WhatsApp Image 2024-05-02 at 15.24.09 (4)
WhatsApp Image 2024-05-02 at 15.24.09 (4)
WhatsApp Image 2024-05-02 at 15.24.09 (2)
WhatsApp Image 2024-05-02 at 15.24.09 (2)
WhatsApp Image 2024-05-02 at 15.24.09 (3)
WhatsApp Image 2024-05-02 at 15.24.09 (3)
WhatsApp Image 2024-05-02 at 15.24.09
WhatsApp Image 2024-05-02 at 15.24.09
WhatsApp Image 2024-05-02 at 15.24.09 (1)
WhatsApp Image 2024-05-02 at 15.24.09 (1)
WhatsApp Image 2024-07-05 at 23.40.49
WhatsApp Image 2024-07-05 at 23.40.49
WhatsApp Image 2024-09-09 at 09.31.22-min (1)
WhatsApp Image 2024-09-09 at 09.31.22-min (1)
WhatsApp Image 2024-10-03 at 11.08.57
WhatsApp Image 2024-10-03 at 11.08.57
previous arrowprevious arrow
next arrownext arrow

ຫຼັກ​ສູດ: “ການພັດທະນາທັກສະຫົວໜ້າຄຸມງານ”, ວັນ​ທີ: 22-23 /04/2025(2ມື້)

ຈຸດປະສົງ: ເພື່ອ​ເສີມ​ສ້າງ, ພັດທະນາ​ຄວາມຮູ້, ຄວາມ​ເຂົ້າໃຈ​ໃນ​ບົດ​ບາດ​ຂອງ​ຫົວ​ໜ້າ​ໜ່ວຍງານ, ພັດທະນາ​ທັດສະນະຂະຕິ​ເຊີງ​ບວກ​ແລະ​ເສີມ​ສ້າງ​ພາ​ວະ​ຜູ້​ນໍາ​ໃຫ້​ກັບ​ຫົວ​ໜ້າ​,...

ອ່ານ​ຕໍ່

ຫຼັ​ກ​ສູດ: “ການເປັນເລຂາ ແລະ ຜູ້ຊ່ວຍ​ມື​ອາ​ຊີບ” (“Effective secretary and assistant”), ວັນ​ທີ່: 23-25/04/2025, 3ມື້

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ,...

ອ່ານ​ຕໍ່

ຫລັກສູດ: “ທັກ​ສະການຕິດຕາມ ແລະ ເກັບໜີ້”(ສໍາລັບ​ທຸ​ລະ​ກິດ​ທົ່ວ​ໄປ)ວັນທີ: 29-30/04/2025 (2ມື້)

ຈຸດປະສົງ​ຂອງ​ຫຼັກ​ສູດ​: 1. ເພື່ອ​ພັດທະນາ​ທັກ​ສະ​ການ​ສື່​ສານ ​ແລະ ​ເຈລະ​ຈາ​ໃນ​ການ​ທວງ​ໜີ້​...

ອ່ານ​ຕໍ່

ຈຳ​ນ່ວ​ນ​ຜູ້​ເຂົ້າ​ຊົມ​ເວັບ​
Free Web Counter

ສູນທີ່ປຶກ ແທັກໂດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ໂດຍກຸ່ມມືອາຊີບຄົນລາວທີ່ເຕັມໄປດ້ວຍພະລັງຄວາມສ້າງສັນພ້ອມດ້ວຍການຮ່ວມມືຈາກທີ່ປຶກສາລະດັບຊາດຈາກປະເທດອົດສະຕາລີ (ເຊິ່ງເປັນຜູ້ຊ່ຽວຊານຕ່າງປະເທດພາຍໃນອາຊຽນເປັນເວລາດົນນານ). ຄຳວ່າ ແທັກໂດ ໝາຍເຖິງການເຝິກອົບຮົມ ແລະ ທີ່ປຶກສາເພື່ອການພັດທະນາ,ຈຸດປະສົງຫຼັກຂອງການໃຫ້ຄຳປຶກສາຂອງພວກເຮົາແມ່ນເພື່ອໃຫ້ບໍລິການລູກຄ້າຜູ້ທີ່ເຮັດວຽກຢູ່ ສປປ ລາວ ທັງໃນອົງການພາຍໃນແລະອົງການສາກົນ ແນໃສ່ເພື່ອເສີມສ້າງຄວາມສາມາດ ແລະ ຄວາມແຂງແກ່ນໃຫ້ແກ່ອົງການຂອງພວກເຂົາ.
ໜ່ວຍງານຂອງສູນທີ່ປຶກສາ ແທັກໂດ ປະກອບມີທີ່ປຶກສາແລະຮຸ້ນສ່ວນທັງຈາກສາກົນ, ພາກພື້ນ ກໍ່ຄືພາຍໃນປະເທດ.

