“ການພັດທະນາທັກສະຫົວໜ້າຄຸມງານ” Supervisor development Skills ວັນ​ທີ: 27-28/08/2024, 2ມື້

ຈຸດປະສົງ:

ເພື່ອ​ເສີມ​ສ້າງ, ພັດທະນາ​ຄວາມຮູ້, ຄວາມ​ເຂົ້າໃຈ​ໃນ​ບົດ​ບາດ​ຂອງ​ຫົວ​ໜ້າ​ໜ່ວຍງານ, ພັດທະນາ​ທັດສະນະຂະຕິ​ເຊີງ​ບວກ​ແລະ​ເສີມ​ສ້າງ​ພາ​ວະ​ຜູ້​ນໍາ​ໃຫ້​ກັບ​ຫົວ​ໜ້າ​, ພັດທະນາ​ເທັກ​ນິກ​ໃນ​ການ​ບໍລິຫານ​ງານ​ຢ່າງ​ເປັນ​ລະ​ບົບ, ເທັກ​ນິກ​ການ​ເຮັດວຽກ​ເຊີງ​ລຸກ ແລະ​ເສີມ​ທັກ​ສະ​ການ​ບໍລິຫານ​ແລະ​ພັດທະນາ​ພະນັກງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ຫົວຂໍ້​ການ​ຝຶກອົບຮົມ​ (ຫລັກ​ສູດ1ມື້)
ພາກທີ່ 1

ຫົວ​ໜ້າ​ກັບ​ການ​ເສີມ​ສ້າງ​ພັດທະນາ​ຕົນເອງ
1. ຄຸນ​ລັກສະນະ ແລະ​ພຶດຕິກຳ​ຂອງ​ຫົວ​ຫນ້າທີ່​ປະ​ສົບ​ຄວາມ​ສາ​ເລັດ
2. ການ​ພັດທະນາ​ທັດ​ສະນະຂະ​ຕິ​ເຊີງ​ບວກ​ເພື່ອ​ຄວາມ​ສາ​ເລັດ​ໃນ​ການ​ເຮັດວຽກ.
3. ຄວາມ​ສາມາດ​ທີ່​ຈໍາ​ເປັນ​ໃນ​ການ​ບໍລິຫານ​ງານ​ຂອງ​ຫົວ​ໜ້າ​ງານ.
4. ບົດ​ບາດ​ ແລະ ​ຫນ້າທີ່​ຄວາມ​ຮັບ​ຜິດຊອບ​ຂອງ​ຫົວ​ໜ້າ​ງານ​ມື​ອາ​ຊີບ
5. ພາ​ວະ​ຜູ້​ນາ​ຂອງ​ຫົວ​ໜ້າ​ງານ

ພາກທີ່ 2
ຫົວ​ໜ້າ​ກັບ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຄົນ​ແລະ​ຜົນ​ງານ
1. ການ​ເຮັດວຽກ​ໃນ​ເຊີງ​ລຸກ
2. ເທັກ​ນິກ​ໃນ​ການຕັ້ງ​ເປົ້າ​ໝາຍ
3. ເທັກ​ນິກ​ການ​ວາງ​ແຜນ​ວຽກ
4. ເທັກ​ນິກ​ການ​ສອນ​ວຽກ
5. ເທັກ​ນິກ​ການ​ຕັດ​ສິນ​ໃຈ ແລະ ແກ້​ໄຂ​ບັນຫາ
6. ເທັກ​ນິກ​ການ​ຈູງ​ໃຈ​ໃຫ້​ລູກ​ນ້ອງ​ເຮັດວຽກ

ກຸ່ມເປົ້າໝາຍ:
ພະນັກງານເປົ້າໝາຍ/ຫົວໜ້າໜ່ວຍງານ, ຫົວໜ້າພະແນກ, ບຸກ​ຄົນ​ທົ່ວ​ໄປ​ທີ່​ສົນ​ໃຈ

ວັນເວລາ ແລະ ສະຖານທີ:
ວັນທີ: 27-28/08/2024, ຫ້ອງປະຊຸມ ນາ​ເດຍ2, ບ້ານ. ດອນປ່າໃໝ່, ເມືອງ. ສີສັດຕະນາກ, ນອນຫຼວງວຽງຈັນ.

ຮູບ​ແບບ​ການ​ສຳ​ມະ​ນາ:
1. ການ​ບັນລະຍາຍ                 40 %
2. ເກມ / ກິດຈະກຳ​ກຸ່ມ / ຝຶກ​ປະຕິບັດ Workshop ແລະ​ການ​ນາ​ສະເໜີ​ຜົນ​ງານກຸ່ມ ​     60 %