ຫຼັກສູດ:“ການເປັນຜູ້ນຳດີແລະຜູ້ຈັດການທີ່ເກັ່ງ”How to be a good leader and Manager , ວັນທີ: 21-25/10/2024 (5ມື້)

ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:
ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ.

ຈຸດປະສົງຂອງຫຼັກສູດ:
1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ
2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້
3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.
4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່
5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້…

ຫຼັງຈາກຝຶກອົບຮົມຈະໄດ້ຮັບ:

  1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ.
  2. ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ.
  3. ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ ແລະ ລະບົບການຈັດການທີ່ດີຂອງຜູ້ນຳຈະມີຜົນດີຕໍ່ອົງກອນໄລຍະຍາວ.
  4. ຜ້ເຂົ້້າຮ່ວມຈະສາມາດສັງລວມປະສົບການໂຕຈິງ ປັບໃສ່ທິດສະດີ ແລະ ປະສົບການທີ່ໄດ້ຈາກການຝຶກ ເພື່ອສ້າງ ແລະ ພັດທະນາໃນການບໍລິຫານໃນຍຸກທີ່ແຂ່ງຂັນສູງນີ້ໃຫ້ມີປະສິດຕິພາບສູງໄດ້.
  5. ຜູ້ເຂົ້າຮ່ວມໄດ້ທັກສະໃໝ່ຈາກການແລກປ່ຽນແນວຄວາມຄິດ ແລະ ບົດຮຽນຈາກປະສົບການ ການບໍລິຫານໂຕຈິງຈາກຜູ້ເຂົ້າຮ່ວມທ່ານອື່ນ ແລະ ທິມງານຊ່ຽນຊານຄູຝຶກ ເພື່ອໄປປັບໃຊ້.

ກຸ່ມຜູ້ເຂົ້າຮ່ວມ:
1. ຜູ້ອໍານວຍການໂຄງການ / ຫົວໜ້າໂຄງການ, ຜູ້ຈັດການໂຄງການ
2. ຜູ້ບໍລິຫານຫ້ອງການ, ຜູ້ຈັດການ ແລະ ພະນັກງານທີ່ມີບົດບາດເປັນຫົວໜ້າ.

ເນື້ອໃນການຝຶກອົບຮົມ:

  1. ຫຼັກການເປັນຫົວໜ້າທີ່ດີ
  2. ການສື່ສານຢູ່ບ່ອນເຮັດວຽກຢ່າງມີປະສິດທິພາບ
  3. ການບໍລິຫານທີມ
  4. ການບໍລິຫານເວລາ
  5. ການວາງແຜນທີ່ມີປະສິດທິພາບ
  6. ການວິເຄາະ ແລະ ແກ້ໄຂບັນຫາຢ່າງມີຫຼັກການ
  7. ການປະເມີນຜົນການເຮັດວຽກຂອງພະນັກງານ
  8. ວິທີສອນວຽກໃຫ້ລູກນ້ອງທີ່ມີປະສິດທິພາບ
  9. ການມອບໝາຍໜ້າທີ່ຢ່າງມີປະສິດຕິຜົນ
  10. ມະນຸດສຳພັນທີ່ດີ
  11. ທັກສະການເວົ້າ ແລະ ການຂື້ນນຳສະເໜີເທິງເວທີ.
  12. ສ້າງ ແລະ ຮັກສາຄວາມໄວ້ວາງໃຈ
  13. ວິທີການຄວບຄຸມ ແລະ ການດຳເນີນການປະຊຸມໃຫ້ມີປະສິດທິພາບ

ຮູບແບບການຝຶກ​ອົບ​ຮົມ:
1. ການບັນລະຍາຍ 40 %
2. ເກມ / ກິດຈະກຳກຸ່ມ / ຝຶກປະຕິບັດ Workshop ແລະການນາສະເໜີຜົນງານກຸ່ມ 60%