ຄວາມເປັນມາຂອງການພັດທະນາ:
ການພັດທະນາໝາຍເຖີງການເຮັດໃຫ້ມີການປ່ຽນແປງທີ່ດີຂື້ນແລະເປົ້າໝາຍທີ່ສຳຄັນຂອງການພັດທະນາທີ່ດີຄືການເຮັດໃຫ້ປະຊາຊົນມີຄຸນນະພາບຊີວິດທີ່ດີຂື້ນ,ແຕ່ເຮົາພົບເຫັນຫລາຍກໍລະນີທີ່ໂຄງການການພັດທະນາບໍ່ໄດ້ຮັບຜົນສຳເລັດເທົ່າທີ່ຄວນ,ນອກນັ້ນມັນຍັງມີງົບປະມານໂຄງບໍ່ໄດ້ໃຊ້ຢ່າງມີປະສິດທິພາບປະຊາຊົນບໍ່ ໃຫ້ການຮ່ວມມື ແລະ ຄວາມໜ້າເຊື່ອຖືຂອງຜູ້ໃຫ້ທຶນນຳອີກ.
ໂຄງການທີ່ດີຕ້ອງເປັນໂຄງການທີ່ມີຄວາມຍືນຍົງແລະມັນກໍ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນເຊິ່ງມັນສາມາດແກ້ໄຂບັນຫາໃຫ້ປະຊາຊົນໄດ້ໃນລະດັບທີ່ເໝາະສົມ.ໜື່ງໃນປັດໃຈທີ່ກໍ່ໃຫ້ເກີດມີຜົນສຳເລັດຕາມຈຸດປະສົງແລະເປົ້າໝາຍຂອງໂຄງການນັ້ນກໍ່ຄື:ມີທີມບຸກຄະລະກອນໂຄງການຫຼືນັກພັດທະນາຜູ້ເປັນບຸກຄົນທີ່ເຂົ້າໃຈຈຸດພິເສດ ແລະ ສະພາບແວດລ້ອມຕົວຈີງຂອງການເຮັດວຽກກັບຊຸມຊົນແລະປະຊາຊົນຜູ້ຢູ່ຫ່າງໄກສອກຫລີກ.
ນອກນັ້ນນັກພັດທະນາຕ້ອງກຽມຕົວໃຫ້ເປັນຄົນທີ່ມີຄົນຄວາມສາມາດທັງດ້ານຄວາມຮູ້ທາງວິຊາການຕ່າງໆທີ່ຈະຕ້ອງການໃຊ້ເຂົ້າໃນວຽກພັດທະນາ ເມື່ອນັກພັດທະນາເຂົ້າໃຈແໜ້ນແລ້ວຈື່ງເຮັດໃຫ້ໂຄງການສາມາດຫລີກຫລ່ຽງອຸປະສັກນາໆປະການແລະສາມາດບັນລຸແຜນວຽກໄດ້ຢ່າງສະຫງ່າງາມ.ດັ່ງນັ້ນທາງສູນຝຶກອົບຮົມແທ໋ກໂດຈື່ງໄດ້ຈັດການເຝິກອົບຮົມເພື່ອໃຫ້ນັກພັດທະນາໃນ ທົ່ວປະເທດໄດ້ເພີ້ມຄວາມ ຮູ້ ແລະ ປະສົບການໃນວຽກການພັດທະນາຊຸມຊົນຂື້ນຕື່ມ.
ຈຸດປະສົງຂອງການຝຶກອົບຮົມ:
ຫລັງຈາກເຝິກອົບຮົມແລ້ວ, ນັກສຳມະນາກອນຈະໄດ້ຮັບຄວາມຮູ້ຄວາມສາມາດດັ່ງຕໍ່ໄປນີ້:
1. ທິດສະດີກ່ຽວກັບໂຄງການພັດທະນາ, ແລະການຊ່ວຍເຫລືອດ້ານມະນຸດສະທຳ
2. ການວຽກງານຕົວຈີງແລະການສື່ສານເພື່ອເຮັດວຽກ ກັບຊຸມຊົນ ຫລື ປະຊາຊົນໃນເຂດຊົນນະບົດ
3. ການວາງແຜນວຽກ,ແລະລາຍງານ
4. ການເຮັດວຽກເປັນທີມແລະບໍລິຫານທີມງານທີ່ມີປະສິດທິຜົນ
ເນື້ອໃນຂອງການຝຶກອົບຮົມ:
ເນື້ອໃນການຝຶກອົບຮົມປະກອບດ້ວຍຫລາຍສ່ວນປະກອບທີ່ສຳຄັນຄື:
1. ປັດສະຍາແນວຄິດແລະຫລັກການພັດທະນາຊົນນະບົດ
2. ເຕັກນິກການເຮັດວຽກກັບຊຸມຊົນ
– ເຕັກນິກການເຮັດວຽກກັບຜູ້ນຳຊຸມຊົນ
– ເຕັກນິກການເຮັດວຽກກັບປະຊາຊົນຜູ້ທຸກຍາກ
– ເຕັກນິກການເຮັດວຽກກັບແມ່ຍິງ
3. ກົດເກນທີ່ນັກພັດທະນາຄວນຢຶດຖືໃນການເຮັດວຽກ
4. ຄຳນິຍາມແລະບົດບາດຂອງນັກພັດທະນາຕົວຈີງ
5. ຂັ້ນຕອນຂອງການສ້າງແຜນໂຄງການພັດທະນາລະດັບບ້ານໂດຍມີສ່ວນຮ່ວມ
6. ການສ້າງແລະບໍລິຫານທີມງານ
7. ການສ້າງແຜນກິດຈະກຳ
8. ການຕິດຕາມແລະຊີ້ນຳກິດຈະກຳ
9. ການລາຍງານແລະສະຫລຸບວຽກງານໂຄງການ
ກຸ່ມເປົ້າໝາຍ
- ຜູ້ບໍລິຫານໂຄງການ, ຜູ້ຊີ້ນຳໂຄງການ
- ພະນັກງານທີ່ເຮັດວຽກໂຄງການພັດທະນາຕ່າງໆ
- ພະນັກງານລັດຂັ້ນຕ່າງໆທີ່ໄດ້ປະສານງານກັບອົງການຊ່ວຍເຫລືອຕ່າງໆ
- ຜູ້ທີ່ຈະເຂົ້າເຮັດວຽກກັບໂຄງການພັດທະນາ ແລະ ຜູ້ທີ່ສົນໃຈໃນວຽການພັດທະນາຊຸມຊົນ