ທ່ານເຄີຍຄຳນຶງບໍ່ວ່າ?:
- ໂຊເຟີຂັບລົດ: ໃຊ້ລົດລາຄາແພງ!!
- ໂຊເຟີຂັບລົດ ໃຊ້ອຸປະກອນເຮັດວຽກແພງກ່ວາອຸປະກອນເຮັດວຽກຂອງທຸກຄົນໃນອົງກອນ!!
- ໂຊເຟີຄືບຸກຄົນທີ່ໃກ້ສິດກັບຜູ້ທີ່ສຳຄັນທີ່ສຸດຂອງອົງກອນ (ຫົວໜ້າໃຫຍ່-ວິຊາການ).
- ໂຊເຟີຄືຄົນສຳຄັນທີ່ໄດ້ຮູ້, ໄດ້ຍິນການສື່ສານຂອງຄົນສຳຄັນ…ແລະ ອີກຫຼາກຫຼາຍເຫດຜົນ…
ທ່ານພ້ອມ ຫຼືຍັງທີ່ຈະສ້າງຄວາມເຂັ້ມແຂງໃຫ້ໂຊເຟີເພື່ອຜົນສຳເລັດຂອງອົງກອນຫຼາຍຂື້ນ.
ຈຸດປະສົງຂອງຫລັກສູດ
- ໃຫ້ຮູ້ພາລະບົດບາດ ແລະ ໜ້າທີ່ຂອງຄຳວ່າ “ພະນັກງານຂັບລົດ”
- ເພື່ອປັບປຸງບຸກຄະລິກຂອງພະນັກງານຂັບລົດເຊັ່ນ: ການແຕ່ງຕົວ, ຄວາມສະອາດ, ມາລະຍາດກັບຜູ້ໂດຍສານ(ຜູ້ຮ່ວມເດີນທາງ), ການສື່ສານ, ແລະອື່ນໆ
- ເພື່ອປັບປຸງການຂັບລົດແລະການປະພຶດໃນທ້ອງຖະໜົນໂດຍສະເພາະແມ່ນ: ສາມັນສຳນຶກໃນການໃຊ້ລົດແລະເສັ້ນທາງ, ກົດຈໍລະຈອນ ເພື່ອຄວາມປອດໄພ
- ເພື່ອເພີ້ມຄວາມຮູ້ດ້ານເຕັກນິກວິຊາການໃນການເບິ່ງແຍງດູແລຮັກສາລົດເພື່ອລຸດຜ່ອນຄ່າໃຊ້ຈ່າຍແລະການເສັຍຫາຂອງອົງກອນ
ເໝາະສົມກັບ: ພະນັກງານຂັບລົດ, ຫົວໜ້າກອງລົດ, ຮອງຜູ້ຈັດການ (ກ່ຽວກັບພາຫະນະ).
ເນື້ອໃນຂອງຫລັກສູດ
- ບົດບາດ ແລະ ໜ້າທີ່ຂອງພະນັກງານຂັບລົດ, ຈັນຍາບັນ.
- ວິທີການສື່ສານເອົາໃຈໃສ່ກັບຜູ້ໂດຍສານ(ຜູ້ຮ່ວມໃຊ້ລົດ)
- ການເປັນພະນັກງານຂັບລົດ(ມືອາຊີບ)ມີຫຍັງແດ່?
(ຄຸນສົມບັດ, ກິລິຍາ, ການໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບ ແລະ ອື່ນໆ)
- ການເປັນຄົນ ບໍລິການດ້ວຍໃຈ(ໃຫ້ບໍລິການຫົວໜ້າ, ພະນັກງານ…)
- ການມີສະຕິລະວັງຕົວ
- ການກຽມຕົວກ່ອນອອກເດີນທາງ
- ສີ່ງຂັດຂວາງການເບີ່ງເຫັນໃນຂະນະກຳລັງຂັບລົດ
- ການປະເມີນ(ເບີ່ງ)ສະຖານະການ ແລະ ສະພາບແວດລ້ອມເວລາຢຸດລົດ(ຫ້າມລົດ)
- ການບົວລະບັດຮັກສາເຄື່ອງຈັກ
- ການກວດສອບທີ່ມີມາດຕະຖານໃນດ້ານ ລະບົບຄາດ, ເບກ(ຫ້າມ), ລະບົບໄຟສັນຍານ, ແລະ ຊ່ວງລ່າງຕ່າງໆ
- ເຕັກນິກການໃຊ້ລົດໃນເຂດທີ່ກັນດານ
- ການປ່ຽນນ້ຳມັນເຄື່ອງ, ຕີນ ແລະ ອື່ນໆ.
- ກົດຈະລາຈອນໃນລາວ
