ຫຼັກສູດ: “ການບໍລິຫານຄຸ້ມຄອງອົງກອນ ສຳລັບຜູ້ບໍລິຫານລະດັບກາງ” ວັນທີ: 28-30.4.2025
ຫຼັກສູດ: “ການບໍລິຫານຄຸ້ມຄອງອົງກອນ ສຳລັບຜູ້ບໍລິຫານລະດັບກາງ” ວັນທີ: 28-30.4.2025 Read More »
ເມືອງ ຜາອຸດົມ, ວັນທີ: 4-5.3.2025 ເມືອງ ປາກທາ, ວັນທີ: 6-7.3.2025 ເມືອງ ເມິງ, ວັນທີ: 12-13.3.2025 ຄວາມສຳຄັນຂອງຫຼັກສູດ: ການສື່ສານເປັນສິ່ງຈຳເປັນສຳລັບອົງກອນ ໃນການທີ່ຈະເຮັດໃຫ້ແຕ່ລະພາກສ່ວນໃນອົງກອນເຮັດວຽກໄປໃນທິດທາງດຽວກັນພາຍໃຕ້ເປົ້າໝາຍ ແລະ ວິໄສທັດດຽວກັນ ບໍ່ວ່າຈະເປັນພະແນກການຕະຫຼາດ, ພະແນກເບິ່ງແຍງການຜະລິດ, ພະແນກການເງິນ ແລະ ບັນຊີ, ພະແນກບຸກຄົນ ຫຼືພະແນກຊ່ອມແປງບຳລຸງຮັກສາ ລ້ວນແລ້ວແຕ່ຈຳເປັນຕ້ອງມີການສື່ສານທີ່ມີປະສິດທິພາບລະຫວ່າງພະແນກເພື່ອເຊື່ອມຄວາມສຳພັນລະຫວ່າງພະແນກ ແລະ ສົ່ງເສີມຄວາມສຳເລັດໃນພາບລວມຂອງອົງກອນ ການສື່ສານນັ້ນມີສ່ວນສຳຄັນຫຼາຍໃນການເພີ່ມປະສິດທິພາບການເຮັດວຽກ, ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ພັດທະນາຄຸນນະພາບ ແລະສ້າງສັນຜະລິດຕະພັນໃໝ່ໆໃນອົງກອນ ເປັນຕົ້ນ. ການສື່ສານທີ່ມີປະສິດທິພາບນັ້ນສຳຄັນຕໍ່ຄວາມສຳເລັດຂອງອົງກອນບໍ່ສະເພາະກັບຫົວໜ້າ ແຕ່ລວມໄປເຖິງພະນັກງານທຸກຄົົນທີ່ຕ້ອງມີສ່ວນຮ່ວມເປັນຜູ້ສື່ສານທີ່ມີທັກສະ ເພາະການສື່ສານຄືການແບ່ງປັນ ແລະ ສົ່ງຕໍ່ຂໍ້ມູນລະຫວ່າງຄົນສອງຄົນ ຫຼືຫຼາຍກວ່ານັ້ນເພື່ອໃຫ້ເຂົ້າໃຈຕົງກັນ ຖ້າຫາກວ່າຂໍ້ມູນຖືກເຂົ້າໃຈໄດ້ພຽງບາງສ່ວນ ຫຼືເຂົ້າໃຈຜິດພ້ຽນໄປ ບັນຫາກໍ່ຈະເກີດຕາມມາຈົນອາດບານປາຍເປັນຄວາມສູນເສຍຂອງອົງກອນໄດ້. ທັກສະການສື່ສານຢ່າງມີປະສິດທິພາບສ້າງປັດໄຈທາງບວກໃນບ່ອນເຮັດວຽກ ດັ່ງຄຳກ່າວທີ່ວ່າ “ຍິ່ງເຮົາສື່ສານກັນຫຼາຍຂຶ້ນເທົ່າໃດ ເຮົາຍິ່ງເຂົ້າໃຈກັນຫຼາຍຂຶ້ນເທົ່ານັ້ນ” ຄວາມເຂົ້າໃຈກັນຫຼາຍຂຶ້ນນີ້ເອງຊ່ວຍຫຼຸດຄວາມຂັດແຍ້ງພາຍໃນອົງກອນ ລະຫວ່າງພະນັກງານກັບພະນັກງານ, ລະຫວ່າງຫົວໜ້າງານກັບລູກນ້ອງ ຫຼື ລະຫວ່າງພະແນກກັບພະແນກ ສະພາບບັນຢາກາດການເຮັດວຽກແບບນີ້ກໍ່ຈະເປັນປັດໄຈທາງບວກໃນການເຮັດວຽກທີ່ມີປະສິດທິພາບຫຼາຍຍິ່ງຂຶ້ນ.
ຄວາມສຳຄັນກ່ຽວກັນຫຼັກສູດຝຶກອົບຮົມ: ຄວາມສາມາດໃນການນຳພາທີ່ມີປະສິດທິຜົນດີຂອງຜູ້ຈັດການເປັນສິ່ງສຳຄັນຫຼາຍເພື່ອໃຫ້ວຽກບັນລຸຜົນສຳເລັດຂອງອົງການຈັດຕັ້ງ, ຊຶ່ງມີຫຼາຍອົງການຈັດຕັ້ງທີ່ເຮັດວຽກງານພັດທະນາຢູ່ໃນປະເທດລາວໃນໄລຍະຜ່ານມາບໍ່ສາມາດບັນລຸຈຸດປະສົງ,ແຜນການ ແລະວິໄສທັດຂອງຜູ້ໃຫ້ທຶນໄດ້ ສາຍເຫດໜຶ່ງແມ່ນມາຈາກການຂາດຜູ້ບໍລິຫານທີ່ມີປະສິດທິພາບ,ຜູ້ນຳ ແລະ ຜູ້ຈັດການປຽບສະເໝືອນຜູ້ບັນຊາເຮືອທີ່ຢູ່ກາງມະຫາສະໝຸດອັນຫວ່າງເປົ່າ. ຜູ້ຈັດການທີ່ບໍ່ມີຄວາມຊຳນິຊຳນານໃນການ ບໍລິຫານຈັດການ ແລະ ເປັນຄົນຂາດຫຼັກການບໍລິຫານທີ່ທັນສະໄໝ ອາດນຳພາໃຫ້ອົງການຈັດຕັ້ງມີຄວາມຫຼົ້ມເຫຼວ,ການຝຶກອົບຮົມຊຸດນີ້ເລັ່ງໃສ່ເຕັກນິກທີ່ເຮັດໃຫ້ເຂົ້າໃຈແຈ້ງຕໍ່ທັດສະນະຄະຕິ ແລະ ພຶດຕິກຳບຸກຄົນ,ແຜນພັດທະນາຕົນເອງ,ການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ ແລະ ການແບ່ງວຽກທີ່ມີປະສິດທິຜົນ.
ຫຼັກສູດ: “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ”ວັນທີ່: 15-19/01/2025 Read More »