ຫຼັ​ກ​ສູດ: “ທັກສະການສ້າງບົດນໍາສະເໜີ ແລະ ການນໍາສະເໜີແບບມືອາຊີບ”(Professional Presentation and presentation skills) ວັນ​ທີ: 24-25/6/2025 (2 ມື້)

ຄວາມສຳຄັນຂອງຫຼັກສູດ:
     ໃນຍຸກປະຈຸບັນ, ດ້ວຍການສື່ສານ ແລະ ການນໍາສະເໜີມີຄວາມສໍາຄັນຫຼາຍໃນການເພີ່ມມູນຄ່າໃຫ້ກັບວຽກງານຕ່າງໆ, ບໍ່ວ່າຈະເປັນການປະຊຸມ, ການລາຍງານທີ່ກອງປະຊຸມ, ການລາຍງານການເຄື່ອນໄຫວວຽກງານ, ການນໍາສະເໜີໂຄງການ, ການນຳສະເໜີການຂາຍ, ການບໍລິການ, ແລະອື່ນໆ, ເພາະວ່າການສື່ສານທີ່ມີພຽງແຕ່ເນື້ອໃນທີ່ດີອາດຈະບໍ່ໄດ້ສື່ຄວາມຫມາຍກັບຜູ້ຮັບເທົ່າທີ່ຄວນ.
     ດ້ວຍເຫດນີ້, ຜູ້ນຳສະເໜີຈຶ່ງຕ້ອງອອກແບບ ແລະ ຕົບແຕ່ງສື່ທີ່ໃຊ້ໃນການນຳສະເໜີໃຫ້ມີຄຸນນະພາບ, ມີຄວາມສວຍງາມເປັນໜ້າຕິດຕາມ, ເໝາະສົມ, ມີຄຸນຄ່າ ແລະ ເໝາະສົມກັບບຸກຄະລິກ ແລະ ແບບແຜນວຽກຂອງວຽກງານນັ້ນໆ.
     ຫຼັກສູດ: ທັກສະການສ້າງ ແລະ ການນຳສະເໜີມືອາຊີບ ຖືກອອກແບບມາເພື່ອໃຫ້ຜູ້ເຂົ້້າຮ່ວມໄດ້ຮຽນຮູ້ເພີ້ມເຕີມກ່ຽວກັບການສ້າງບົດນຳສະເໜີຂອງຕົນເອງໃຫ້ມີຄວາມໜ້າສົນໃຈ, ສັ້ນ ແລະ ມີເນື້ອໃນຄົບ, ເຮັດໃຫ້ມີຄວາມໜ້າຕິດຕາມ ແລະ ປະສົບຜົນສໍາເລັດໃນການນໍາສະເໜີຄັ້ງນັ້ນທີ່ຈະນໍາໄປສູ່ເຕັກນິກທີ່ມີຄວາມດຶງດູດ ແລະ ຫນ້າສົນໃຈຫຼາຍ.
     ທັກສະການນໍາສະເໜີທີ່ເປັນມືອາຊີບແມ່ນຈໍາເປັນຕໍ່ຄວາມສໍາເລັດຂອງທ່ານ ກໍ່ຄືອົງກອນ,ເຊັ່ນການນຳສະເໜີການບໍລິຫານ,ລາຍງານຄວາມຄືບໜ້າໂຄງການ, ໃນການສໍາວຽກ, ການນໍາສະເຫນີຢ່າງມີປະສິດທິຜົນຈະເພີ່ມໂອກາດຂອງທ່ານໃນການໄດ້ຮັບພິຈາລະນາວຽກ ຫຼື ໂຄງການອື່ນໆ… ຫຼືແມ່ນແຕ່ຢູ່ບ່ອນເຮັດວຽກທີ່ເຮົາຕ້ອງສະເໜີຄວາມຄິດເຫັນ, ຫຼື ນຳສະເໜີຜົນງານໂຄງການຕ່າງໆກໍ່ດີ ຫຼື ເຮັດວຽກໃຫ້ກັບທີມ ຫຼື ຜູ້ບໍລິຫານຂອງທ່ານເອງ.

ຈຸດປະສົງຂອງຫຼັກສູດ:
     1. ເພື່ອຊ່ວຍເສີມສ້າງຄວາມຄິດໃນການທີ່ຈະນໍາເອົາຂໍ້ມູນທີ່ໝ້າສົນໃຈ ແລະ ມີປະສິດທິພາບມານໍ້າສະເໜີ.
     2. ເພື່ອຊ່ວຍໃຫ້ຜູ້ເຂົ້າຝຶກອົບຮົມເຂົ້າໃຈຫຼັກການອອກແບບບົດທີ່ຈະນໍາສະເໜີ ແລະ ການຈັດອົງປະກອບທີ່ສໍາຄັນຄວນນໍາມານໍາສະເໜີ.
     3. ເພື່ອເສີມສ້າງທັກສະຕ່າງຄວາມຫມັ້ນໃຈ ແລະ ທັກສະການນຳສະເໜີຕໍ່ໜ້າຜູ້ຟັງຈໍານວນຫຼາຍ.
     4. ເພື່ອຝຶກສ້ອມ ແລະ ຫາວີທີເຮັດໃຫ້ບົດນໍາສະເໜີທະທັດຮັດ ແລະ ຈັບໃຈຜູ້ຕິດຕາມ.

