ເມືອງ ຜາອຸດົມ, ວັນທີ: 4-5.3.2025
ເມືອງ ປາກທາ, ວັນທີ: 6-7.3.2025
ເມືອງ ເມິງ, ວັນທີ: 12-13.3.2025



ຄວາມສຳຄັນຂອງຫຼັກສູດ:
ການສື່ສານເປັນສິ່ງຈຳເປັນສຳລັບອົງກອນ ໃນການທີ່ຈະເຮັດໃຫ້ແຕ່ລະພາກສ່ວນໃນອົງກອນເຮັດວຽກໄປໃນທິດທາງດຽວກັນພາຍໃຕ້ເປົ້າໝາຍ ແລະ ວິໄສທັດດຽວກັນ ບໍ່ວ່າຈະເປັນພະແນກການຕະຫຼາດ, ພະແນກເບິ່ງແຍງການຜະລິດ, ພະແນກການເງິນ ແລະ ບັນຊີ, ພະແນກບຸກຄົນ ຫຼືພະແນກຊ່ອມແປງບຳລຸງຮັກສາ ລ້ວນແລ້ວແຕ່ຈຳເປັນຕ້ອງມີການສື່ສານທີ່ມີປະສິດທິພາບລະຫວ່າງພະແນກເພື່ອເຊື່ອມຄວາມສຳພັນລະຫວ່າງພະແນກ ແລະ ສົ່ງເສີມຄວາມສຳເລັດໃນພາບລວມຂອງອົງກອນ ການສື່ສານນັ້ນມີສ່ວນສຳຄັນຫຼາຍໃນການເພີ່ມປະສິດທິພາບການເຮັດວຽກ, ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ພັດທະນາຄຸນນະພາບ ແລະສ້າງສັນຜະລິດຕະພັນໃໝ່ໆໃນອົງກອນ ເປັນຕົ້ນ.
ການສື່ສານທີ່ມີປະສິດທິພາບນັ້ນສຳຄັນຕໍ່ຄວາມສຳເລັດຂອງອົງກອນບໍ່ສະເພາະກັບຫົວໜ້າ ແຕ່ລວມໄປເຖິງພະນັກງານທຸກຄົົນທີ່ຕ້ອງມີສ່ວນຮ່ວມເປັນຜູ້ສື່ສານທີ່ມີທັກສະ ເພາະການສື່ສານຄືການແບ່ງປັນ ແລະ ສົ່ງຕໍ່ຂໍ້ມູນລະຫວ່າງຄົນສອງຄົນ ຫຼືຫຼາຍກວ່ານັ້ນເພື່ອໃຫ້ເຂົ້າໃຈຕົງກັນ ຖ້າຫາກວ່າຂໍ້ມູນຖືກເຂົ້າໃຈໄດ້ພຽງບາງສ່ວນ ຫຼືເຂົ້າໃຈຜິດພ້ຽນໄປ ບັນຫາກໍ່ຈະເກີດຕາມມາຈົນອາດບານປາຍເປັນຄວາມສູນເສຍຂອງອົງກອນໄດ້.
ທັກສະການສື່ສານຢ່າງມີປະສິດທິພາບສ້າງປັດໄຈທາງບວກໃນບ່ອນເຮັດວຽກ ດັ່ງຄຳກ່າວທີ່ວ່າ “ຍິ່ງເຮົາສື່ສານກັນຫຼາຍຂຶ້ນເທົ່າໃດ ເຮົາຍິ່ງເຂົ້າໃຈກັນຫຼາຍຂຶ້ນເທົ່ານັ້ນ” ຄວາມເຂົ້າໃຈກັນຫຼາຍຂຶ້ນນີ້ເອງຊ່ວຍຫຼຸດຄວາມຂັດແຍ້ງພາຍໃນອົງກອນ ລະຫວ່າງພະນັກງານກັບພະນັກງານ, ລະຫວ່າງຫົວໜ້າງານກັບລູກນ້ອງ ຫຼື ລະຫວ່າງພະແນກກັບພະແນກ ສະພາບບັນຢາກາດການເຮັດວຽກແບບນີ້ກໍ່ຈະເປັນປັດໄຈທາງບວກໃນການເຮັດວຽກທີ່ມີປະສິດທິພາບຫຼາຍຍິ່ງຂຶ້ນ.