ຫລັກສູດ: “ຝຶກອົບຮົມ​ໃຫ້​ກາຍເປັນຄູຝຶກທີ່​ມີ​ປະສິດທິພາບ(TOT)”, ວັນທີ: 17-21/03/2025 (5ມື້)

ພາກ​ສະ​ເໜີ:
ການ​ຝຶກ​ອົບຮົມ​ແມ່ນ​ຍຸ​ດທະ​ສາ​ດທີ່​ສຳຄັນ​ແກ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ. TOT ກໍ່​ແມ່ນ​ຫລັກສູດ​ພື້ນຖານ​ສຳລັບ​ບັນດາ​ຄູ​ຝຶກໃນ​ການ​ພັດທະນາຊັບພະຍາກອນ​ມະນຸດ​ການ​ເປັນ​ຄູ​ຝຶກ.ທີ່ດີບໍ່​ໄດ້ງ່າຍ​ດັ່ງ​ທີ່​ຄິດ​ໃວ້,​ເພາະ​ການ​ເປັນ​ຄຸ​ຝຶກ​ຕ້ອງ​ອາ​ໃສ​ການ​ເວົ້າ​ແລະ​ການ​ສື່ສານຫຼາຍ,ຖ້າ​ບໍ່​ໃດ້ຜ່ານ​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ​ກໍ່​ຈະ​ເຮັດໜ້າທີ່​ຄູ​ຝຶກ​ບໍ່​ປະສົບ​ຜົນສຳ​ເລັດ ຫຼືສຳ​ເລັດ​ກໍ່​ບໍ່​ດີ​ເທົ່າ​ທີ່​ຄວນ. ສະ​ນັ້ນ, ການ​ເປັນ​ຄູ​ຝຶກ​ທີ່​ດີ ​ແລະ​ມີ​ປະສິດ​ທິພາ​ບນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ, ທັກ​ສະ, ​ເຕັກນິກ​ຕ່າງໆ​ໃນຫຼາຍດ້ານ​ເຊັນ: ການ​ເວົ້າ, ການ​ສື່ສານ, ການ​ຈັດ​ກິດຈະກຳ ອື່ນໆ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ເກີດ​ຄວາມ​ເຂົ້າ​ໃຈ(ຖື​ເອົາ​ຜູ້​ຟັງ​ເປັນ​ສິ່ງ​ສຳຄັນ).

ຈຸດປະສົງ:

  1. ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະມື້ອາຊີບໃນການເປັນຜູ້ໃຫ້ຄວາມຮູ້ເທິງເວທີ.
  2. ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມກຽມພ້ອມທຸກສະຖານະການກ່ອນເປັນຄູຝຶກຍຸກໃໝ່.
  3. ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະໃນການສ້າງ ແລະ ລຽບລຽງເນື້ອໃນທີ່ຈະຝຶກສອນໃຫ້ຜູ້ຟັງຈັບຈຸດໃນສິ່ງທີ່ສຳຄັນຂອງບົດໃຫ້ໄດ້, ພ້ອມທັງບັນດາທັກສະທີ່ຈະດຶງດູດໃຫ້ຜູ້ເຂົ້າຮ່ວມຕິດຕາມ, ມີຄວາມມ່ວນຊື່ນ ແລະ ປະທັບໃຈ.

ເນື້ອໃນຫລັກສູດ:

  1. ຫລັກການ ແລະ ເງື່ອນໄຂ ການຮ່ຳຮຽນຂອງ​ຜູ້​ໃຫຍ່
  2. ການກະກຽມ​ຂັ້ນ​ຕອນການຝຶກອົບຮົມຕ່າງໆ
  3. ການ​ສ້າງອຸປະກອນ ແລະ ສື່​ການ​ສອນສຳລັບ ຝຶກອົບຮົມ
  4. ​ເຕັກນິກ​ການ​ເປັນ​ຄູ​ຝຶກ​ທີ່​ດີ​ແ​ລະ​ມີ​ປະສິດ​ທິພາ​ບ
  5. ການສອນແບບມີປະສິດທິຜົນ
  6. ການກະກຽມງົບປະມານຝຶກອົບຮົມ
  7. ການອອກແບບຫຼັກສູດ
  8. ເຕັກນິກການເຮັດວຽກກັບຊຸມຊົນ
  9. ການ​ແກ້​ໄຂ​ບັນຫາ​ໃນ​ຫ້ອງ​ຮຽນ
  10. ການ​ປະ​ເມີນ​ຜົນ​ການ​ຝຶກ​ ​ແລະ​ ການ​ຮຽນ
  11. ​ເຕັກນິກ​ການ​ໃຊ້​ຄຳ​ເວົ້າ​, ​ເກ​ມຕ່າງໆ ຂອງຄູ​ຝຶກ
  12. ບາງ​ບຸກຄະ​ລິກທີ່​ສາມາດ​ຝຶກ​ຝົນ​ຂອງ​ຄູ​ຝຶກ…
  13. ເຕັກນິກການເປັນຄູຝຶກທີ່ທຸກຄົນຍອມຮັບ

ຄ່າ​ທຳນຽມ/ຜູ້​ເຂົ້າ​ຮ່ວມ:
1 ທ່ານ = $ 250/ຄົນ , ສະ​ຖານທີ່ ຫ້ອງປະ​ຊຸມ ນາ​ເດຍ​ຟາມ, ບ. ດອນ​ປ່າ​ໃໝ່, ນະຄອນຫຼວງວຽງຈັນ,
– ໃນ​ນີ້​ລວມທັງ: (ຄ່າ​ຝຶກ​ອົບຮົມ , ຄ່າ​ອຸປະກອນ​ໃຊ້​ໃນ​ການ​ຝຶກ​ອົບຮົມ,​ ​​ເອກະສານ​ແຈກ, ​ໃບ​ປະກາດ, ອາຫານ​ວ່າງ)
– ຫຼື ຖ້າທ່ານຕ້ອງການຈັດເປັນກຸ່ມສາມາດຈັດໄດ້ໃນລາຄາດຽວກັນພຽງເພີ້ມຄ່າເດີນທາງ, ທີ່ພັກ, ອາຫານ ທີມຄູຝຶກ (ສາມາດຈັດຕາມສະຖານທີ່ທີ່ທ່ານຕ້ອງການ)