ຫຼັກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມີພະລັງ” “Professional Present and How to create presentation skills” ວັນ​ທີ: 29-30/01/2026

ຄວາມ​ສຳ​ຄັນ​ຂອງຫຼັກ​ສູດ:

ໃນຍຸກປະຈຸບັນ, ດ້ວຍການສື່ສານ ແລະ ການນໍາສະ​ເໜີມີຄວາມສໍາຄັນຫຼາຍໃນການເພີ່ມມູນຄ່າໃຫ້ກັບວຽກງານຕ່າງໆ, ບໍ່ວ່າຈະເປັນການປະຊຸມ, ການລາຍງານທີ່ກອງປະຊຸມ, ການລາຍງານການເຄື່ອນໄຫວວຽກງານ, ການນໍາສະເໜີໂຄງການ, ການນຳສະເໜີການຂາຍ, ການບໍລິການ, ແລະອື່ນໆ, ເພາະວ່າການສື່ສານທີ່ມີພຽງແຕ່ເນື້ອໃນທີ່ດີອາດຈະບໍ່ໄດ້ສື່ຄວາມຫມາຍກັບຜູ້ຮັບເທົ່າທີ່ຄວນ.

ດ້ວຍເຫດນີ້, ຜູ້ນຳສະເໜີຈຶ່ງຕ້ອງອອກແບບ ແລະ ຕົບແຕ່ງສື່ທີ່ໃຊ້ໃນການນຳສະເໜີໃຫ້ມີຄຸນນະພາບ, ມີຄວາມສວຍງາມເປັນໜ້າຕິດຕາມ, ເໝາະສົມ, ມີຄຸນຄ່າ ແລະ ເໝາະສົມກັບບຸກຄະລິກ ແລະ ແບບແຜນວຽກຂອງວຽກງານນັ້ນໆ.

ຫຼັກສູດ: ທັກ​ສະ​ການສ້າງ​ ​ແລະ ​ການ​ນຳ​ສະເໜີ​ມື​ອາ​ຊີບ ຖືກອອກແບບມາເພື່ອໃຫ້ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ເພີ້ມເຕີມກ່ຽວກັບການສ້າງບົດນຳສະເໜີຂອງຕົນເອງໃຫ້ມີຄວາມໜ້າສົນໃຈ, ສັ້ນ ແລະ ມີເນື້ອໃນຄົບ, ເຮັດໃຫ້ມີຄວາມໜ້າຕິດຕາມ ແລະ ປະສົບຜົນສໍາເລັດໃນການນໍາສະເໜີຄັ້ງນັ້ນທີ່ຈະນໍາໄປສູ່ເຕັກນິກທີ່ມີຄວາມດຶງດູດ ແລະ ຫນ້າສົນໃຈຫຼາຍ.

ທັກສະການນໍາສະ​ເໜີ​ທີ່ເປັນມືອາຊີບແມ່ນຈໍາເປັນຕໍ່ຄວາມສໍາເລັດຂອງທ່ານ ກໍ່ຄືອົງກອນ,ເຊັ່ນການນຳສະເໜີການບໍລິຫານ,ລາຍງານຄວາມຄືບໜ້າໂຄງການ, ໃນການສໍາວຽກ, ການນໍາສະເຫນີຢ່າງມີປະສິດທິຜົນຈະເພີ່ມໂອກາດຂອງທ່ານໃນການໄດ້ຮັບພິຈາລະນາວຽກ ຫຼື ໂຄງການອື່ນໆ… ຫຼືແມ່ນແຕ່ຢູ່ບ່ອນເຮັດວຽກທີ່ເຮົາຕ້ອງສະເໜີຄວາມຄິດເຫັນ, ຫຼື ນຳສະເໜີຜົນງານໂຄງການຕ່າງໆກໍ່ດີ ຫຼື ເຮັດວຽກໃຫ້ກັບທີມ ຫຼື ຜູ້ບໍລິຫານຂອງທ່ານເອງ.

ຈຸດປະສົງ​ຂອງ​ຫຼັກ​ສູດ​:

  1. ເພື່ອ​ຊ່ວຍເສີມສ້າງຄວາມຄິດໃນການທີ່ຈະນໍາເອົາຂໍ້ມູນທີ່​ໝ້າສົ​ນ​ໃຈ ​ແລະ ​ມີປະ​ສິດ​ທິ​ພາບມານໍ້າສະເໜີ.​
  2. ເພື່ອ​ຊ່ວຍໃຫ້​ຜູ້​ເຂົ້າ​ຝຶກ​ອົບຮົມ​ເຂົ້າໃຈ​ຫຼັກ​ການ​ອອກ​ແບບບົດທີ່ຈະນໍາສະເໜີ ​ແລະ ​ການ​ຈັດ​ອົງ​ປະ​ກອບທີ່ສໍາຄັນຄວນນໍາມານໍາສະເໜີ.​
  3. ເພື່ອ​ເສີມ​ສ້າງ​ທັກສະຕ່າງຄວາມຫມັ້ນ​ໃຈ ​ແລະ ​ທັກ​ສະ​ການ​ນຳ​ສະເໜີ​ຕໍ່​ໜ້າ​ຜູ້​​ຟັງຈໍານວນຫຼາຍ.​
  4. ເພື່ອ​ຝຶກສ້ອມ ແລະ ຫາວີທີເຮັດໃຫ້ບົດນໍາສະເໜີທະທັດຮັດ ແລະ ຈັບໃຈຜູ້ຕິດຕາມ.​

 ກຸ່ມ​ເປົ້າ​ໝາຍ​: ຜູ້ບໍລິຫານ, ຜູ້ຈັດການ, ຝາຍການຕະຫຼາດ, ຝາຍຂາຍ, ພະນັກງານວິຊາການ ແລະ ບຸກຄົນທົ່ວໄປທີ່ສົນໃຈ.

