຫຼັ​ກ​ສູດ: “ການເປັນເລຂາ ແລະ ຜູ້ຊ່ວຍມືອາຊີບ” (Effective secretary and assistant), ວັນທີ: 18-20/6/2025 (3ມື້) Read More »

ຫຼັ​ກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມືອາຊີບ”(Professional Presentation and presentation skills) ວັນ​ທີ: 24-25/6/2025 (2 ມື້)

ຄວາມສຳຄັນຂອງຫຼັກສູດ:     ໃນຍຸກປະຈຸບັນ, ດ້ວຍການສື່ສານ ແລະ ການນໍາສະເໜີມີຄວາມສໍາຄັນຫຼາຍໃນການເພີ່ມມູນຄ່າໃຫ້ກັບວຽກງານຕ່າງໆ, ບໍ່ວ່າຈະເປັນການປະຊຸມ, ການລາຍງານທີ່ກອງປະຊຸມ, ການລາຍງານການເຄື່ອນໄຫວວຽກງານ, ການນໍາສະເໜີໂຄງການ, ການນຳສະເໜີການຂາຍ, ການບໍລິການ, ແລະອື່ນໆ, ເພາະວ່າການສື່ສານທີ່ມີພຽງແຕ່ເນື້ອໃນທີ່ດີອາດຈະບໍ່ໄດ້ສື່ຄວາມຫມາຍກັບຜູ້ຮັບເທົ່າທີ່ຄວນ.     ດ້ວຍເຫດນີ້, ຜູ້ນຳສະເໜີຈຶ່ງຕ້ອງອອກແບບ ແລະ ຕົບແຕ່ງສື່ທີ່ໃຊ້ໃນການນຳສະເໜີໃຫ້ມີຄຸນນະພາບ, ມີຄວາມສວຍງາມເປັນໜ້າຕິດຕາມ, ເໝາະສົມ, ມີຄຸນຄ່າ ແລະ ເໝາະສົມກັບບຸກຄະລິກ ແລະ ແບບແຜນວຽກຂອງວຽກງານນັ້ນໆ.      ຫຼັກສູດ: “ທັກສະການສ້າງ ແລະ ການນຳສະເໜີມືອາຊີບ” ຖືກອອກແບບມາເພື່ອໃຫ້ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ເພີ້ມເຕີມກ່ຽວກັບການສ້າງບົດນຳສະເໜີຂອງຕົນເອງໃຫ້ມີຄວາມໜ້າສົນໃຈ, ສັ້ນ ແລະ ມີເນື້ອໃນຄົບ, ເຮັດໃຫ້ມີຄວາມໜ້າຕິດຕາມ ແລະ ປະສົບຜົນສໍາເລັດໃນການນໍາສະເໜີຄັ້ງນັ້ນທີ່ຈະນໍາໄປສູ່ເຕັກນິກທີ່ມີຄວາມດຶງດູດ ແລະ ຫນ້າສົນໃຈຫຼາຍ.     ທັກສະການນໍາສະເໜີທີ່ເປັນມືອາຊີບແມ່ນຈໍາເປັນຕໍ່ຄວາມສໍາເລັດຂອງທ່ານ ກໍ່ຄືອົງກອນ,ເຊັ່ນການນຳສະເໜີການບໍລິຫານ,ລາຍງານຄວາມຄືບໜ້າໂຄງການ, ໃນການສໍາວຽກ, ການນໍາສະເຫນີຢ່າງມີປະສິດທິຜົນຈະເພີ່ມໂອກາດຂອງທ່ານໃນການໄດ້ຮັບພິຈາລະນາວຽກ ຫຼື ໂຄງການອື່ນໆ… ຫຼືແມ່ນແຕ່ຢູ່ບ່ອນເຮັດວຽກທີ່ເຮົາຕ້ອງສະເໜີຄວາມຄິດເຫັນ, ຫຼື ນຳສະເໜີຜົນງານໂຄງການຕ່າງໆກໍ່ດີ ຫຼື ເຮັດວຽກໃຫ້ກັບທີມ ຫຼື ຜູ້ບໍລິຫານຂອງທ່ານເອງ. ຈຸດປະສົງຂອງຫຼັກສູດ:     1. ເພື່ອຊ່ວຍເສີມສ້າງຄວາມຄິດໃນການທີ່ຈະນໍາເອົາຂໍ້ມູນທີ່ໝ້າສົນໃຈ ແລະ

ຫຼັ​ກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມືອາຊີບ”(Professional Presentation and presentation skills) ວັນ​ທີ: 24-25/6/2025 (2 ມື້) Read More »