ຫຼັກສູດ: ເຕັກ​ນິກ “ການ​ລ້ຽງ​ສັດ​ປີກ​ເພື່ອ​ສ້າງ​ລາຍ​ໄດ້​ໃຫ້​ຊຸມ​ຊົນ”(Code: 7009) ລະຫວ່າງ ວັນທີ: 25-27 /09/2024 (3ມື້)

ຄວາມ​ສຳຄັນຂອງຫຼັກສູດ:

ປະຈຸບັນ​ໄກ່​ພື້ນ​ບ້ານ​ໄດ້ຮັບ​ຄວາມ​ນິຍົມ​ເພີ້ມ​ຂຶ້ນ​ຫຼາຍ ເປັນ​ຍ້ອນ​ໄກ່​ພື້ນ​ບ້ານ​ມີລົດຊາດແຊບ ​ແລະ ​ຊີ້ນແໜ້ນ​ ເປັນ​ທີ່​ຖືກ​ປາກ​ຂອງ​ຜູ້ບໍລິ​ໂພກ​ທົ່ວ​ໄປ​ ຈົນ​ມີ​ແນວ​ໂນ້ມ​ວ່າ​ ຈະ​ສາມາດ​ສົ່ງ​ຊີ້ນ​ໄກ່​ພື້ນ​ບ້ານ​ອອກ​ໄປ​ຈຳ​ໜ່າຍ​ຍັງ​ຕ່າງ​ປະເທດ​ ແລະ ​ທີ່​ສຳຄັນ​ຄື​ເລື່ອງ​ຂອງ​ຄວາມ​ປອດ​ໄພຈາກ​ສານ​ເລັ່ງ,​ ສານ​ເຄ​ມີ​ຕ່າງ​ໆ​ ເນື່ອງ​ຈາກ​ໄກ່​ພື້ນ​ບ້ານ​ເປັນ​ໄກ່​ສາຍ​ພັນ​ທີ່​ສາມາດ​ ປັບ​ຕົວ​ໃຫ້​ເຂົ້າ​ສະພາບ​ແວດ​ລ້ອມ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ໄດ້​ເປັນ​ຢ່າງ​ດີ​ ມີ​ຄວາມ​ທົນ​ທານ​ຕໍ່​ພະຍາດ​ຕ່າງ​ໆ​ ລ້ຽງ​ງ່າຍ,​ ໃຫຍ່​ໄວ​ບໍ່​ຕ້ອງ​ ລົງ​ທຶນ​ສູງ,​ ຖ້າ​ມີ​ລະບົບ​ການ​ຈັດການ​ທີ່​ດີ​ແລ້ວ​ເກືອບ​ຈະ​ບໍ່​ຕ້ອງ​ໃຊ້​ສານ​ເຄ​ມີ​ໃດ​ໆ​ເລີຍ​ ເໝາະ​ສຳລັບ​ຜູ້​ທີ່​ຄິດ​ຈະ​ເລີມ​ຕົ້ນ​ການ​ ລ້ຽງ​ໄກ່​ ເປັນ​ອາ​ຊີບ​ທີ່​ເຮັດໃຫ້​ຄອບຄົວ​ມີ​ລາຍ​ໄດ້​ ແລະ ​ສາມາດ​ພຶ່ງ​ພາ​ຕົນເອງ​ໄດ້​ອີກ ​​ຢັງ​ຈະ​ເປັນ​ແນວ​ທາງ​ສົ່ງ​ເສີມ​ໃຫ້​ເກີດ​ ກຸ່ມ​ອາ​ຊີບ​ຕ່າງ​ໆ​ ໃນ​ຊຸມ​ຊົນ​ເພີ້ມ​ຂຶ້ນ​ອີກ​ຫຼາຍ​ກຸ່ມ​ໃນ​ອະນາຄົດ.

ຈຸດປະສົງ:​

  1. 1. ເພື່ອ​ໃຫ້​ຜູ້ຝຶກອົບຮົມມີ​ຄວາມ​ຮູ້, ​ຄວາມ​ເຂົ້າໃຈ  ​ແລະ ​ມີ​ທັກ​ສະໃໝ່​ໃນ​ການ​ລ້ຽງໄກ່ພັນພື້ນບ້ານໃນຍຸກປະຈຸບັນ.
  2. 2. ເພື່ອ​ໃຫ້​ຜູ້​ຝຶກອົບຮົມ​ສາມາດສ້າງ​ກິດຈະກໍາເສີມ​ປະກອບ​ອາ​ຊີບໄດ້.
  3. 3. ເພື່ອ​ສາມາດເພີ່ມ​ລາຍ​ໄດ້, ​ຫຼຸດລາຍ​ຈ່າຍ​ໃນ​ຊີວິດ​ປະຈໍາວັນຂອງຜູ້ລ້ຽງ.

ກຸ່ມ​ເປົ້າ​ໝາຍ:

  1. 1. ປະຊາຊົນ​ ຫຼື ​ຜູ້​ທີ່ສົນໃຈຢາກຈະເຮັດອາຊີບນີ້ ຫຼື ເລີມເຮັດທຸກລະກິດນີ້(ໃໝ່).
    2. ຜູ້​ທີ່​ມີ​ອາ​ຊີບ​ລ້ຽງໄກ່ ແລະ ​ຕ້ອງ​ການ​ພັດທະນາ​ອາ​ຊີບລ້ຽງໄກ່ນີ້.
    3. ພະນັກງານສົ່ງເສີມການປູກຝັງລ້ຽງສັດຂອງອົງການຈັດຕັ້ງພາກລັດ ຫຼື ພາກທຸລະກິດ.
    4. ຜູ້ທີ່ບໍ່ທັນມີອາຊີບ.