ຄວາມເປັນມາຂອງການຂຽນປື້ມ
ຂ້າພະເຈົ້າມີໂອກາດໄດ້ ພົບເຫັນຫລາຍຄົນທີ່ມີເພື່ອນທີ່ດີ, ທີ່ດີປານກາງ,ເພື່ອນບາງຄົນກໍ່ດີໜ້ອຍ.ແຕ່ມີບາງທ່ານໃຫ້ນິຍາມວ່າ: ຄຳວ່າເພື່ອນ ແມ່ນມີຄວາມໝາຍຍາວຍາວເກີນບັນຍາຍ. ເພື່ອນທີ່ດີຄືຄົນທີ່ຫວ່ງໄຍເຮົາ, ຈິງໃຈ, ຫັວງ ດີຕໍ່ ເຮົາສະເໝີ, ແລະບໍ່ເຄີຍຖີ້ມປະ ກັນເຖິງແມ່ນວ່າເພື່ອນ ອີກ ຄົນຈະຕົກຢູ່ໃນສະພາບມີບັນຫາຫລາຍກໍ່ຕາມ, ຄວາມຈິງແລ້ວເພື່ອນມີຢູ່ທຸກແຫ່ງຫົນ ແລະ ຄຳວ່າ ເພື່ອນ ແມ່ນມີທຸກແຫ່ງຫົນ ໂດຍບໍ່ຈຳແນກ: ອາຍຸ, ເພດ, ຖານະເງິນຄຳ, ຖານະ ທາງ ອຳນາດ, ໜ້າຕາ, ຄວາມສົມບູນ ຂອງຮ່າງກາຍ, ຫລືສາດສະໜາ.ເພື່ອນນີ້ມີຂື້ນຢູ່ ທຸກບ່ອນເຊັ່ນ: ໃນຄອບຄົວ: ພໍ່, ແມ່ ຫລື ຜູ້ປົກຄອງ ກໍ່ເປັນ ໝູ່ເພື່ອນກັບ ລູກໆ, ຫລານໆໄດ້, ເພື່ອສ້າງຄວາມສຸກ ແລະຄວາມອົບ ອຸ່ນພາຍໃນຄອບຄົວ ແລະ ລຸດບັນຫາຂອງເດັກໃນສັງຄົມ ເຊັ່ນ: ບັນຫາຢາ ເສດຕິດ.
ທ່ານທຸກຄົນທີ່ມີເພື່ອນດີແລ້ວ ຈົ່ງຮັກສາໄວ້ດັ່ງ ຄຳສຸພາສິດໃນປື້ມຫົວນີ້ໄດ້ ເວົ້າວ່າ: ເພື່ອນແຫ່ງເກົ່າ ແຫ່ງດີ, ນອກນັ້ນ, ເຮົາກໍ່ຕ້ອງຂະຫຍາຍໃຫ້ ໄດ້ເພື່ອນດີເພີ້ມ ໄປເລື້ອຍໆ. ເພາະຊີວິດນີ້, ຈະມີຄວາມສຸກ ຂື້ນຖ້າທີ່ເປັນເພື່ອນດີໃຫ້ກັບເພື່ອນ ກ່ອນ, ແລ້ວເພື່ອນເຮົາກໍ່ຈະດີກັບຄືນມາ.
ມີຫລາຍຄົນໃນປະຈຸບັນມີຄວາມຮັ່ງມີຂື້ນ, ມີຕ່ຳແໜ່ງໃນໜ້າທີ່ສູງຂື້ນ, ຫລືມີຖານະສູງຂື້ນ ພັດມັກລືມ ຄົນເບື້ອງຫຼັງແລະ ຄົນທີ່ເຄີຍເປັນ ເພື່ອນຮັກ ຂອງຕົນ. ບາງເຫດການເຊັ່ນ: ລູກລືມພໍ່ແມ່, ຜົວລືມເມຍ, ອ້າຍລືມນ້ອງ, ນ້ອງລືມເອື້ອຍ, ເພື່ອນລືມໝູ່, ລູກນ້ອງລືມຫົວໜ້າ, ຫົວໜ້າລືມລູກນ້ອງ, ສິດລືມອາຈານ, ສ່ຽວກໍ່ລືມສ່ຽວ..ແລະ…ອື່ນໆ ….ກໍ່ເກີດຂື້ນ ຫລາຍແລະຫລາຍໃນສັງຄົມ.
