ຫລັກສູດ:“ຝຶກອົບຮົມ​ໃຫ້​ກາຍເປັນຄູຝຶກທີ່​ມີ​ປະສິດທິພາບ(TOT)” ວັນທີ: 16-20/09/2024 (5ມື້)

ພາກ​ສະ​ເໜີ:
ການ​ຝຶກ​ອົບຮົມ​ແມ່ນ​ຍຸ​ດທະ​ສາ​ດທີ່​ສຳຄັນ​ແກ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ. TOT ກໍ່​ແມ່ນ​ຫລັກສູດ​ພື້ນຖານ​ສຳລັບ​ບັນດາ​ຄູ​ຝຶກໃນ​ການ​ພັດທະນາຊັບພະຍາກອນ​ມະນຸດ​ການ​ເປັນ​ຄູ​ຝຶກ.ທີ່ດີບໍ່​ໄດ້ງ່າຍ​ດັ່ງ​ທີ່​ຄິດ​ໃວ້,​ເພາະ​ການ​ເປັນ​ຄຸ​ຝຶກ​ຕ້ອງ​ອາ​ໃສ​ການ​ເວົ້າ​ແລະ​ການ​ສື່ສານຫຼາຍ,ຖ້າ​ບໍ່​ໃດ້ຜ່ານ​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ​ກໍ່​ຈະ​ເຮັດໜ້າທີ່​ຄູ​ຝຶກ​ບໍ່​ປະສົບ​ຜົນສຳ​ເລັດ ຫຼືສຳ​ເລັດ​ກໍ່​ບໍ່​ດີ​ເທົ່າ​ທີ່​ຄວນ. ສະ​ນັ້ນ, ການ​ເປັນ​ຄູ​ຝຶກ​ທີ່​ດີ ​ແລະ​ມີ​ປະສິດ​ທິພາ​ບນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ, ທັກ​ສະ, ​ເຕັກນິກ​ຕ່າງໆ​ໃນຫຼາຍດ້ານ​ເຊັນ: ການ​ເວົ້າ, ການ​ສື່ສານ, ການ​ຈັດ​ກິດຈະກຳ ອື່ນໆ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ເກີດ​ຄວາມ​ເຂົ້າ​ໃຈ(ຖື​ເອົາ​ຜູ້​ຟັງ​ເປັນ​ສິ່ງ​ສຳຄັນ).

ຈຸດປະສົງ:
1. ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະມື້ອາຊີບໃນການເປັນຜູ້ໃຫ້ຄວາມຮູ້ເທິງເວທີ.
2. ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມກຽມພ້ອມທຸກສະຖານະການກ່ອນເປັນຄູຝຶກຍຸກໃໝ່.
3. ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະໃນການສ້າງ ແລະ ລຽບລຽງເນື້ອໃນທີ່ຈະຝຶກສອນໃຫ້ຜູ້ຟັງຈັບຈຸດໃນສິ່ງທີ່ສຳຄັນຂອງບົດໃຫ້ໄດ້, ພ້ອມທັງບັນດາທັກສະທີ່ຈະດຶງດູດໃຫ້ຜູ້ເຂົ້າຮ່ວມຕິດຕາມ, ມີຄວາມມ່ວນຊື່ນ ແລະ ປະທັບໃຈ.

ເນື້ອໃນຫລັກສູດ:
1. ຫລັກການ ແລະ ເງື່ອນໄຂ ການຮ່ຳຮຽນຂອງຜູ້ໃຫຍ່
2. ການກະກຽມຂັ້ນຕອນການຝຶກອົບຮົມຕ່າງໆ
3. ການສ້າງອຸປະກອນ ແລະ ສື່ການສອນສຳລັບ ຝຶກອົບຮົມ
4. ເຕັກນິກການເປັນຄູຝຶກທີ່ດີແລະມີປະສິດທິພາບ
5. ການສອນແບບມີປະສິດທິຜົນ
6. ແລະ​ອື່ນ​ໆ…