ຫຼັກສູດ: “ພາວະການເປັນຜູ້ນຳ” Leadership, ວັນທີ: 11-13/09/2024 (3 ມື້)

ຄວາມ​ສຳ​ຄັນ​ຂອງຫຼັກ​ສູດ:
ຜູ້​ນຳ​ເປັນ​ບຸກ​ຄົນ​ທີ່​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ຄວາມ​ສຳ​​ເລັດ ຫຼື​ລົ້ມ​ເຫຼວ​ຂອງ​​ອົງ​ກອນ​ ຜູ້​ບໍລິຫານ​ບໍ່​ໄດ້​ເປັນ​ຜູ້​ນຳ​ທີ່ປະ​ສົບ​ຄວາມ​ສຳ​​ເລັດ​ໄດ້​ທຸກ​ຄົນ, ​ແຕ່ຜູ້​ນຳ​ທີ່ປະ​ສົບ​ຄວາມ​ສຳ​​ເລັດ​ຈະ​ຕ້ອງ​ມີ​ຄວາມ​ຮູ້,​ ຄວາມ​ສາມາດ,​ ມີ​ວິ​ໄສ​ທັດ,​ ຫຼັກ​ການ​ (Principles) ແລະ ​ຄ່າ​ນິຍົມ​ (Values) ທີ່​ຖືກ​ຕ້ອງ​ເໝາະ​ສົມ​, ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ບົດ​ບາດ​ຫນ້າທີ່​ ແລະ ​ມີ​ຄວາມ​ຮັບ​ຜິດຊອບ​ຢ່າງ​ເໝາະ​ສົມ​ຈຶ່ງ​ຈະ​ສາມາດ​ນຳ​​ພາອົງ​ກອນໄປ​ສູ່​ຄວາມ​ສຳ​​ເລັດ​ໄດ້​ຢ່າງ​ຢັ່ງ​ຢືນ​ຕະຫຼອດ​ໄປ.​

ຈຸດປະສົງ:
1. ເພື່ອສະເໜີແນວຄິດ ແລະ ຫຼັກການໃນການເປັນຜູ້ນຳສະໄໝໃໝ່ທີ່ມີປະສິດທິຜົນ.
2. ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມໄດ້ພັດທະນາຄຸນລັກສະນະ ຫຼືຄວາມອາດສາມາດທີ່ສຳຄັນຂອງຜູ້ນຳທີ່ປະສົບຄວາມສຳເລັດ.
3. ເພື່ອໃຫ້ໄດ້ຮັບຮູ້ປະສົບການ ແລະ ແນວຄິດຂອງວິທະຍາກອນທີ່ເປັນຜູ້ນຳທີ່ປະສົບຄວາມສຳເລັດ.
4. ເພື່ອເປີດໂອກາດໃຫ້ຜູ້ເຂົ້າຝຶກອົບຮົມໄດ້ເກີດການແລກປ່ຽນຮຽນຮູ້ ແລະ ສ້າງເຄືອຂ່າຍຄວາມສຳພັນໃນກຸ່ມຜູ້ບໍລິຫານທີ່ເຂົ້າຝຶກອົບຮົມ ແລະ ຄະນະວິທະຍາກອນ.

ເນື້ອໃນຫຼັກສູດ:
1. ຫຼັກການເປັນຫົວໜ້າທີ່ດີ.
2. ການບໍລິຫານທີມ.
3. ການບໍລິຫານເວລາ.
4. ການວາງແຜນທີ່ມີປະສິດທິພາບ.
5. ແລະ​ອື່ນໆ…