ຫຼັກ​ສູດ​: “ການ​ຈັດ­ການ​ກັບ​ລູກຄ້າໃຈຮ້າຍ – ຕໍ່​ວ່າ ​ຢ່າງ​ມີ​ປະສິດ​ທິ​ພາບ​”, ວັນທີ: 17-18/10/2024 (2 ມື້)

ຄວາມສໍາຄັນຂອງຫຼັກສູດ:
ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ທຸລະກິດ​ຄື​ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ລູກ​ຄ້າ,​ ເພາະ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ ຖ້າ​ລູກ​ຄ້າ​ພຶງ​ພໍ​ໃຈ​ຕໍ່​ການ​ໃຫ້​ບໍລິການ​ ກໍ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ປະ​ທັບ​ໃຈ ແລະ ​ກັບ​ມາ​ໃຊ້​ບໍລິການ​ເພິ່ມເຕິມ​ຈາກ​ອົງກອນ​ໄດ້ ​ແຕ່​ໃນ​ປະຈຸບັນ​​ “ລູກ​ຄ້າ​” ມີ​ຄວາມ​ຮູ້​ເພີ້ມ​ຫຼາຍ​ຂຶ້ນ,​ ເຮັດໃຫ້​ມີ​ຄວາມ​ຄາດ​ຫວັງ​ໃນ​ການ​ຊື້​ສິນ​ຄ້າ​ຈາກ​ຜູ້​ຂາຍ​ເຊັ່ນ: ​ການ​ໃຫ້​ບໍລິການ​, ການ​ຕອບ​ຂໍ້​ສອບ​ຖາມ​ ແລະ​ ການ​ໃຫ້​ຄຳ​ແນະ​ນຳ​, ຄວາມ​ຄາດ​ຫວັງ​ນີ້​ອາດຈະ​ເກີດ​ຂຶ້ນ​ໂດຍ​ກົງ​ ແລະ​ ຄວາມ​ຄາດ​ຫວັງ​ໂດຍ​ອ້ອມ,​ ຄວາມ​ຄາດ​ຫວັງ​ເຫຼົ່າ​ນີ້​ອາດຈະ​ມີ​ການ​ສະແດງ​ອອກ​ມາ​ໃນ​ຫຼາຍ​ຮູບ​ແບບ​ ຕັ້ງ​ແຕ່​ການ​ຕໍ່ວ່າ​, ປະ​ຊົດ​ປະ​ຊັນ,​ ຈົນ​ເຖິງ​ການຮຽກຮ້ອງ-ຕໍ່ວ່າ​ໃນ​ຮູບ​ແບບ​ຕ່າງ​ໆ…ເຊິ່ງ​ລ້ວນ​ແລ້ວ​ແຕ່​ເປັນ​ການ​ສະແດງ​ຄວາມ​ບໍ່​ພຶງ​ພໍ​ໃຈ​ໃນ​ຜູ້​ຂາຍ​ທັງໝົດ, ທັກ​ສະ​ທີ່​ສຳຄັນ​ທີ່​ຜູ້​ໃຫ້​ບໍລິການ​ຈຳ​ເປັນ​ຕ້ອງ​ເລັ່ງ​ສ້າງ​ໃຫ້​ພະ​ນັກ​ງານ​ນັ້ນ​ມີ​ຄວາມ​ຮູ້​ຄື​ການ​ພັດທະນາ​ໃຫ້​ມີ​ທັກ​ສະ​ໃນ​ການ​ໃຫ້​ບໍລິການ,​ ການ​ແກ້​ບັນຫາ,​ ການ​ໃຫ້​ຄຳ​ແນະ​ນຳ​ ແລະ ​ການ​ຕອບສະໜອງ​ຕໍ່​ຂໍ້ຮຽກຮ້ອງ-ຕໍ່ວ່າ​ທີ່​ລູກ​ຄ້າ​ອາດຈະ​ມີ​ຂຶ້ນ​ ຈຶ່ງ​ເປັນ​ຄວາມ​ສຳຄັນ​ຍິ່ງສຳລັບ​ຜູ້​ທີ່​ຢູ່ໃນ​ທຸລະກິດ​ທຸກ​ຄົນ​ ຕ້ອງ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ການ​ບໍລິການ​ ໂດຍ​ສະເພາະ​ຜູ້​ທີ່​ຢູ່ໃນ​ຕຳແໜ່ງ​ທີ່​ຕ້ອງ​ຕິດ​ຕໍ່​ກັບ​ລູກ​ຄ້າ​ຢູ່​ເປັນ​ປະຈຳ​ ຈຶ່ງ​ຕ້ອງ​ມີ​ຄວາມ​ຮູ້​ ແລະ​ ມີ​ທັກ​ສະ​ທີ່​ສຳຄັນ​ໃນ​ການ​ບໍລິຫານ​ຈັດການ​ກັບ​ອາລົມ ​ແລະ ​ຄວາມ​ຮູ້ສຶກ​ຕ່າງ​ໆ​ ຈາກ​ລູກ​ຄ້າ​ ເພື່ອ​ການ​ຮັບ​ມື​ກັບ​ສະຖານະການ​ຕ່າງ​ໆ​ ແບບມື​ອາ​ຊີບ​.
ຫຼັກ​ສູດ:​ “ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ​ ການ​ບໍລິຫານ​ຂໍ້ຮຽກຮ້ອງ-ຕໍ່ວ່າຂອງລູກ​ຄ້າ​” ເປັນ​ຫຼັກ​ສູດ​ທີ່​ລວບລວມ​ເຖິງ​ເຕັກ​ນິກ​ຕ່າງ​ໆ​ ທີ່​ຈະ​ສ້າງ​ຄວາມ​ພໍ​ໃຈ​ ແລະ​ ກຳຈັດ​ຄວາມ​ບໍ່​ພຶງ​ພໍ​ໃຈ​ ລວມ​ໄປ​ເຖິງ​ວິທີ​ການ​ຈັດການ​ກັບ​ອຸປະສັກ​ຕ່າງ​ໆ​ ເມື່ອ​ຕ້ອງ​ປະເຊີນ​ກັບ​ຄວາມ​ບໍ່​ພຶງ​ພໍ​ໃຈ​ຈາກ​ລູກ​ຄ້າ​ ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ການ​ຮຽນ​ຮູ້​ ແລະ ​ນຳ​ໄປ​ໃຊ້​ໃນ​ຊີວິດ​ການ​ເຮັດ​ວຽກ​ ເພື່ອ​ຄວາມ​ເປັນ​ເລີດ​ທາງ​ທຸລະກິດ​ຕໍ່ໄປ.