ກຸ່ມເປົ້າໝາຍ: ຜູ້ບໍລິຫານ, ຜູ້ຈັດການ, ຝາຍການຕະຫຼາດ, ຝາຍຂາຍ, ພະນັກງານວິຊາການ ແລະ ບຸກຄົນທົ່ວໄປທີ່ສົນໃຈ.

ເນື້ອໃນການຝຶກອົບຮົມ:
ສ່ວນທີ່ 1: ການສ້າງບົດນຳສະເໜີ (How to Create a Presentation)
     –
ຄວາມສຳຄັນທີ່ຕ້ອງສ້າງບົດນຳສະເໜີທີມີຄຸນນະພາບ
1.1 ວິເຄາະຜູ້ຟັງ (Know Your Audience)
     –
ໃຜແມ່ນຜູ້ຟັງ? (ຄວາມຮູ້, ຄວາມຄາດຫວັງ, ຄວາມສົນໃຈ)
     –
ຈຸດປະສົງຂອງການນຳສະເໜີໃນຄັ້ງນັ້ນ
1.2 ວາງໂຄງສ້າງເນື້ອໃນ (Structure the Content)
     –
ການເປີດເລື່ອງໃຫ້ໜ້າສົນໃຈ (Hook / Opening)
     –
ເນື້ອໃນຫຼັກຄວນແບ່ງເປັນ 3–5 ຫົວຂໍ້ຍ່ອຍ
     –
ການສະຫຼຸບທີ່ຊັດເຈນ (Recap + Call to Action)
1.3 ການອອກແບບສະໄລໃນການນຳສະເໜີ (Slide Design)
     –
ຫຼັກການອອກແບບສະໄລທີ່ດີ (Simplicity, Clarity, Contrast)
     –
ບໍ່ເນັ້ນຂໍ້ຄວາມຫຼາຍ (ໃຊ້ bullet points / keywords)
     –
ການໃຊ້ຮູບ, ໄອຄອນ ແລະ ກຣາຟໃຫ້ເໝາະສົມ
     –
ເລືອກໂທນສີ, ຟອນ ແລະ layout ທີ່ອ່ານງ່າຍ
1.4 ການໃຊ້ເຄື່ອງມື (Tools & Tips)
     –
PowerPoint / Google Slides / Canva
     –
ເທັກນິກການໃສ່ Animation / Transition ຢ່າງມືອາຊີບ
     –
Template ທີ່ຊ່ວຍປະຫຍັດເວລາ ແລະ ງາມຕາ

ສ່ວນທີ່ 2: ທັກສະການນຳສະເໜີ (Presentation Skills)
2.1 ການກຽມຕົວກ່ອນນຳສະເໜີ
     –
ການຝຶກຊ້ອມ (Rehearsal)
     –
ຈັດລຳດັບສະໄລ / ກຽມອຸປະກອນ
     –
ຈັດການກັບຄວາມຕື່ນເຕັ້ນ / ເທັກນິກຜ່ອນຄາຍ
2.2 ທັກສະໃນການນຳສະເໜີ ທີ່ມືອາຊີບ(ພາສາກາຍ ແລະ ນໍ້າສຽງ)
     –
Eye contact, ການໃຊ້ມື, ການຢືນ/ຍ່າງ
     –
ຈັງຫວະ, ນໍ້າສຽງ, ການເນັ້ນຄຳສຳຄັນ
     –
ຫຼີກລ້ຽງທ່າທາງ ຫຼືຄຳເວົ້າທີ່ເຮັດໃຫ້ເສຍຄວາມໜ້າເຊື່ອຖື
2.3 ການສື່ສານຢ່າງມີພະລັງ(ກຳຈັດຄວາມກັງວົນ ແລະ ຄວາມກົດດັນ)
     –
Storytelling ໃນການນຳສະເໜີ
     –
ການຕັ້ງຄຳຖາມ / ການມີສ່ວນຮ່ວມຂອງຜູ້ຟັງ
     –
ການຕອບຄຳຖາມຈາກຜູ້ຟັງ (Q&A Techniques)
2.4 ການໃຊ້ເທັກໂນໂລຢີໃນການນຳສະເໜີ
     –
ການໃຊ້ pointer, clicker, timer
     –
ການນຳສະເໜີອອນໄລ (ຜ່ານ Zoom, Teams)
     –
ການໃຊ້ whiteboard ຫລື interactive tools ເຊັ່ນ Mentimeter / Slido
3. ກິດຈະກຳກຸ່ມ: ການຝຶກສ້ອມທັງໝົດ ທີ່ໄດ້ຝຶກ, ແລະ ຂື້້ນນຳສະເໜີເທິງເວທີ ແລະ ການໃຫ້ຄຳແນະນຳເປັນແນວທາງໃນການພັດທະນາໃນອານາຄົດ…