ຫຼັກສູດ: “ທັກ​ສະການຕິດຕາມ ແລະ ເກັບໜີ້ໃຫ້ປະສົບຜົນສຳເລັດ”, ວັນທີ: 15-16 /10/ 2024 (2ມື້)

ຈຸດປະສົງຫລັກສູດ:
1. ເພື່ອໃຫ້ບັນດາບໍລິສັດຕ່າງໆ ແກ້ໄຂບັນຫາໜີ້ຍັງຄ້າງຄາ
2. ເພື່ອເປັນທິດທາງໃຫ້ກັບບໍລິສັດວາງແຜນປ້ອງກັນໜີ້ຄ້າງຊຳລະໃນອະນາຄົດ
3. ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມມີວິທີໃນການເກັບໜີ້ໃຫ້ບັນລຸຜົນ ແລະ ສ້າງສັນ
4. ເພື່ອການຕິດຫ້ຜູ້ເຂົ້າຮ່ວມເຂົ້າໃຈເຕັກນິກການຕິດຕາມໜີ້ ແລະ ທໍາມະຊາດຂອງຄວາມຮີບຮ້ອນໃນການຕິດຕາມໜີ້

ເນື້ອໃນການຝຶກອົບຮົມ:
1. ຈັນຍາບັນແລະໜ້າທີ່ຂອງພະນັກງານ
2. ຄວາມຮັບຜິດຊອບຕໍ່ໜ້າວຽກ(ປະຕິບັດເວລາໃນການເຮັດວຽກຢ່າງເຂັ້ມງວດ)
3. ການວິເຄາະລູກໜີ້ ແລະ ຄວາມສາມາດໃນການຈ່າຍ
4. ການວິເຄາະລູກໜີ້ ແລະ ການປະເມີນຄວາມສ່ຽງໃນການໃຫ້ສິນເຊື່ອ
5. ສາຍເຫດຂອງໜີ້ຊັກ ແລະ ຜົນຂອງໜີ້ຊັກຊ້າທີ່ສູງ
6. ການວິເຄາະ ແລະ ບໍລິຫານຄວາມສ່ຽງຂອງທຸລະກິດ
• ການທວງໜີ້ທາງຈົດໝາຍ ແລະ ການເຮັດໜັງສືທວງໜີ້ ຮູບແບບຕ່າງໆ
• ເທັກນິກ ການທວງໜີ້ທາງໂທລະສັບ
7. ເຄັດລັບໃນການເກັບໜີ້ ທ່ານຈະຖາມ ໃຫ້ລູກຄ້າຈ່າຍໄດ້ແນວໃດ?
8. ຈະໃຫ້ການເກັບໜີ້ງ່າຍຂຶ້ນໄດ້ແນວໃດ?
9. ການປ້ອງກັນໜີ້ຊັກຊ້າ
10. ຮູບແບບການຕໍ່ລອງກັບລູູກໜີ້.
11. ການຢືດຢຸ່ນໃນການຊຳລະໜີ້

ຫຼັງຈາກຝຶກແລ້ວຈະໄດ້ຮັບ:
1. ຜູ້ເຂົ້າຮ່ວມຈະໄດ້ຮັບວິທີການເວົ້າຈູງໃຈໃຫ້ຜູ້ຈ່າຍເຫັນຄວາມສໍາຄັນໃນການຈ່າຍ, ຊໍາລະເງິນຕາມການນັດໝາຍ.
2. ຜູ້ເຂົ້າຮ່ວມຈະໄດ້ຮັບວິທີການວາງແຜນທີ່ຈະເຂົ້າຫາຜູ້ຈ່າຍໃນຊ່ວງເວລາທີ່ເໝາະສົມ ຫຼື ເຂົ້າຫາຮູບແບບໃດເໝາະກັບທຸລະກິດນັ້ນໆ.
3. ຜູ້ເຂົ້າຮ່ວມຈະໄດ້ຮັບວິທີການຮັກສານໍ້າໃຈ ແລະ ສາຍສໍາພັນກັບຜູ້ຈ່າຍໃຫ້ຮັກແພງ ແລະ ຮ່ວມວຽກກັນໃນອານາຄົດຕໍ່ໄປ ແລະ ອື່ນໆ

ຫຼັກສູດນີ້ເໝາະສົມກັບ:
1. ຝ່າຍການເງິນ
2. ຝ່າຍຂາຍ
3. ພະນັກງານເກັບເງິນ
4. ຜູ້ຈັດການທົ່ວໄປ

ຮູບແບບການຝຶກ​ອົບ​ຮົມ:
1. ການບັນລະຍາຍ 40 %
2. ເກມ / ກິດຈະກຳກຸ່ມ / ຝຶກປະຕິບັດ Workshop ແລະການນາສະເໜີຜົນງານກຸ່ມ 60%