ຫຼັກສູດ:“ການເປັນຜູ້ອຳນວຍຄວາມສະດວກທີ່ມີປະສິດຕິພາບສຳລັບນັກພັດທະນາ” “Effective Facilitator in Community Development (FCD)”, ວັນທີ: 29-31 /10/ 2024

ພາກສະເໜີກ່ຽວກັບຫຼັກສູດຝຶກອົບຮົມ:
ຜູ້ອຳນວຍຄວາມສະດວກໃນການຈັດການຄວາມຮູ້ຫລືໃນການແລກປ່ຽນ, ຮຽນຮູ້ ບໍ່ວ່າຈະຢຶດຖືແບບ “ຜູ້ເສີມພະລັງຄວາມຮູ້” (knowledge activist) ຫລື ແບບ “ນາຍໜ້າຄວາມຮູ້” (knowledge broker) ແນວໃດກໍຖືວ່າແມ່ນແນວທາງການເຂົ້າໄປເປັນຜູ້ກະຕຸ້ນສົ່ງເສີມ, ອໍານວຍຄວາມສະດວກ. ໂດຍປ່ອຍໃຫ້ຜູ້ແລກປ່ຽນຮຽນຮູ້ດຳເນີນການເອງຢ່າງເປັນອິດສະຫລະ, ຜູ້ອຳນວຍຄວາມສະດວກບໍ່ເຂົ້າໄປກຳນົດໃນລັກສະນະຂອງການຄວບຄຸມສັ່ງການ.
ຜູ້ອຳນວຍຄວາມສະດວກໃນການຈັດການຄວາມຮູ້, ມີວິທີການໂດຍອ້ອມ ທີ່ຈະເຊື່ອມໂຍງ, ຈູງໃຈໃຫ້ມີການແລກປ່ຽນຮຽນຮູ້ເກີດຂຶ້ນທັງໃນລະດັບຈຸລະພາກ ແລະ ເຊື່ອມເຄືອຂ່າຍອອກໄປທົ່ວອົງກອນ, ເຊື່ອມໂຍງກັບວິໄສທັດພາບລວມຂອງອົງກອນ ແລະ ຄຳນຶງເຖິງທັງຜົນປະໂຫຍດປະຈຸບັນ ແລະ ຄວາມຢູ່ລອດໃນອະນາຄົດຂອງອົງກອນ
ໃນການອຳນວຍຄວາມສະດວກ, ການຈັດການຄວາມຮູ້ ຫລືການແລກປ່ຽນຮຽນຮູ້ “ຜູ້ອຳນວຍ” ນັ້ນຈະຈັດການອຳນວຍຄວາມສະດວກທັງໃນຮູບແບບລັກສະນະກິດຈະກຳ, ລະບົບ ແລະ ວັດທະນະທຳ

ເນື້ອໃນການຝຶກອົບຮົມ:

  1. ມະນຸດສຳພັນ ແລະ ການສ້າງເຄືອຄ່າຍ
  2. ການຮຽນຮູ້ຂອງຜູ້ໃຫຍ່
  3. ການຮຽນຮູ້ທີ່ມີສ່ວນຮ່ວມ
  4. ຄຸນສົມບັດ ແລະ ບົດບາດຂອງຜູ້ອຳນວຍຄວາມສະດວກ
  5. ທັກສະການຮັບຟັງທີ່ດີ
  6. ການຕອບຄຳຖາມທີ່ຕົງປະເດັນ
  7. ຄວາມລະອຽດດ້ານຕ່າງໆ
  8. ການຕີຄວາມໝາຍຂອງຄຳເວົ້າ
  9. ການສົນທະນາ ແລະ ຂອບເຂດວິທີແກ້ລວມ.
  10. ການຕິດຕາມ ແລະ ຊອກຫາຈຸດປັບປຸງທົ່ວໄປ
  11. ການເຮັດວຽກກັບຊຸມຊົນ ແລະການປະສານງານກັບພາກສ່ວນຕ່າງໆ.

ຮູບແບບການຝຶກ​ອົບ​ຮົມ:
1. ການບັນລະຍາຍ 40 %
2. ເກມ / ກິດຈະກຳກຸ່ມ / ຝຶກປະຕິບັດ Workshop ແລະການນາສະເໜີຜົນງານກຸ່ມ 60%