ມີຫຼາຍຄົນເຄີຍເລົ່າໃຫ້ຟັງວ່າ: ບາດຕອນແຕ່ກ່ອນ, ຕອນຍັງບໍ່ມີຖານະດີ, ຕອນເປັນຄົນທຸກຄົນຍາກ ພັດມີ ຄວາມ ຮັກແພງກັນດີ, ເຂົ້າອົກເຂົ້າໃຈກັນ, ແຕ່ແຕ່ພໍມີຖານະ ຍົດສາບັນດາສັກ, ຫລື ຮັ່ງມີຂື້ນມາ ພັດຕ່າງ ຝ່າຍຕ່າງບໍ່ງໍ້ ກັນ, ຕ່າງຝ່າຍກໍ່ມີຄວາມທະນົງຕົວໃນຕົວເອງຫລາຍຈົນເກີນເຫດ, ບາງ ເທື່ອຖ້າ ຜູ້ນື່ງ ມີຖາ ນະດີພັດດູຖູກ ອີກ ຝ່າຍທີ່ຍັງດ້ອຍກວ່າ. ຫລືບາງຄັ້ງຜູ້ມີຖານະດີ ອາດຍັງຮັກແພງເພື່ອນທີ່ຍັງດ້ອຍກວ່າ, ແຕ່ເພື່ອນທີ່ດ້ວຍ ກວ່າ ພັດອິດສາແລະມີແນວຄິດອັກຄະຕິກັບເພື່ອນທີ່ມີຖານະກວ່າ….ອັນນີ້ກໍ່ເກີດຂື້ນປະຈຳ.
ຍິ່ງສັງຄົມພັດທະນາໄປ, ມີວັດຖຸແລະສິ່ງອຳນວຍຄວາມສະດວກມີຫລາຍຂື້ນ ມັນພັດເຮັດໃຫ້ຄວາມເປັນ ເພື່ອນ ແລະຄວາມຮັກຂອງມະນຸດ ເຮົາລຸດ ໜ້ອຍລົງເລື້ອຍໆ…, ແລະ ທ້າຍສຸດແລ້ວມີຄວາມກຽດຊັງ, ຄວາມອິດສາ, ແລະ ຄວາມເປັນສັດຕູ ເຂົ້າມາແທນຄຳວ່າ ເພື່ອນແລະຄວາມຮັກ. ຂ່າວດີ….ທຸກຄົນ ຍັງມີເວລາຢູ່ ເພື່ອເຮັດ ຄວາມດີກັບເພື່ອນແລະຄົນຮັກທີ່ດີໆຂອງທ່ານ. ເພາະຊີວິດເຮົາມັນ ແສນສັ້ນເຫລືອ ເກີນ, ມີຫລາຍຄົນ ມີອາຍຸ ບໍ່ຮອດຮ້ອຍປີ. ດັ່ງນັ້ນ ຢຸດທຳຮ້າຍຈິດໃຈຂອງເພື່ອນ, ແລະຄົນທີ່ຮັກທ່ານຕັ້ງ ແຕ່ມື້ນີ້ເປັນຕົ້ນໄປ… ແລະທ່ານ ຕ້ອງປັບຕົວທ່ານ ດ້ວຍການໃຫ້ ເວລາແກ່ເພືອນຂອງທ່ານ, ໃຫ້ຮອຍຍີ້ມ, ໃຫ້ຄວາມອົບອຸ່ນ, ໃຫ້ຄວາມຮັກ, ໃຫ້ຄວາມຈິງໃຈ ແລະ ຄວາມເອົາໃຈໃສ່ເຂົາຫລາຍເທົ່າທີ່ ຈະເປັນໄປ ໄດ້… ແລ້ວທັງທ່ານແລະເຂົາກໍ່ຈະມີ ຄວາມສຸກຫລາຍທີ່ສຸດ ຈົນຄົນອື່ນອິດສາ ຂໍໃຫ້ທ່ານຜູ້ອ່ານຈົງມີຄວາມ ຮັກ, ຄວາມສຸກ ແລະ ຄວາມຈະເລີນໄປພ້ອມໆກັບເພື່ອນແລະຄົນທີ່ເຮົາຮັກດ້ວຍເຖີດ….
ຂ້າພະເຈົ້າຂໍອຸທິດປື້ມຫົວນີ້ໃຫ້ແກ່: ແມ່ຕູ້ຍ່າ ແສນພັກດີ ບູລົມ, ຜູ້ໄດ້ລ້ຽງດູແລະແນະນຳ ຄຳສຸພາ ສິດຫລາຍໆ ຄຳຕັ້ງແຕ່ຂ້າພະເຈົ້າຢູ່ໂຮງຮຽນປະຖົມເປັນຕົ້ນມາ. ນອກນັ້ນ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນກັບບັນດາທ່ານ ນັກປັດສະຍາແລະຜູ້ຮູ້ແຈ້ງ ຈາກທຸກມຸມໂລກທີ່ໄດ້ ຊອກຫາບັນດາຄຳສັ່ງສອນຕ່າງໆໃຫ້ແກ່ສັງຄົມມາ ຫລາຍໆ ຮ້ອຍ ຫລາຍ ພັນ ປີທີ່ຜ່ານມາ. ເຊິ່ງຜົນງານຂອງພວກທ່ານໄດ້ຖືກນຳມາລົງໃນປື້ມຫານີ້ດ້ວຍ.
ໃນນາມຜູ້ຂຽນແລະຮີບໂຮມ ຂ້າພະເຈົ້າຍິນດີ ຕ້ອນຮັບເອົາຄຳຕຳໜິຕິຊົມທຸກຢ່າງຈາກບັນດາທ່ານ ຜູ້ອ່ານ.
ທັງນີ້ກໍ່ຈະໄດ້ເອົາໄປປັບປຸງໃນ ໂອກາດ ຕໍ່ໆໄປ.