ຫລັກສູດ: “ການ​ບໍລິຫານ​ຫ້ອງການ​ສະໄໝ​ໃໝ່” ວັນທີ: 27-29/05/2026 (3ມື້)

ຄວາມສຳຄັນຂອງຫຼັກສູດ:

ເປັນຫຍັງ​ຕ້ອງ​ຝຶກຫຼັກສູດ​ນີ້ ເປັນຫຍັງ​ຕ້ອງ​ຝຶກ​ຕອນ​ນີ້?
     ບົດ​ບາດ​ຂອງ​ຜູ້​ຈັດການໄດ້​ປ່ຽນ​ແປງ​ໄປ​ຢ່າງ​ສິ້ນ​ເຊີງ ທ່ານ​ບໍ່​ໄດ້​ເປັນພຽງ​ “ຄົົນທີ່​ສັ່ງ​ຊື້​ອຸປະກອນ​ ແລະ ​ສ້ອມ​ແປງເຄື່ອງ​ພິມ” ອີກ​ຕໍ່ໄປ​ແລ້ວ ຜູ້​ຈັດການ​ໃນ​ປະຈຸບັນ​ຖືກ​ຄາດ​ຫວັງ​ໃຫ້ເປັນ​ຜູ້​ນຳ​ໂຄງ​ການ ປັບ​ປຸງ​ຂະ​ບວນ​ການ​ເຮັດ​ວຽກ​ຂ້າມ​ສາຍ​ງານ ບໍລິຫານ​ງົບ​ປະ​ມານ ແລະ ​ຂັບ​ເຄື່ອນ​ປະ​ສິດ​ທິ​ພາບ​ ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຕຳແໜ່ງ​ຜູ້​ນຳ​ຢ່າງ​ເປັນ​ທາງ​ການ.

ແຕ່​ຜູ້​ຈັດການ​​ສ່ວນ​ໃຫຍ່​ຮຽນ​ຮູ້​ຈາກ​ການ​ເຮັດ​ວຽກໂຕ​ຈິງ ຜ່ານ​ການ​ລອງ​ຜິດ​ລອງ​ຖືກ ເຊິ່ງ​ນຳ​ໄປ​ສູ່:

  • ​ເນັ້ນໜັກ​ແຕ່​ການ​ແກ້​ບັນຫາ​ສະເພາະ​ໜ້າ​ແທນ​ທີ່​ຈະ​ວາງ​ແຜນ​ໃນທາງກົນລະຍຸດ.
  • ຂອບ​ເຂດ​ການ​ເຮັດ​ວຽກ​ກັບ​ເພື່ອນ​ຮ່ວມ​ງານ​ ແລະ​ ຜູ້​ຈັດການ​ບໍ່​ຊັດເຈນ.
  • ເສຍ​ເວລາ ​ແລະ ​ເງິນ​ໄປ​ກັບ​ເຄື່ອງ​ມື​ທີ່​ບໍ່​ມີ​ປະ​ສິດ​ທິ​ພາບ ​ແລະ ​ສັນຍາ​ກັບ​ຜູ້​ຂາຍ.
  • ຄວາມ​ອິດເມື່ອຍ​ຈາກ​ການ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ດ້ວຍ​ຕົວ​ເອງ.

ຫຼັກສູດ 3 ມື້​ນີ້​ຈະ​ປ່ຽນ​ຜູ້​ຈັດການ​ທີ່​ມີ​ສັກ​ກະຍາ​ພາບ​ສູງ​ໃຫ້​ກາຍ​ເປັນ​ຜູ້​ປະຕິບັດ​ງານ​ໃນທາງກົນລະຍຸດທີ່​ສາມາດ​ນຳ​ທີມ ວາງ​ລະບົບ ແລະ​ ຄວບ​ຄຸມ​ຊັບພະຍາກອນ​ໄດ້​ຢ່າງ​ໝັ່ນໃຈ ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້ຮັບ​ແມ່​ແບບ​ທີ່​ນຳ​ໄປ​ໃຊ້​ໄດ້​ແທ້ (ຂັ້ນ​ຕອນ​ການ​ປະຕິບັດ​ງານ​ມາດຕະຖານ ລາຍ​ການ​ກວດ​ສອບ ຕົວ​ຕິດ​ຕາມ​ງົບ​ປະ​ມານ) ເຊິ່ງ​ພວກ​ທ່ານ​ສາມາດ​ນຳ​ໄປ​ໃຊ້​ໄດ້​ທັນ​ທີ.

ໃຜແດ່ຄວນເຂົ້າຮ່ວມ:

  • ຜູ້​ຈັດການ, ຜູ້​ປະ​ສານ​ງານ​ ແລະ ​ຜູ້​ຊ່ວຍ​ຜູ້​ບໍລິຫານ
  • ຫົວ​ໜ້າ​ທີມ​ ຫຼື​ຜູ້​ປະ​ສານ​ງານ​ພະແນ​ກ​ທີ່ຕ້ອງການເລື່ອນໄປ​ຮັບ​ບົດ​ບາດ​ດ້ານ​ປະຕິບັດການ
  • ເຈົ້າ​ຂອງ​ທຸລະກິດ​ຂະໜາດ​ນ້ອຍ​ທີ່​ສວມ​ບົດ​ບາດ​ເປັນ “ຜູ້​ຈັດການ​”
  • ທຸກ​ຄົົນທີ່​ຕ້ອງ​ການ​ປ່ຽນ​ຈາກ​ຜູ້​ປະຕິບັດ​ງານ​ຕາມ​ຄຳ​ສັ່ງ​ໄປ​ສູ່​ຜູ້​ສ້າງ​ລະບົບ​ໃນທາງບວກ.