ເນື້ອໃນ​​ການ​ຝຶກ​ອົບ​ຮົມ​:

ສ່ວນ​ທີ່​ 1: ການສ້າງ​ບົດ​ນຳ​ສະເໜີ​ (How to Create a Presentation)

  • ຄວາມສຳຄັນທີ່ຕ້ອງສ້າງບົດນຳສະເໜີທີມີຄຸນນະພາບ

1.1 ວິ​ເຄາະ​ຜູ້​ຟັງ​ (Know Your Audience)

  • ໃຜ​ແມ່ນ​ຜູ້​ຟັງ​? (ຄວາມ​ຮູ້,​ ຄວາມ​ຄາດ​ຫວັງ,​ ຄວາມ​ສົນ​ໃຈ​)
  • ຈຸດປະສົງ​ຂອງ​ການ​ນຳ​ສະເໜີໃນຄັ້ງນັ້ນ​

1.2 ວາງ​ໂຄງ​ສ້າງ​ເນື້ອໃນ (Structure the Content)

  • ການ​ເປີດ​ເລື່ອງ​ໃຫ້​ໜ້າສົນ​ໃຈ​ (Hook / Opening)
  • ເນື້ອໃນ​ຫຼັກ​ຄວນ​ແບ່ງ​ເປັນ​ 3–5 ຫົວຂໍ້​ຍ່ອຍ​
  • ການ​ສະຫຼຸບ​ທີ່​ຊັດເຈນ​ (Recap + Call to Action)

1.3 ການ​ອອກ​ແບບ​ສະ​ໄລໃນການນຳສະເໜີ​​ (Slide Design)

  • ຫຼັກ​ການ​ອອກ​ແບບ​ສະ​ໄລ​​ທີ່​ດີ​ (Simplicity, Clarity, Contrast)
  • ບໍ່​ເນັ້ນ​ຂໍ້ຄວາມຫຼາຍ (ໃຊ້​ bullet points / keywords)
  • ການ​ໃຊ້​ຮູບ,​ ໄອ​ຄອນ​ ແລະ ​ກຣາ​ຟ​ໃຫ້​ເໝາະ​ສົມ​
  • ເລືອກ​ໂທນ​ສີ​, ຟອນ​​ ແລະ​ layout ທີ່​ອ່ານ​ງ່າຍ​

1.4 ການ​ໃຊ້​ເຄື່ອງ​ມື​ (Tools & Tips)

  • PowerPoint / Google Slides / Canva
  • ເທັກ​ນິກ​ການ​ໃສ່​ Animation / Transition ຢ່າງ​ມື​ອາ​ຊີບ​
  • Template ທີ່​ຊ່ວຍ​ປະ​ຫຍັດ​ເວລາ​ ແລະ ​ງາມຕາ​

 

ສ່ວນ​ທີ່​ 2: ທັກ​ສະ​ການ​ນຳ​ສະເໜີ​ (Presentation Skills)

2.1 ການ​ກຽມ​ຕົວ​ກ່ອນ​ນຳ​ສະເໜີ​

  • ການ​ຝຶກຊ້ອມ​ (Rehearsal)
  • ຈັດ​ລຳ​ດັບ​ສະ​ໄລ​​ / ກຽມ​ອຸປະກອນ​
  • ຈັດການ​ກັບ​ຄວາມ​ຕື່ນ​ເຕັ້ນ​ / ເທັກ​ນິກ​ຜ່ອນ​ຄາຍ​

2.2 ທັກສະໃນການນຳສະເໜີ ທີ່ມືອາຊີບ (ພາສາ​ກາຍ ​ແລະ​ ນໍ້າສຽງ)​

  • Eye contact, ການ​ໃຊ້​ມື​, ການ​ຢືນ​/ຍ່າງ​
  • ຈັງ​ຫວະ​, ນໍ້າ​ສຽງ​, ການ​ເນັ້ນ​ຄຳ​ສຳຄັນ​
  • ຫຼີກ​ລ້ຽງ​ທ່າ​ທາງ​ ຫຼື​ຄຳ​ເວົ້າ​ທີ່​ເຮັດໃຫ້​ເສຍ​ຄວາມ​ໜ້າ​ເຊື່ອ​ຖື​

2.3 ການ​ສື່​ສາ​ນຢ່າງມີພະລັງ (ກຳຈັດຄວາມກັງວົນ ແລະ ຄວາມກົດດັນ)​

  • Storytelling ໃນ​ການ​ນຳ​ສະເໜີ​
  • ການຕັ້ງ​ຄຳ​ຖາມ​ / ການ​ມີ​ສ່ວນ​ຮ່ວມ​ຂອງ​ຜູ້​ຟັງ​
  • ການ​ຕອບ​ຄຳ​ຖາມ​ຈາກ​ຜູ້​ຟັງ​ (Q&A Techniques)

2.4 ການ​ໃຊ້​ເທັກ​ໂນ​ໂລ​ຢີ​ໃນ​ການ​ນຳ​ສະເໜີ​

  • ການ​ໃຊ້​ pointer, clicker, timer
  • ການ​ນຳ​ສະເໜີ​ອອນ​ໄລ​​ (ຜ່ານ​ Zoom, Teams)
  1. ກິດຈະກຳກຸ່ມ: ການຝຶກສ້ອມທັງໝົດ ທີ່ໄດ້ຝຶກ, ແລະ ຂື້້ນນຳສະເໜີເທິງເວທີ ແລະ ການໃຫ້ຄຳແນະນຳເປັນແນວທາງໃນການພັດທະນາໃນ​ອາ​ນາ​ຄົດ…