ຫລັກສູດ: “ການ​ເປັນ​ຜູ້​ນໍ​າ​ທີ່​ດີ ແລະ ຜູ້​ຈັດ​ການ​ທີ່​ເກັ່ງ” ວັນທີ: 09-13/06/2025 (5ມື້)

ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ:
     ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ.

ຈຸດປະສົງຂອງຫຼັກສູດ
    
1.ເພື່ອພັດທະນາຜູ້ນຳໃຫ້ມີພື້ນຖານໃນການບໍລິຫານງານ ແລະ ບໍລິຫານຄົນ, ສາມາດນຳພາທີມງານ ຫລື ນຳພາອົງກອນໄປສູ່ຄວາມສຳເລັດໄດ້ຢ່າງຍືນຍົງ
     2.ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນຳຄວາມຮູ້ໄປນຳໃຊ້ໃນການບໍລິຫານໄດ້ ແລະທັກສະກ່ຽວກັບການມອບໝາຍແລະຕິດຕາມງານໄປປະຍຸກໃຊ້ເພື່ອບໍລິຫານຈັດການຜົນງານຂອງທີມງານ ແລະ ພະນັກງານໄດ້
     3.ເພື່ອໃຫ້ຜູ້ເຂົ້າອົບຮົມໄດ້ຮຽນຮູ້ວິທີການວາງແຜນ, ຕິດຕາມງານ ແລະ ພັດທະນາແຜນງານໄດ້ຕາມເປົ້າໝາຍຂອງອົງກອນໄດ້.
     4.ເພື່ອໃຫ້ຮຽນຮູ້ເຂົ້າໃຈຄົນ, ເຂົ້າໃຈງານ: ການບໍລິຫານຕົນເອງ ແລະ ທີມງານສຳລັບຜູ້ນຳຢຸກໃໝ່
     5. ເພື່ອສາມາດຈັດແຈງ ບໍລິຫານເວລາ, ເພື່ອບໍລິຫານງານໃຫ້ເກີດປະສິດທິຜົນຢ່າງໜ້າພໍໃຈໄດ້…

ຫຼັງຈາກຝຶກອົບຮົມຈະໄດ້ຮັບ:
     1. ຜູ້ເຂົ້າຮ່ວມສາມາດບໍລິຫານຈັດການ,ບໍລິຫານທີມງານຂອງທ່ານໄດ້ຢ່າງມີປະສິດທິພາບ ແລະ ມີທັກສະຫຼາຍຂຶ້ນ.
     2.
ຜູ້ເຂົ້າຮ່ວມມີທັດສະນະຄະຕິ,ແນວທາງໃໝ່, ມີແນວຄວາມຄິດເຕັກນິກຕ່າງໆໃນການຕັດສິນໃຈທີ່ເໝາະສົມ ແລະ ຖືກຕ້ອງ.
     3.
ຜູ້ເຂົ້້າຮ່ວມເຂົ້້າໃຈທັກສະ ການວາງແຜນ, ການສ້າງສະພາບແວດລ້ອມທີ່ເຮັດວຽກດີ ແລະ ລະບົບການຈັດການທີ່ດີຂອງຜູ້ນຳຈະມີຜົນດີຕໍ່ອົງກອນໄລຍະຍາວ.
     4.
ຜ້ເຂົ້້າຮ່ວມຈະສາມາດສັງລວມປະສົບການໂຕຈິງ ປັບໃສ່ທິດສະດີ ແລະ ປະສົບການທີ່ໄດ້ຈາກການຝຶກ ເພື່ອສ້າງ ແລະ ພັດທະນາໃນການບໍລິຫານໃນຍຸກທີ່ແຂ່ງຂັນສູງນີ້ໃຫ້ມີປະສິດຕິພາບສູງໄດ້.
     5.
ຜູ້ເຂົ້າຮ່ວມໄດ້ທັກສະໃໝ່ຈາກການແລກປ່ຽນແນວຄວາມຄິດ ແລະ ບົດຮຽນຈາກປະສົບການ ການບໍລິຫານໂຕຈິງຈາກຜູ້ເຂົ້າຮ່ວມທ່ານອື່ນ ແລະ ທິມງານຊ່ຽນຊານຄູຝຶກ ເພື່ອໄປປັບໃຊ້.

    ກຸ່ມຜູ້ເຂົ້າຮ່ວມ:
        
    1. ຜູ້ອໍານວຍການໂຄງການ / ຫົວໜ້າໂຄງການ, ຜູ້ຈັດການໂຄງການ
         2. ຜູ້ບໍລິຫານຫ້ອງການ, ຜູ້ຈັດການ ແລະ ພະນັກງານທີ່ມີບົດບາດເປັນຫົວໜ້າ.

    ເນື້ອໃນ​ການຝຶກອົບຮົມ​:
         1. ການ​ສື່​ສານ​ຢູ່​ບ່ອນ​ເຮັດ​ວຽກ​ຢ່າງ​ມີ​ປະ​ສິດ​ທິ​ພາບ
         ​2. ວິທີການຄວບຄຸມແລະການດຳເນີນການປະຊຸມໃຫ້ມີປະສິດທິພາບ
         3. ຫຼັກ​ການ​ເປັນ​ຫົວ​ໜ້າ​ທີ່​ດີ
         4. ການ​ບໍ​ລິ​ຫານ​ທີມ​
         5. ການ​ບໍ​ລິ​ຫານ​ເວ​ລາ
         6. ການ​ວາງ​ແຜນ​ທີ່​ມີ​ປະ​ສິດ​ທິ​ພາບ
         7. ການວິ​ເຄາະ ແລະ ແກ້ໄຂບັນຫາຢ່າງມີຫຼັກການ
         8. ການ​ປະ​ເມີນ​ຜົນ​ການ​ເຮັດ​ວຽກ​ຂອງ​ພະ​ນັກງານ
         9. ວິ​ທີ​ສອນ​ວຽກ​ໃຫ້​ລູ​ກ​ນ້ອງ​ທີ່​ມີ​ປະ​ສິດ​ທິ​ພາບ
         10. ການມອບ​ໝາຍ​ໜ້າ​ທີ່​ຢ່າງ​ມີ​ປະ​ສິດ​ຕິ​ຜົນ
         11. ມະນຸດ​ສຳພັນທີ່​ດີ
         12. ທັກ​ສະ​ການ​ເວົ້າ ແລະ ການ​ຂື້ນ​ນຳ​ສະ​ເໜີ​ເທິງ​ເວ​ທີ.
         13. ສ້າງ ແລະ ຮັກສາຄວາມໄວ້ວາງໃຈ

    ປະສານເອົາລາຍລະອຽດຫຼັກສູດ ແລະ ລົງທະບຽນກັບ​ທີ​ມງານແທັກ​ໂດ, 030 5516372 020 55767006 (ຄຳ​ສຸກ), 020 55824448 (ວິໄລລັກ www.tacdocenter.comtacdocenter@yahoo.com