ຫຼັກ​ສູດ​ນີ້​ເໝາະ​ສົມ​ກັບ:
ທີມ​ງານ​ໃນ​ຝ່າຍ​ຂາຍ,​ ທີມ​ງານ​ Call Center, ນັກ​ການ​ຕ​ະຫຼາດ,​ ພະ​ນັກ​ງານ​, ຜູ້ບໍລິ​ຫານ,​ ຜູ້​ທີ່​ຕ້ອງ​ຕິດ​ຕໍ່​ກັບ​ລູກ​ຄ້າ​ທັງ​ທາງ​ກົງ​ ແລະ​ ທາງ​ອ້ອມ​

ຈຸດປະສົງ:
1. ເພື່ອ​ໃຫ້​ຜູ້​ເຂົ້າຝຶກ​ອົບຮົມ​ໄດ້​ຮູ້​ຫຼັກ​ການ​ໃຫ້​ບໍລິການ​ໃນ​ຮູບ​ແບບ​ຕ່າງ​ໆ​ ແລະ ​ການ​ບໍລິຫານ​ຄວາມ​ບໍ່​ພໍ​ໃຈ​ຈາກ​ລູກ​ຄ້າ​ໃນ​ຮູບ​ແບບ​ຕ່າງ​ໆ.
2. ເພື່ອ​ເຂົ້າໃຈ​ຄວາມ​ຄາດ​ຫວັງ​ທີ່​ແທ້​ຈິງ​ທີ່​ລູກ​ຄ້າ​ຕ້ອງ​ການ ​ແລະ ​ການ​ຕອບສະໜອງ​ແບບໃດ​ໃຫ້​ໂດນ​ໃຈ.
3. ການ​ແກ້​ໄຂ​ບັນຫາ​ ແລະ ​ການ​ປ້ອງ​ກັນ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ.

ເນື້ອໃນການຝຶກອົບຮົມ:
1. ກະແຈຄວາມສຳເລັດໃນການເຮັດທຸລະກິດທີ່ບໍລິສັດຊັ້ນນຳຕ່າງໆນຳມາໃຊ້.
2. ວິເຄາະລູກຄ້າ ແລະ ຄວາມຄາດຫວັງຂອງລູກຄ້າໃນແຕ່ລະປະເພດ.
3. ຫຼັກການສ້າງຄວາມພຶງພໍໃຈແບບ 3Ps’.
4. ເຂົ້າໃຈສາເຫດຄວາມບໍ່ພຶງພໍໃຈ ແລະ ຂັ້ນຕອນຂອງຄວາມບໍ່ພໍໃຈ.
5. ຄວາມສຳຄັນຂອງການບໍລິຫານຄວາມພຶງພໍໃຈລູກຄ້າ.
6. ເຈາະເລິກຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າຕໍ່ການຮຽກຮ້ອງ-ຕໍ່ວ່າ.
7. ການກວດວັດລະດັບຂອງຄວາມບໍ່ພຶງພໍໃຈຂອງລູກຄ້າ.
8. ຂັ້ນຕອນທີ່ສຳຄັນໃນການບໍລິຫານຈັດການ ເມື່ອມີຜູ້ຮຽກຮ້ອງ-ຕໍ່ວ່າ.
9. ສ້າງທັດສະນະຄະຕິເຊີງບວກໃຫ້ທີມງານ ໃນຂະນະຮັບຂໍ້ຮຽກຮ້ອງ-ຕໍ່ວ່າ.
10. ການສ້າງກົນໄກການປ້ອງກັນການຮຽກຮ້ອງ-ຕໍ່ວ່າແບບຖາວອນ.
11. ເຕັກນິກການສື່ສານ ແລະ ຕໍ່ລອງໃນວຽກການຮຽກຮ້ອງ-ຕໍ່ວ່າແບບມືອາຊີບ.

ຮູບແບບການຝຶກ​ອົບ​ຮົມ:
1. ການບັນລະຍາຍ 40 %
2. ເກມ / ກິດຈະກຳກຸ່ມ / ຝຶກປະຕິບັດ Workshop ແລະການນາສະເໜີຜົນງານກຸ່ມ 60%