ຫຼັກສູດ: “ທັກ​ສະ​ການມອບ​ໝາຍ​, ຄວບ​ຄຸມ ແລະ ຕິດ​ຕາ​ມ​​ວຽກ” ຢ່າງ​ມີ​ປະ​ສິດ​ທິ​ພາບ​ຂອງ​ຜູ້​ຄຸມ​ງານ, ວັນທີ: 26-27/09/2024 (2ມື້)

ທ່ານຈະຕອບຄຳຖາມເຫຼົ່ານີ້ ແນວໃດ

ທ່ານຈະຕອບຄຳຖາມເຫຼົ່ານີ້ ແນວໃດ

1. ທ່ານ ສັ່ງ” ຫຼື “ມອບໝາຍ” ວຽກ
2. ລູກນ້ອງຂອງທ່ານສາມາດປະຕິບັດງານທີ່ໄດ້ຮັບມອບໝາຍສຳເລັດຕາມເປົ້າໝາຍ ຫຼື ບໍ່ ເພາະເຫດໃດ
3. ທ່ານຕິດຕາມທຸກຂັ້ນຕອນການເຮັດວຽກງານຂອງລູກນ້ອງ ຫຼື ບໍ່ ເພາະເຫດໃດ
4. ເມື່ອມີບັນຫາລະຫວ່າງການເຮັດວຽກງານທີ່ໄດ້ຮັບມອບໝາຍ ລູກນ້ອງ ແລະ ທ່ານ ແກ້ໄຂບັນຫາທີ່ເກິດຂື້ນແນວ​ໃດ.

ຈຸດປະສົງ:
1. ຮຽນຮູ້ຄວາມສໍາຄັນຂອງຂະບວນການມອບໝາຍວຽກເພື່ອການສົ່ງຕໍ່ວຽກເຖິງຜູ້ປະຕິບັດຢ່າມມີປະສິດທິພາບ.
2.ຮູ້ແນວທາງວິເຄາະບັນຫາ ແລະ ເນັ້ນແນວທາງແກ້ໄຂ ການມອບໝາຍ ແລະ ຄວບຄຸມຕິດຕາມວຽກ.
3. ສາມາດຈູງໃຈໃຫ້ລູກນ້ອງປະຕິບັດວຽກທີ່ໄດ້ຮັບມອບໝາຍສໍາເລັດຕາມເປົ້າໝາຍຢ່າງເຕັມໃຈ.

ຫົວຂໍ້ໃນການຝຶກອົບຮົມສຳມະນາ:
1. ແນວທາງໃນການພັດທະນາຄົນ ເພື່ອສ້າງຜົນງານທີ່ມີປະສິດທິພາບ- ຜູ້ນຳໃນຫນ້າທີ່ “ສ້າງຄົນ” ໃຫ້ເຮັດວຽກເປັນ..ເຮັດໄດ້ຢ່າງມີປະສິດທິຜົນ
2. ປະໂຫຍດ ແລະ ຄວາມສຳຄັນຂອງການມອບໝາຍງານທີ່ມີຕໍ່ຫັວໜ້າງານ ແລະ ລູກນ້ອງ (ຜູ້ປະຕິບັດງານ)
3. ຄວາມຄິດ – ຄໍາເວົ້າ ທີ່ສ້າງບັນຫາເມື່ອມອບໝາຍ – ຕິດຕາມງານ
4. ສິ່ງສຳຄັນ 3 ເລື່ອງ ທີ່ຕ້ອງຄຳນຶງເຖິງເມື່ອຈະມອບໝາຍງານ
5. ຂະບວນການມອບໝາຍງານ : ກຽມການມອບໝາຍ – ການສື່ສານລະຫວ່າງມອບໝາຍ – ການຕິດຕາມຜົນງານ
6. ເຕັກນິກຕ່າງໆທີ່ເຮັດໃຫ້ການມອບໝາຍງານບັນຈຸດປະສົງໄດ້ຜົນງານທີ່ມີປະສິດທິພາບ
7. ການຄວບຄຸມ ແລະ ຕິດຕາມງານໃຫ້ໄດ້ຜົນຕາມເປົ້າໝາຍ
– ການກຳນົດເວລາ ແລະ ຂັ້ນຕອນເພື່ອຕິດຕາມງານ
– ການກຳນົດມາດຕະຖານ ແລະ ປະເມີນຜົນງານ
– ການເຮັດບັນທຶກເພື່ອຊ່ວຍໃນການຕິດຕາມງານ
– ການຄວບຄຸມການປະຕິບັດງານ ດ້ວຍການສື່ສານທີ່ສ້າງສັນ
8. ວິທີກະຕຸ້ນຈູງໃຈລູກນ້ອງໃຫ້ເຮັດວຽກ “ໃຫ້ໄດ້ງານ” ແລະ ສໍາເລັດຕາມເປົ້າໝາຍ
9. ຫັວຫນ້າທີ່ດີຕ້ອງເປັນຜູ້ນຳທີ່ດີ ບໍ່ແມ່ນເປັນພຽງຜູ້ສັ່ງການ10. ເລືອກວິທີການນຳເພື່ອກະຕຸ້ນຈູງໃຈລູກນ້ອງໃນສະຖານະການຕ່າງໆຢ່າງເໝາະສົມ

ວັນທີ: 26-27 /09/2024 , ຫ້ອງປະຊຸມ ນາ​ເດຍ2, ບ້ານ. ດອນປ່າໃໝ່, ເມືອງ. ສີສັດຕະນາກ, ນອນຫຼວງວຽງຈັນ.