ນັບແຕ່ປີ 2005, ອົງການ ໄອເອັຟຊີ (ອົງການຮ່ວມມືການເງິນສາກົນ) ແລະ ເອັມພີດີເອັຟ​ (ອົງການການພັດທະນາທຸລະກິດເອກະຊົນແມ່ນ້ຳຂອງ)ປະຈຳລາວ ໄດ້ຮັບເອົາ ສູນທີ່ປຶກສາແທັກໂກເປັນຮຸ້ນສ່ວນພາຍໃນເພື່ອສະໜອງລາຍການແລະອຸປະກອນການຝຶກອົບຮົມໃຫ້ແກ່ຫົວໜ່ວຍທຸລະກິດທົ່ວປະເທດ.

ຄຳຂວັນ ຂອງ ແທັກໂດ
“ທະນະຄານແຫ່ງຄວາມຮູ້ຂອງທ່ານ”: ພວກເຮົາສົ່ງຜ່ານຄວາມຮູ້ຈາກຜູ້ຊ່ຽວຊານຈາກອົງການພັດທະນາແລະການເຝີກອົບຮົມເພື່ອຜົນປະໂຫຍດຂອງລະດັບຜູ້ບໍລິຫານ ແລະ ອົງກອນຂອງເຂົາເຈົ້າ.

ການບໍລິການຂອງພວກເຮົາ

  1. ການເຝິກອົບຮົມທີ່ມີຜົນກະທົບສູງດ້ານການບໍລິຫານໃນວັດທະນະທຳທີ່ແຕກຕ່າງແລະການພັດທະນາໝ່ວຍງານເຊິ່ງຈະຊ່ວຍໃຫ້ຜູ້ບໍລິການຕ່າງປະເທດ ແລະ ໝ່ວຍງານລາວສາມາດເຂົ້າໃຈລັກສະນະວັດທະນະທຳທີ່ແຕກຕ່າງລະຫວ່າງການນຳແລະການເຮັດວຽກເປັນໜ່ວຍງານດຽວກັນ (ຫົວຂໍ້ເຝິກອົບຮົມລວມມີ:​ ການບໍລິຫານອົງການ, ການບໍລິຫານສັບພະຍາກອນມະນຸດ, ການບໍລິຫານພະນັກງານແລະການນຳ, ການບໍລິຫານສະຖານທີ່ເຮັດວຽກ, ຄວາມປອດໄພແລະສະຫວັດດີການໃນການເຮັດວຽກ, ສີມືແຮງງານ, ການພັດມະນາຕົນເອງ ແລະ ອື່ນໆ)
  2. ການຮັບພະນັກງານແລະການໃຫ້ຄຳປຶກສາ (ລາຍການນີ້ແມ່ນສິ່ງທີ່ຈະຊ່ວຍລູກຄ້າຂອງພວກເຮົາກຳນົດຄວາມຕ້ອງການທາງດ້ານສັບພະຍາກອນມະນຸດ ແລະ ຊ່ວຍເຂົາເຈົ້າໃນການຮັບພະນັກງານແລະຄັດເລືອກຜູ້ສະມັກທີ່ເໝາະສົມທີ່ສຸດ)
  3. ການພັດທະນາການເງິນຈຸລະພາກແລະວິສະຫະກິດ (ການບໍລິຫານການກູ້ຢືມ, ການພັດທະນາຜະລິດຕະພັນ, ການຄວມຄຸມການປະລະໜ້າທີ່, ການເງິນແລະການບັນຊີ, ການຂາຍ, ການຕະຫຼາດ ແລະ ອື່ນໆ)
  4. ການເຝິກອົບຮົມດ້ານການພັດທະນາສັງຄົມແລະຊຸມຊົນ​ (ການບໍລິຫານໂຄງການ, ການກວດກາແລະປະເມີນຜົນ, ການເຝິກຄູເຝິກອົບຮົມ, ການຂຽນບົດສະເໜີໂຄງການ, ການຄຸ້ມຄອງຊົນລະປະທານ, ການເຝິກສີມືແຮງງານ, ການເຝິກການປະຖົມພະຍາບານເບື້ອງຕົ້ນ ແລະ ອື່ນໆ) ລູກຄ້າຂອງພວກເຮົາ: ສູນທີ່ປຶກສາ ແທັກໂດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ແລະ ໄດ້ໃຫ້ການບໍລິການແກ່ລູກຄ້າທົ່ວປະເທດຫຼາຍກວ່າ 380 ອົງການ ເຊິ່ງລວມມີ ອົງການພາຍໃນ ແລະຕ່າງປະເທດທີ່ເຮັດວຽກຢູ່ ສ ປປ ລາວ ເຊັ່ນ: ທະນາຄານໂລກ, ເອດີບີ, ຢູນີເຊຟ, ຢູເອສ໌ເອດ, ເວີຣວີຊັນ,ຄອນເຊິນເວີຣວາຍ, ອິນເວັນ, ກາແດງລາວ, ແຮນດີແຄັບ, ເອັດສ໌ເອັນວີ, ບີທີຊີ, ເບຍລາວ, ການບິນລາວ, ນ້ຳເທີນ2, ຊິເມັນລາວ, ພູເບ້ຍມາຍນິ້ງ,ເອັມເອັມຈີ, ເຊໂປນມາຍນິ້ງ, ລາວເທເລຄອມ ແລະ ອື່ນໆ.