ຫຼັກ​ສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນ​ທີ: 16-17 /06/2025(2ມື້)

ຈຸດປະສົງ:   
     ເພື່ອ​ເສີມ​ສ້າງ, ພັດທະນາ​ຄວາມຮູ້, ຄວາມ​ເຂົ້າໃຈ​ໃນ​ບົດ​ບາດ​ຂອງ​ຫົວ​ໜ້າ​ໜ່ວຍງານ, ພັດທະນາ​ທັດສະນະຂະຕິ​ເຊີງ​ບວກ​ແລະ​ເສີມ​ສ້າງ​ພາ​ວະ​ຜູ້​ນໍາ​ໃຫ້​ກັບ​ຫົວ​ໜ້າ​, ພັດທະນາ​ເທັກ​ນິກ​ໃນ​ການ​ບໍລິຫານ​ງານ​ຢ່າງ​ເປັນ​ລະ​ບົບ, ເທັກ​ນິກ​ການ​ເຮັດວຽກ​ເຊີງ​ລຸກ ແລະ​ເສີມ​ທັກ​ສະ​ການ​ບໍລິຫານ​ແລະ​ພັດທະນາ​ພະນັກງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ກຸ່ມເປົ້າໝາຍ: ພະນັກງານເປົ້າໝາຍ/ຫົວໜ້າໜ່ວຍງານ, ຫົວໜ້າພະແນກ

ຫົວຂໍ້​ການ​ຝຶກອົບຮົມ​ (ຫລັກ​ສູດ1ມື້)
ພາກທີ່ 1
ຫົວ​ໜ້າ​ກັບ​ການ​ເສີມ​ສ້າງ​ພັດທະນາ​ຕົນເອງ
     1. ຄຸນ​ລັກສະນະ ແລະ​ພຶດຕິກຳ​ຂອງ​ຫົວ​ຫນ້າທີ່​ປະ​ສົບ​ຄວາມ​ສາ​ເລັດ
     2. ການ​ພັດທະນາ​ທັດ​ສະນະຂະ​ຕິ​ເຊີງ​ບວກ​ເພື່ອ​ຄວາມ​ສາ​ເລັດ​ໃນ​ການ​ເຮັດວຽກ.
     3. ຄວາມ​ສາມາດ​ທີ່​ຈໍາ​ເປັນ​ໃນ​ການ​ບໍລິຫານ​ງານ​ຂອງ​ຫົວ​ໜ້າ​ງານ.
     4. ບົດ​ບາດ​ ແລະ ​ຫນ້າທີ່​ຄວາມ​ຮັບ​ຜິດຊອບ​ຂອງ​ຫົວ​ໜ້າ​ງານ​ມື​ອາ​ຊີບ
    
5. ພາ​ວະ​ຜູ້​ນາ​ຂອງ​ຫົວ​ໜ້າ​ງານ

ພາກທີ່ 2
 ຫົວ​ໜ້າ​ກັບ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຄົນ​ແລະ​ຜົນ​ງານ
    
1. ການ​ເຮັດວຽກ​ໃນ​ເຊີງ​ລຸກ (Proactive Working)
    
2. ເທັກ​ນິກ​ໃນ​ການຕັ້ງ​ເປົ້າ​ໝາຍ (Setting SMART Objective)
    
3. ເທັກ​ນິກ​ການ​ວາງ​ແຜນ​ວຽກ (Write Action Plan)
    
4. ເທັກ​ນິກ​ການ​ສອນ​ວຽກ (Coaching for Success)
    
5. ເທັກ​ນິກ​ການ​ຕັດ​ສິນ​ໃຈ ແລະ ແກ້​ໄຂ​ບັນຫາ (Problem Solving & Decision Making)
     6. ເທັກ​ນິກ​ການ​ຈູງ​ໃຈ​ໃຫ້​ລູກ​ນ້ອງ​ເຮັດວຽກ (Motivation)