Course: “Training of Trainer (TOT)”, Date: 27-31/10/2025
Course: “Training of Trainer (TOT)”, Date: 27-31/10/2025 Read More »
ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ: ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ. ຈຸດປະສົງຂອງຫຼັກສູດ 1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ 2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້ 3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້. 4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່ 5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້… ຫຼັງຈາກຝຶກອົບຮົມຈະໄດ້ຮັບ: 1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ. 2. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ. 3. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ
ຈຸດປະສົງ: ເພື່ອເສີມສ້າງ, ພັດທະນາຄວາມຮູ້, ຄວາມເຂົ້າໃຈໃນບົດບາດຂອງຫົວໜ້າໜ່ວຍງານ, ພັດທະນາທັດສະນະຂະຕິເຊີງບວກແລະເສີມສ້າງພາວະຜູ້ນໍາໃຫ້ກັບຫົວໜ້າ, ພັດທະນາເທັກນິກໃນການບໍລິຫານງານຢ່າງເປັນລະບົບ, ເທັກນິກການເຮັດວຽກເຊີງລຸກ ແລະເສີມທັກສະການບໍລິຫານແລະພັດທະນາພະນັກງານຢ່າງມີປະສິດທິພາບ. ກຸ່ມເປົ້າໝາຍ: ພະນັກງານເປົ້າໝາຍ/ຫົວໜ້າໜ່ວຍງານ, ຫົວໜ້າພະແນກ ຫົວຂໍ້ການຝຶກອົບຮົມ (ຫລັກສູດ1ມື້)ພາກທີ່ 1ຫົວໜ້າກັບການເສີມສ້າງພັດທະນາຕົນເອງ 1. ຄຸນລັກສະນະ ແລະພຶດຕິກຳຂອງຫົວຫນ້າທີ່ປະສົບຄວາມສາເລັດ 2. ການພັດທະນາທັດສະນະຂະຕິເຊີງບວກເພື່ອຄວາມສາເລັດໃນການເຮັດວຽກ. 3. ຄວາມສາມາດທີ່ຈໍາເປັນໃນການບໍລິຫານງານຂອງຫົວໜ້າງານ. 4. ບົດບາດ ແລະ ຫນ້າທີ່ຄວາມຮັບຜິດຊອບຂອງຫົວໜ້າງານມືອາຊີບ 5. ພາວະຜູ້ນາຂອງຫົວໜ້າງານ ພາກທີ່ 2 ຫົວໜ້າກັບຄວາມສາມາດໃນການພັດທະນາຄົນແລະຜົນງານ 1. ການເຮັດວຽກໃນເຊີງລຸກ (Proactive Working) 2. ເທັກນິກໃນການຕັ້ງເປົ້າໝາຍ (Setting SMART Objective) 3. ເທັກນິກການວາງແຜນວຽກ (Write Action Plan) 4. ເທັກນິກການສອນວຽກ (Coaching for Success) 5. ເທັກນິກການຕັດສິນໃຈ ແລະ ແກ້ໄຂບັນຫາ (Problem Solving
ຫຼັກສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນທີ: 29-30 /09/2025 (2ມື້) Read More »
ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ: ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ. ເນື້ອໃນການຝຶກອົບຮົມ: ປະສານເອົາລາຍລະອຽດຫຼັກສູດ ແລະ ລົງທະບຽນກັບທີມງານແທັກໂດ, 030 5516372 020 55767006 (ຄຳສຸກ), 020 55824448 (ວິໄລລັກ www.tacdocenter.com, tacdocenter@yahoo.com