ສິ່ງ​ທີ່​ທ່ານ​ຈະ​ໄດ້ຮັບ (​ຄຸນຄ່າທີ່ໄດ້ຮັບ ຕໍ່​ມື້)

ມື້ທີ 1 ພາ​ວະ​ຜູ້​ນຳ​ ແລະ ​ຄວາມ​ຊັດເຈນ​ໃນ​ບົດ​ບາດ

  • ລະ​ບຸ​ຂອບ​ເຂດ​ວຽກໃຫ້​ຊັດເຈນ
  • ສື່​ສານ​ຢ່າງ​ໝັ້ນໃຈ
  • ການ​ເປັນ​ຜູ້​ນຳ​ໂດຍ​ບໍ່​ຕ້ອງ​ມີ​ຕຳແໜ່ງ
  • ຝຶກ​ຝົນ​ໃນ​ສະຖານະການ​ໂຕຈິງ

ເມື່ອ​ສີ້ນສຸດ​ມື້​ທໍາອິດ ທ່ານ​ຈະ​ຮູ້ສຶກ​ວ່າ​ຕົນເອງ​ມີ​ຄວາມ​ພ້ອມ​ທີ່​ຈະ​ກຳນົດ​ບົດ​ບາດ ຈັດການ​ເວລາ ແລະ​ ລິເລີ່ມ​ໂຄງ​ການ​ຕ່າງ​ໆ ໄດ້ ເຖິງວ່າ​ຈະ​ບໍ່​ມີ​ຜູ້​ໃຕ້​ບັງຄັບ​ບັນ​ຊາ​ຂອງ​ທ່ານກໍ່​ຕາມ.

ມື້ທີ່ 2 ປະ​ສິດ​ທິ​ພາບ​ໃນ​ການ​ດຳ​ເນີນ​ງານ

  • ອອກ​ແບບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ເຮັດ​ຊ້ຳ​ໄດ້
  • ຮຽນ​ຮູ້​ການ​ໃຊ້​ງານ​ເຄື່ອງ​ມືດີຈີຕອນ​ຢ່າງ​ຊ່ຽວ​ຊານ
  • ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຢ່າງ​ມື​ອາ​ຊີບ

ເມື່ອ​ສີ້ນສຸດ​ມື້ທີ 2 ທ່ານ​ຈະ: ມີ​ລະບົບ​ການສ້າງ​ເອກະສານ​ສຳລັບ​ຂະ​ບວນ​ການ​ທີ່​ວຸ້ນວາຍ​ທີ່ສຸດ​ຂອງ​ທ່ານ ແລະ​ ມີ​ຄວາມຫມັ້ນ​ໃຈ​ທີ່​ຈະ​ຢຸດ​ການ​ຕອບສະຫນອງ​ແບບ​ທັນ​ທີ​ທັນ​ໃດ​ ແລະ​ ເລີ່ມ​ຕົ້ນ​ການ​ຈັດການ

ມື້ທີ່ 3 ການ​ຄວບ​ຄຸມ​ທາງ​ການ​ເງິນ ​ແລະ ​ຊັບພະຍາກອນ

  • ສ້າງ ​ແລະ ​ກວດ​ສອບ​ງົບ​ປະ​ມານ​ຢ່າງ​ມີ​ປະ​ສິດ​ທິ​ພາບ
  • ການ​ເຈລະຈາ​ຕໍ່​​ລອງ​ກັບ​ຜູ້​ຂາຍ​ທີ່​ໄດ້​ຜົນ
  • ການ​ກວດ​ສອບ​ສິນ​ຄ້າ ​ແລະ ​ການ​ປະ​ຫ​ຍັດ​ຕົ້ນ​ທຶນ
  • ເຄື່ອງ​ມື​ທີ່​ນຳ​ກັບ​ບ້ານ​ໄດ້: ຕາ​ຕະລາງ​ຕິດ​ຕາມ​ງົບ​ປະ​ມານ + ເທມ​ເພດປຽບທຽບ​ຜູ້​ຂາຍ

ເມື່ອ​ສີ້ນສຸດ​ມື້ທີ 3 ທ່ານ​ຈະ​ສາມາດ: ເວົ້າ​ພາສາ​ທາງ​ການ​ເງິນ​ໄດ້ ອະທິບາຍ​ເຫດຜົນ​ຂອງ​ທຸກລ​າຍ​ການ ແລະ​ ສະແດງ​ໃຫ້​ຜູ້​ຈັດການ​ເຫັນ​ເຖິງ​ການ​ປະ​ຫຢັດ​ຕົ້ນ​ທຶນ​ທີ່​ປະເມີນ​ຜົນ​ໄດ້.

ວັນເວລາແລະສະຖານທີ່:

ຫ້ອງປະຊຸມຝຶກອົບຮົມ ແທັກໂດ, ນະຄອນຫຼວງວຽງຈັນ.

 ນັບແຕ່ວັນທີ່ : 27-29/05/2025, 3ມື້

  • ເລີມ: 8:30-16:30 h

ຄ່າທຳນຽມ/ຜູ້ເຂົ້າຮ່ວມ: ທ່ານລະ: $ 185, ໃນນີ້ລວມທັງ: ຄ່າຝຶກອົບຮົມ, ອຸປະກອນໃຊ້ໃນການຝຶກອົບຮົມ, ເອກະສານແຈກ, ​ໃບປະກາດ, ອາຫານທ່ຽງແລະ ຫວ່າງ.